(ພາບ: TTXVN)
ງານບຸນຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ 5 ປີ ທີ່ສິລະປະ ແຊ່ວໄທ ໄດ້ຮັບການຮັບຮອງຈາກອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ (UNESCO) ຈົດຊື່ວ່າເປັນມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຕາງໜ້າຂອງມວນມະນຸດ. ງານບຸນມຸ່ງໄປເຖິງການເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ພິເສດແມ່ນສິລະປະ ແຊວ່ໄທ; ພ້ອມກັນນັ້ນ ກໍ່ໂຄສະນາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວທ້ອງຖິ່ນ ແລະ ບັນດາແຂວງ ຢູ່ເຂດຕາເວັນຕົກສຽງເໜືອ. ຈຸດເດັ່ນໃນຄ່ຳຄືນເປີດງານແມ່ນລາຍການສິລະປະ "ແຊວ່ໄທ - ວົງວຽນແຫ່ງຄວາມຮັກ", ດ້ວຍການເຈົ້າຮ່ວມຂອງນັກສິລະປິນ, ນັກສະແດງ ແລະ ພໍ່ແມ່ປະຊາຊົນຊາວເຜົ່າຜູ້ໄທ ກວ່າ 2.000 ຄົນ, ສ້າງເປັນເຂດວັດທະນະທຳຊຸມຊົນທີ່ຟົດຟື້ນ ແລະ ແຜ່ກະຈາຍນ້ຳໃຈສາມັກຄີ.





