ພິທີມອບລາງວັນແມ່ຍິງ ຫວຽດນາມ ປີ 2026, ລາງວັນ ຫງວຽນທິດິງ ​ຄັ້ງທີສອງ ແລະ ​ປຸກ​ລະ​ດົມ​ການແຂ່ງຂັນ "​ແມ່​ຍິງ​ເລີ່ມ​ຕົ້ນ​ທຸລະ​ກິດນະວັດຕະກໍາ, ຍົກສູງເຄື່ອງ​ໝາຍ​ການຄ້າ ຫວຽດນາມ ປີ 2027", ໄດ້ຈັດຂຶ້ນໃນຕອນ​ຄ່ຳວັນທີ 16 ຕຸລາ, ທີ່ ຮ່າໂນ້ຍ. ເຫດ​ການໂດຍສະຫະພັນແມ່ຍິງ ຫວຽດນາມ ຈັດຂຶ້ນເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງວັນຄົບຮອບ 96 ປີແຫ່ງ​ການ​ສ້າງ​ຕັ້ງສະຫະພັນ (20 ຕຸລາ 1930 - 20 ຕຸລາ 2026) ແລະ ວັນແມ່ຍິງ ຫວຽດນາມ ໃນວັນທີ 20 ຕຸລາ.

ກ່າວຄຳເຫັນທີ່ລາຍການ, ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ເນັ້ນໜັກວ່າ ແມ່ຍິງຕ້ອງເຂົ້າຮ່ວມ​ນັບຕັ້ງແຕ່ຕົ້ນ, ​ມີ​ຄວາມ​ສະ​ເໝີ​ພາບ ແລະ ໄດ້​ຊົມ​ໃຊ້ໝາກ​ຜົນ​ຈາກ​ບັນ​ດາ​ກຳ​ລັງ​ໜູນພັດທະນາໃໝ່. ​ພ້ອມ​ກັນ​ນັ້ນ, ທ່ານກໍ່​ສະ​ເໜີ​ໃຫ້ສະ​ຫະ​ພັນແມ່ຍິງ ຫວຽດນາມ ສືບຕໍ່ກຳນົດແມ່ຍິງເປັນ​ເຈົ້າຂອງ​ຂອງການພັດທະນາ ແລະ ​ປ່ຽນ​ແປງ​ໃໝ່​ການ​ເຄື່ອນ​ໄຫວ​ຂອງ​ສະ​ຫະ​ພັນ ຕາມ​ທິດ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ແມ່​ຍິງ.

“ຂ້າພະເຈົ້າຫວັງວ່າ ແມ່ຍິງ ຫວຽດນາມ ແຕ່​ລະຄົນ​ຍາມ​ໃດ​ກໍ່ຈະເຊື່ອໝັ້ນ​ຕໍ່ຄວາມສາມາດຂອງຕົນ, ​ຮ່ຳຮຽນ​ຢ່າງບໍ່​ຢ​ຸດຢັ້ງ, ​ເປັນ​ເຈົ້າເຕັກໂນໂລຊີ, ​ພ້ອມ​ກັບ​ບັນ​ດາສະມາຊິກ​ສ້າງຄອບຄົວ​ໃຫ້​ມີ​ຄວາມ​ຜາສຸກ, ກ້າວໜ້າ; ຂ້າພະເຈົ້າຫວັງວ່າ ​ສະ​ຫະ​ພັນແມ່ຍິງ ຫວຽດນາມ ຈະສືບຕໍ່ເປັນ​ຊາຍ​ຄາລວມ​ທີ່ອົບອຸ່ນ ແລະ ເປັນຂົວ​ເຊື່ອມ​ຕໍ່ທີ່​ໝັ້ນ​ຄົງ​ໜັກ​ແໜ້ນລະຫວ່າງພັກ, ລັດ ກັບສະມາຊິກສະ​ຫະ​ພັ​ນ ແລະ ແມ່ຍິງ ຫວຽດນາມ”.

ທີ່ພິທີ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ມອບລາງວັນແມ່ຍິງ ຫວຽດນາມ ປີ 2026 ໃຫ້ແກ່ 5 ໝູ່​ຄະ​ນະ ແລະ 12 ບຸກຄົນທີ່ມີຜົນງານດີເດັ່ນດ້ວຍ​ບັນ​ດາໂຄງການ ແລະ ຂໍ້ລິເລີ່ມ ທີ່ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວໃນຕົວຈິງ.