ດອກອິນທະນິນສີມ່ວງເບັ່ງບານ, ຄຸມເສື້ອໃໝ່ໃຫ້ເປີ້ນພູແຄມຝັ່ງທະເລຂອງແຂວງ ຢາລາຍ
01/11/2026 12:19
[VOVWORLD] - ພາຍຫຼັງຝົນຕົກຄັ້ງຕ່າງໆໃນທ້າຍເດືອນກັນຍາ, ຕົ້ນດອກອິນທະນິນ (Lagerstroemia speciosa) ນັບພັນຕົ້ນ ຢູ່ຕາແສງ ກາດຕຽນ (ແຂວງ ຢາລາຍ) ໄດ້ພ້ອມກັນເບັ່ງບານ, ເຮັດໃຫ້ເຂດເປີ້ນພູແຄມຝັ່ງທະເລຍ້ອມໄປດ້ວຍສີມ່ວງ.
ໃນຊຸມມື້ນີ້, ປະຊາຊົນ ແລະ ແຂກທ່ອງທ່ຽວທີ່ເດີນທາງໃນເສັ້ນທາງແຄມຝັ່ງທະເລ DT639 ຜ່ານບ້ານ ກາດຫາຍນາມ (ຕາແສງ ກາດຕຽນ, ແຂວງ ຢາລາຍ) ຖືກດຶງດູດໃຈຍ້ອນສີມ່ວງອັນສົດໃສສວຍງາມຂອງດອກອິນທະນິນທີ່ເບັ່ງບານຢູ່ເທິງເນີນພູສູງ.
ໃນທ້າຍເດືອນກັນຍາ, ຕົ້ນດອກອິນທະນິນນັບພັນຕົ້ນທີ່ເກີດຢູ່ເນີນພູຫີນທຳມະຊາດໄດ້ພ້ອມກັນເບັ່ງບານອອກດອກສີມ່ວງ, ສ້າງເປັນແຜ່ນພາບທິວທັດທີ່ສວຍງາມທີ່ສຸດ.
ບໍ່ຄືກັນກັບຕົ້ນດອກອິນທະນິນທີ່ຄຸ້ນເຄີຍ ເຊິ່ງປູກເປັນແຖວຕາມຖະໜົນຫົນທາງ ຫຼື ໃນໂຮງຮຽນ, ດອກອິນທະນິນຢູ່ເຂດເນີນພູແຄມຝັ່ງທະເລຂອງ ກາດຫາຍ ພັດເກີດ ແລະ ເຕີບໃຫຍ່ຕາມທຳມະຊາດ.
ພາຍໃຕ້ແສງແດດສີທອງຂອງເຂດທະເລ, ສີມ່ວງຍິ່ງມີຊີວິດຊີວາຂຶ້ນ, ໂດດເດັ່ນກວ່າໃນທ່າມກາງສີຂຽວອຸ່ມທຸ່ມຂອງພືດພັນ, ປ່ຽນທິວທັດພູເຂົາທີ່ຄຸ້ນເຄີຍໃຫ້ກາຍເປັນທິວທັດທີ່ສວຍງາມດັ່ງໃນຝັນ.
ຕາມລຸງ ຫວໍເກ້ເມື່ອຍ, ຊາວບ້ານທີ່ດຳລົງຊີວິດຢູ່ຕີນພູ ກາດຫາຍ, ຕາມປົກກະຕິ, ດອກອິນທະນິນມັກຈະອອກດອກພຽງປີລະເທື່ອ, ແຕ່ຕົ້ນອິນທະນິນປ່າຢູ່ບໍລິເວນນີ້ ໄດ້ອອກດອກສອງເທື່ອຕໍ່ປີ.
ສີມ່ວງບົວທີ່ສວຍງາມສົດໃສ ທ່າມກາງເຂດພູຜາປ່າໄມ້ທີ່ກວ້າງໃຫຍ່ໄພສານ ໄດ້ເພີ່ມຄວາມງາມ ຂອງເຂດດິນແດນແຄມຝັ່ງທະເລ ຢາລາຍ.
Tag: