ຕອນເຊົ້າວັນທີ 16 ຕຸລາ 2026, ທີ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ເລມ​ິງ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຕ້ອນຮັບທ່ານ Tengku Muhammad Taufik, ປະທານ, ທັງ​ເປັນຜູ້ອຳນວຍການໃຫຍ່ຂອງບໍລິສັດນ້ຳມັນອາຍແກັສ ແຫ່ງຊາດ ມາເລເຊຍ (PETRONAS) ເນື່ອງ​ໃນໂອກາດຄະ​ນະ​ປະ​ຕິ​ບັດ​ງານ​ຂອງ PETRONAS ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢືນຢັນວ່າ ລັດຖະບານ ຫວຽດນາມ ສະໜັບສະໜູນ PETRONAS ສືບຕໍ່ການຄົ້ນຄວ້າ, ເປີດກວ້າງ​ການລົງທຶນ ແລະ ລົງນາມໃນ​ບັນ​ດາສັນຍານ້ຳມັນອາຍແກັສໃໝ່ຢູ່​ເຂດໄຫຼ່ທະວີບ​ຂອງ ຫວຽດນາມ ບົນຫຼັກການຮັບປະກັນປະສິດທິ​ຜົນການລົງທຶນ ແລະ ​ມີ​ຄວາມ​ກົມ​ກ່ຽວ​ດ້ານຜົນ​ປະ​ໂຫຍດ​ລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ, ເຄົາ​ລົບກົດໝາຍ ຫວຽດນາມ ແລະ ກົດ​ໝາຍສາກົນ. ທ່ານນາຍົກລັດຖະມົນຕີ ຊົມເຊີຍ PETRONAS ແລະ ກຸ່ມບໍລິສັດ​ອຸດ​ສາ​ຫະ​ກຳ ແລະ ພະລັງງານແຫ່ງຊາດ ຫວຽດນາມ (Petrovietnam) ທີ່​ຫາກໍ່​ລົງ​ນາມ​ໃນສັນຍາສຳພັນທະມິດຍຸດທະສາດ (SAA); ພ້ອມ​ກັນ​ນັ້ນ​ວ​ສະ​ເໜີ​ໃຫ້ທັງສອງຝ່າຍນຳ​ກົນກົນ​ໄກ​ປະສານງານຮ່ວມເຂົ້າ​ໃນ​ການ​ເຄື່ອນ​ໄຫວໂດຍໄວ, ​ຫັນສັນຍາດັ່ງກ່າວ​ລະ​ອຽດ​ດ້ວຍ​ບັນ​ດາໂຄງການ, ລາຍການຮ່ວມມື​ຢ່າງ​ແທດ​ຈິງ, ມີປະສິດທິຜົນ.