ເຖິງວ່າພຽງ​ແຕ່​ໄດ້​ຮຽນບໍ່​ເທົ່າ​ໃດຄາບ​ກໍ່​ຕາມ, ແຕ່​ສຽງ​ເພງ​ປາ​​ຢູງຂອງ​ນ້ອງ ເຢືອງ​ທິ​ທູອ​ຽນ ອາ​ຍຸ 10 ປີ, ຢູ່​ບ້ານ ແຄ​ຕ່ຽນ, ຕາ​ແສງ ແຮ່ວງ​ໂມ, ແຂວງ ກວາງ​ນິງ ຄື​ວ່າ​ຈະ​ແຈ້ງ​ດີ​ພໍ​ສົມ​ຄວນ​ແລ້ວ. ມື້​ໃດ​ມີ​​ຫ້ອງ​ຮຽນ, ນ້ອງ​ກໍ່​ຫ້າວ​ຫັນ​ຍ່າງ​ມາ​ຈາກ​ເຮືອນ​ກ່ອນ​ເວ​ລາ​ຮຽນ​ເຄິ່ງ​ຊົ່ວ​ໂມງ, ໂດຍ​ບໍ່​ຂາດ​ຮຽນ​ຈັກ​ເທື່ອ.

“ລູກ​ສາ​ມາດ​ຂັບ​ຮ້ອງ​ໄດ້​ສີ່​ບົດ​ເພງ​ແລ້ວ. ​ລູກ​ມັກ​ຮຽນ​ຂັບ​ຮ້ອງຫຼາຍ”

ແຮ່ວງ​ໂມ ແມ່ນ​ຕ​າ​ແສງ​ຢູ່​ເຂດ​ຊາຍ​ແດນ​​ແຂວງ ກວາງ​ນິງ, ພົນ​ລະ​ເມືອງສ່ວນຫຼາຍ​ແມ່ນ​ຊາວ​ເຜົ່າ​ຢ້າວ​ແທງ​ຟ໋ານ. ນັບ​ແຕ່​ຕົ້ນ​ເດືອນ​ກໍ​ລະ​ກົດ, ທາງ​ຕາ​ແສງ​ໄດ້​ສົມ​ທົບ​ກັບ​ຄະ​ນະ​ຊີ້​ນຳ​ກິດ​ຈະ​ກຳ​ລະ​ດູ​ຮ້ອນ​ເປີດ​ຫ້ອງ​ສອນ​ວິ​ທີ​ປັກ​ແສ່ວ​ປະ​ເພ​ນີ ແລະ​ຂັບ​ປາ​ຢູງ​ໃຫ້​ແກ່​ຊາວ​ໜຸ່ມ ແລະ ເຍົາ​ວະ​ຊົນຈົນ​ຮອດ​ທ້າຍ​ເດືອນສິງ​ຫາ. ຢູ່​ຫ້ອງ​ຮຽນ​ປັກ​ແສ່ວ, ພວກ​ນ້ອງ​ເລີ່ມ​ຕົ້ນ​ຮຽນ​ດ້ວຍ​​ວິ​ທີ​ປັກ​ແສ່ວ​ພື້ນ​ຖານ, ຫຼັງ​ຈາກ​ນັ້ນ​ແມ່ນ​​ຈະ​ປັກ​ແສ່ວ​ລວດ​ລາຍ. ສິ່ງ​ສຳ​ຄັນ​ກວ່າ​ເຕັກ​ນິກ​ການ​ປັກ​ແສ່ວ​ນັ້ນແມ່ນ​ ຈະ​ເຂົ້າ​ໃຈ​ໄດ້​​ເປັນ​ຫຍັງ​ໃນ​ຊຸດອາ​ພອນ​ຂອງ​ແມ່ເຖົ້າ, ຂອງ​ແມ່​ມີ​ຮູບ​ພາບ, ລວດ​ລາຍ​ອັນ​ລະ​ອຽດ​ລະ​ອໍ​ຄື​ແນວ​ນັ້ນ​. ສ່ວນ​ຢູ່​ຫ້ອງ​ຮຽນ​ຂັບ​ຮ້ອງ​ປາ​ຢູງ, ມີ​ຜູ້​ເຂົ້າ​ຮຽນ 40 ຄົນ. ນັກ​ສິ​ລະ​ປະ​ກອນ ຫຼີ​ທິ​ແຫ້ງ, ຜູ້​ສອນ​ຂັບ​ຮ້ອງ​​ໄດ້ແບ່ງ​ປັນ​ກັບ​ພວກ​ນ້ອງ​ບັນ​ດາ​ທຳ​ນອງ​​ເພງປາ​ຢູງ, ທຳ​ນອງ​ພື້ນ​ເມືອງ​ເຊິ່ງ​ຊາວ​ເຜົ່າ​ຢ້າວ​ແທງ​ຟ໋ານ​ເຄີຍ​ຂັບ​​ຮ້ອງໃນວັນ​ມ່ວນ​ຊື່ນ, ​ວັນ​ບຸນ, ແລະ​ໃນ​ຍາມເປີດ​ໃຈ​ຕໍ່​ກັນ.

“ເມື່ອ​ຂັບ​ທຳ​ນອງ​ປາ​ຢູງ​ໄດ້, ພວກ​ຫຼານຈະ​ມີ​ຄວາມ​ເຊື່ອ​ໝັ້ນ​​ຕົນ​ເອງເມື່ອ​ຂັບ​ຮ້ອງ​ຕໍ່​ໜ້າ​ຜູ້​ຊົມຫຼາຍ​ຄົນ. ພວກຫຼານ​ສາ​ມາດ​ຂັບ​ຮ້ອງ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ເມື່ອ​ເຂົາ​ເຈົ້າ​ມີ​ຄວາມ​ຕ້ອງ​ການ​ຊອກ​ຮູ້​ບັນ​ດາ​ທຳ​ນອງ​ເພງ​ປາ​ຢູງ​ຂອງ​ຊາວ​ເຜົ່າ​ຢ້າວ”.

ອອກ​ຈາກ​ຕາ​ແສງ​ຊາຍ​ແດນ ແຮ່ວງ​ໂມ, ເດີນ​ທາງ​ໄປ​ຍັງ​ພາກ​ຕາ​ເວັນ​ຕົກ, ຢູ່​ຕີນ​ພູ ອຽນ​ຕື, ມີ​ຫ້ອງ​ຮຽນ​ໜຶ່ງ​ອີກ. ນັ້ນ​ແມ່ນ​ກິດ​ຈະ​ກຳ​ລະ​ດູ​ຮ້ອນ​ພິ​ເສດ​ຢູ່​ເຂດ ແຄ​ສູ໋, ຕາ​ແສງ ອຽນ​ຕື, ແຫ່ງ​ທີ​ມີ​ຊາວ​ເຜົ່າ​ຢ້າວ​ແທງ​ອີ ກວມ​ຈຳ​ນວນຫຼາຍ​ໃນ​ຕາ​ແສງ. ໃນ​ຕອນ​ຄ່ຳ​ທຸກ​ວັນ​ອາ​ທິດ, ຢູ່​ຫໍ​ວາງ​ສະ​ແດງວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຢ້າວ, ຄະ​ນະ​ຊາວ​ໜຸ່ມ​ໄດ້​ຈັດ​ຕັ້ງ ແລະ​ແນະ​ນຳ​ກິດ​ຈະ​ກຳລະ​ດູ​ຮ້ອນດ້ວຍ​ຫົວ​ເລື່ອງສະ​ເພາະ, ມີ​ພວກ​ນ້ອງຫຼາຍ​ຄົນ​ໃນ​ຊຸດ​ອາ​ພອນ​ຂອງ​ຊົນ​ເຜົ່າ​ຕົນ​ໄດ້​ເຂົ້າ​ຮ່ວມ​ດ້ວຍ​ຄວາມຈູບ​ຈ້າວ​ຫ້າວ​ຫັນ.

ເລີ່ມ​ຕົ້ນ​ກິດ​ຈະ​ກຳ​ແມ່ນ​ແນະນຳ​ບັນ​ດາ​ສິ່ງ​ທີ່​ພວກ​ນ້ອງ​ເຄີຍ​ເຫັນ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ແຕ່​ບາງ​ເທື່ອ​ຍັງ​ບໍ່​ທັນ​ເຂົ້າ​ໃຈໄດ້​ຄວາມ​ໝາຍ​ຂອງ​ມັນ​, ຕົວ​ຢ່າງ​ຄື: ໝວກ​ຕິດ​ກະ​ດຸມ​ເງິນ, ຕາມ​ທັດ​ສະ​ນະ​ຂອງ​ຊາວ​ເຜົ່າ​ຢ້າວ, ແມ່ນ​ເພື່ອຂັບ​ໄລ່​ຜີ​ສາງ​ນາງ​ໄມ້ ແລະ​ປົກ​ປ້ອງ​ສຸ​ຂະ​ພາບ; ເສື້ອອ້ຽມ ແລະ ສາຍແອວຕ່ຳຫູກ​ແບບຫັດຖະກຳ ດ້ວຍລວດລາຍນົກໜູປູປີກ ແລະ ຕົ້ນໄມ້ໃບຫຍ້າ. ພວກ​ເອື້ອຍ, ອ້າຍ​ສະ​ມາ​ຊິກ​ຊາວ​ໜຸ່ມອອກ​ຄຳທວາຍມ່ວນໆກ່ຽວກັບຮີດຄອງ ປະເພນີ, ພວກນ້ອງ​ພາກັນຕອບ, ຈຳແນກເຈົ້າສາວ ແລະ ເພື່ອນເຈົ້າສາວ, ຮຽນຮູ້ ສາມຂັ້ນຕອນຄື: ພິທີສູ່ຂໍ, ພິທີໝັ້ນ, ພິທີແຕ່ງງານ, ຟັງ​ເລົ່າເລື່ອງກ່ຽວກັບພິທີຈະເລີນຍົດ ຂອງຊາວເຜົ່າຢ້າວແທງອີ. ສ​ະຫຼັບ​ກັນນັ້ນ ແມ່ນຄຳທວາຍດ້ວຍພາສາຊົນເຜົ່າຂອງຕົນ ແລະ ການຫຼິ້ນເກມຊິງລາງວັນ. ເພື່ອນ ເຈືອງຮົ່ງຢຽບ, ນັກຮຽນ ມ.4, ເວົ້າ​ວ່າເຂົ້າຮ່ວມການ​ດຳ​ເນີນ​ຊີ​ວິດນີ້ ໄດ້ເຮັດໃຫ້​ນ້ອງຮັບຮູ້ໄດ້ວ່າ ຊຸດ​ອາ​ພອນຂອງ ຊົນ​ເຜົ່າຕົນສວຍງາມຫຼາຍສຳໄດ:

“ນ້ອງ​ມັກ​ຊຸດ​ອາ​ພອນ​ຂອງ​ຊາວ​ເຜົ່າ​ຕົນ​ທີ​ສຸດ​ ເພາະ​ມັນ​​ມີ​ຄວາມງາມ​​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ນ້ອງ​ດີ​ໃຈຫຼາຍ​ທີ່​ໄດ້​ຮັບການ​ເຜີຍ​ແຜ່ກ່ຽວ​ກັບ​ຮີດ​ຄອງປະ​ເພ​ນີ, ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ, ບັນ​ດາ​ພິ​ທີກຳ​ທາງ​ສາ​ສະ​ໜາ, ອັນ​ໄດ້​ຊ່ວຍ​ໃຫ້​ນ້ອງ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ວັດ​ທະ​ນ​ທຳ​ຂອງ​ຊົນ​ເຜົ່າ​ຕົນ”.

ສິ່ງ​ຈັບ​ໃຈ​ນັ້ນ​ແມ່ນ​ຢູ່​ແຄ​ສູ໋, ຫ້ອງ​ຮຽນ​ບໍ່​ພຽງ​ແຕ່​ມີ​ພວກ​ນ້ອງ​ຊາວ​ເຜົ່າ​ຢ້າວ​ເທົ່າ​ນັ້ນ. ບູ່ຍ​ຢູຍ​ຟຸກ ​ນັກ​ຮຽນ ມ.6, ແມ່ນ​ຊົນ​ເຜົ່າ​ກິງກໍ່​​ມາ​ຮຽນ​ທຸກຄາບ​ບໍ່​ໄດ້​ຂາດ​ຊົ່ວ​ໂມງ​ຮຽນ​ຈັກ​ເທື່ອ.

“ເຖິງວ່າ​ແມ່ນ​ຊາວ​ເຜົ່າ​ກິງ, ແຕ່​ນ້ອງ​ມັກ​ຮ່ຳ​ຮຽນ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ​ຢ້າວ​ທີ​ສຸດ. ນ້ອງ​ຍັງ​ເຂົ້າ​ຮ່ວມ​ສະ​ໂມ​ສອນ​ພ້ອມ​ກັບ​ພວກ​ເພື່ອນ​ຊາວ​ເຜົ່າ​ຢ້າວ, ເພື່ອ​ຮ່ຳ​ຮຽນ ແລະ ຮັບ​ເອົາ​ຄວາມ​ຮູ້​ຈາກ​ພວກ​ເພື່ອນ. ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ​ຢ້າວ​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ຈັບ​ໃຈຫຼາຍ”

ບໍ່​ພຽງ​ແຕ່​ມີ​ພວກ​ນ້ອງ​ນ້ອຍ​ເທົ່າ​ນັ້ນ, ຜູ້​ປົກ​ຄອງນັກ​ຮຽນ​ກໍ່ຫ້າວ​ຫັນ​ເຂົ້າ​ຮ່ວມ. ເອື້ອ​ຍ​ຟ້າມ​ທິ​ຖູ໋ຍ​ລິງ, ຜູ້​ປົກ​ຄອງ​ນັກ​ຮຽນຢູ່ ແຄ​ສູ໋, ແບ່ງ​ປັນ​ວ່າ:

“ພວກ​ເ​ດັກ​ນ້ອຍ​ຈູບ​ຈ້າວ​ຫ້າວ​ຫັນ​ທີ​ສຸດ, ມາ​ແຕ່​ເຊົ້າ, ລໍ​ຖ້າ​ຮອດ​ວັນ​ດຳ​ເນີນກິດ​ຈະ​ກຳເພື່ອ​ໄດ້​ພົບ​ປະ​ກັບ​ໝູ່​ເພື່ອນ. ນັ້ນ​ແມ່ນ​ສິ່ງ​ດີ​ທີ​ສຸດ​ເພື່ອ​ໃຫ້​ພວກ​ນ້ອງ​ເຂົ້າ​ໃຈ​ສີ​ສັນ​, ແລະ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊົນ​ເຜົ່າ​ຕົນ​ກວ່າ. ເມື່ອ​ເຕີບ​ໃຫຍ່​ກວ່າ​ພວກ​ນ້ອງ​ສາ​ມາດ​ແນະ​ນຳ​ອອກ​ສູ່​ພາຍນອກ, ແນະ​ນຳ​ໃຫ້​ໝູ່​ເພື່ອນ​​ຂອງ​ຕົນໃນ​ຫ້ອງ​ຮຽນ​ດ່ຽວ​ກັນ”.

ອ້າຍ​ດັ້ງ​ວັນ​ເຂີຍ, ຮອງ​ເລ​ຂາ​ຄະ​ນະ​ຊາວ​ໜຸ່ມ​ຕາ​ແສງ ອຽນ​ຕື, ໃຫ້​ຮູ້​ວ່າ​ວິ​ທີ​ເຮັດ​ຂອງ​ໜ່ວຍ​ຊາວ​ໜຸ່ມ ແຄ​ສູ໋ ​ພວມ​ໄດ້​ຮັບ​ການ​ສົ່ງ​ເສີມ, ຂະ​ຫຍາຍ​ຢ່າງກວ້າງ​ຂວາງ, ເປັນ​ຕົ້ນ​ແມ່ນ​ເມື່ອ ອຽນ​ຕື ​ກາຍ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ.

“ຄະ​ນະ​ຊາວ​ໜຸ່ມ​ຕາ​ແສງ​ມີ​ແຜນ​ການ​ສົ່ງ​ເສີມ​ບັນ​ດາ​ໜ່ວຍ​ຊາວ​ໜຸ່ມ​ຈັດ​ຕັ້ງ​ກິດ​ຈຳ​ກຳດ້ວຍຫົວ​ເລື່ອງ​ສະ​ເພາະ, ພິ​ເສດ​ແມ່ນ​ກ່ຽວ​ຂ້ອງ​ເຖິງວັດ​ທະ​ນະ​ທຳ, ຜ່ານ​ນັ້ນ​ຊ່ວຍ​ໃຫ້​ພວກ​ນ້ອງ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ, ເລິກ​ເຊິ່ງກວ່າ​ກ່ຽວ​ກັບ​ກົກ​ເຄົ້າ​ກໍ່​ຄື​ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​​ທີ່ໂດດ​ເດັ່ນ​ຂອງ ອຽນ​ຕື”.

​ລະ​ດູ​ຮ້ອນປີນີ້, ສຳ​ລັບ​ເຍົາ​ວະ​ຊົນແຂວງ ກວາງ​ນິງ​ແລ້ວ, ຄວາມ​ຮັກ​ຕໍ່​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ພວກ​ນ້ອງ​ແມ່ນ​ເລີ່ມ​ມາ​ຈາກ​ສິ່ງ​ທີ່​ລຽບ​ງາຍ, ຄວາມ​ກະ​ຕື​ລື​ລົ້ນ​ເມື່ອ​ໄດ້​ປັກ​ແສ່ວ, ຂັບ​ຮ້ອງ​ບັນ​ດາ​ບົດ​ເພງ​ເຊິ່ງ​ລຸ້ນ​ກ່ອນ​ໄດ້​ຮັກ​ສາ​ໄວ້./.