ຕອນບ່າຍວັນທີ 17 ຕຸລາ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ​ກອມ​ມູ​ນິດ​ ຫວຽດ​ນາມ, ປະທານປະເທດ​ ຫວຽດ​ນາມ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານ Guy Parmelin ປະທານາທິບໍດີ ສະວິດ ແລະ ພັນລະຍາ ທີ່​ມາຢ້ຽມຢາມ ຫວຽດນາມ ເປັນທາງການ ແຕ່ວັນທີ 17-18 ຕຸລາ 2026 ຢ່າງສົມກຽດ.

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin, ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ; ເປັນສັກຂີພິຍານພິ​ທີ​ແລກ​ປ່ຽນເອກະສານຮ່ວມມືລະຫວ່າງ​ບັນ​ດາກະຊວງ, ຂະ​ແໜງ​ການຂອງສອງປະເທດ.