ເຂດສຸສານ ຂາຍດິ້ງ - ຂີດໝາຍປະສົມປະສານກັນຂອງວັດທະນະທຳຕາເວັນອອກ ຕາເວັນຕົກ ໃນເຂດມໍລະດົກກຸງເກົ່າ ເຫ້ວ
17/07/2026 08:25
[VOVWORLD] - ເຂດສຸສານ ຂາຍດິ້ງ ບໍ່ພຽງແຕ່ແມ່ນເຂດຝັງສົບຂອງເຈົ້າຊີວິດອົງທີ 12 ຂອງສະໄໝລາດຊະວົງ ຫງວຽນ ເທົ່ານັ້ນ ຫາກຍັງແມ່ນສິ່ງພິສູດໃຫ້ເຫັນວິວັດການສະສົມແລກປ່ຽນວັດທະນະທຳໃນຕົ້ນສະຕະວັດທີ 20, ສ່ອງແສງໃຫ້ເຫັນການພົບປະລະຫວ່າງວິຈິດສິນທີ່ເປັນມູນເຊື້ອຂອງ ຫວຽດນາມ ກັບການອອກແບບສະຖາປັດຕະຍາກຳຂອງ ເອີລົບ ແລະ ອາຊີ ອີກດ້ວຍ.
ໂດຍຕັ້ງຢູ່ເຂດເນີນພູ ເຈົາຈື້, ຫ່າງຈາກໃຈກາງນະຄອນ ເຫ້ວ ປະມານ 10 ກມ, ເຂດສຸສານ ຂາຍດິ້ງ (ອືງລັງ) ແມ່ນກິດຈະກຳສຸສານທີ່ເປັນເອກະລັກສະເພາະທີ່ສຸດຂອງສະໄໝລາດຊະວົງ ຫງວຽນ. ໂດຍໄດ້ຮັບການກໍ່ສ້າງແຕ່ປີ 1920 ຮອດປີ 1931, ນີ້ແມ່ນກິດຈະກຳດຽວຂອງລາຊະວົງ ຫວຽດນາມ ທີ່ນຳໃຊ້ວັດສະດຸກໍ່ສ້າງນຳມາຈາກຕ່າງປະເທດ, ຄື: ຊີມັງ, ເຫຼັກກ້າ, ແກ້ວສີ...
ໂດຍບໍ່ນຳໃຊ້ໄມ້ ຫຼື ແຜ່ນຫີນຄືບັນດາເຂດສຸສານລາດຊະວົງ ສະໄໝກ່ອນ, ລະບົບຂັ້ນໄດ ແລະ ຮາວລະບຽງມັງກອນໄດ້ຫຼໍ່ດ້ວຍເບຕົງຝັງເຫຼັກ - ເຊິ່ງເປັນເຕັກນິກທັນສະໄໝທີ່ສຸດໃນຄາວນັ້ນ ທີ່ຫາກໍ່ນຳເຂົ້າຈາກ ເອີລົບ.
ເບິ່ງລວມແລ້ວ, ອືງລັງ ໄດ້ຕັ້ງຢູ່ເຂດມີທິວທັດທຳມະຊາດພູພາປ່າໄມ້ທີ່ສວຍງາມ ທັງສະຫງ່າຜ່າເຜີຍຄືດັ່ງຄວາມປາດຖະໜາຂອງເຈົ້າຊີວິດ ຂາຍດິ້ງ.
ຢູ່ເຂດເດີ່ນເຂົ້າເຝົ້າເຈົ້າຊິວິດ ບາຍດິງ, ມີຮູບປັ້ນດ້ວຍຫີນ 2 ແຖວ ຢືນເຝົ້າເຂດສຸສານ.
ທຽນດິ້ງກຸງ ຢູ່ຊັ້ນ 5, ສູງທີ່ສຸດຢູ່ເຂດສຸສານ. ນີ້ແມ່ນແຫ່ງສະແດງໃຫ້ເຫັນສິລະປະຄວັດສະຫຼັກດິນເຄືອບ, ດິນເຜົາຂອງ ຫວຽດນາມ ທີ່ບັນລຸຈຸດສຸດຍອດຂອງຄວາມສະຫງ່າລາສີທີ່ສຸດ.
ບັນດາລາຍລະອຽດຄວັດສະຫຼັກດ້ວຍດິນເຄືອບ, ດິນເຜົາ ແລະ ແກ້ວໄດ້ເຮັດດ້ວຍມືທັງໝົດ, ສ້າງເປັນບັນດາເຂດປະດັບປະດາທີ່ມີຊີວິດຊີວາ, ສ່ອງແສງລະດັບວິຈິດສິນພະລາດຊະວັງ ຫວຽດນາມ ໃນຕົ້ນສະຕະວັດທີ 20.
ເຈົ້າຊີວິດ ຂາຍດິ້ງ (1916 – 1925) ແມ່ນເຈົ້າຊີວິດອົງທີ 12 ຂອງສະໄໝລາດຊະວົງ ຫງວຽນ ແລະ ແມ່ນອົງສຸດທ້າຍທີ່ກໍ່ສ້າງເຂດສຸສານ, ກະກຽມໃຫ້ແກ່ເວລາ “ສິ້ນພະຊົນ” ຂອງເຈົ້າຊີວິດອົງໜຶ່ງ.
ໂດຍມີຄວາມແຕກຕ່າງກັບເຂດສຸສານສ່ວນຫຼາຍຂອງບັນດາເຈົ້າຊີວິດລາດຊະວົງ ຫງວຽນ, ອືງລັງ ຂອງເຈົ້າຊີວິດ ຂາຍດິ້ງ ແມ່ນກໍລະນີພິເສດ ເມື່ອບ່ອນຝັງສົບ ຢູ່ໃຕ້ຮູບປັ້ນທີ່ໄດ້ລໍ່ດ້ວຍທອງໃນ ທຽນດິ້ງກຸງ.
ມາຮອດປະຈຸບັນ, ເຂດນີ້ຍັງເປີດປະຕູເພື່ອຕ້ອນຮັບແຂກມາຢ້ຽມຢາມ, ຊ່ວຍໃຫ້ມະຫາຊົນມີໂອກາດສຳຜັດກັບໜຶ່ງໃນບັນດາຈຸດທີ່ເປັນເອກະລັກສະເພາະຂອງການອອກແບບສະຖາປັດຕະຍາກຳ ແລະ ພິທີຊາປະນາກິດສົບໃນສະໄໝລາດຊະວົງ ຫງວຽນ.
ຜ່ານການເວລາ, ເຂດສຸສານ ຂາຍດິ້ງ ຍັງສືບຕໍ່ຮັກສາໄດ້ບັນດາຄຸນຄ່າປະຫວັດສາດ, ສິລະປະ ແລະ ວັດທະນະທຳ, ປະກອບສ່ວນແຜ່ກະຈາຍພາບພົດຂອງ ຫວຽດນາມ ທີ່ເຂັ້ມຂຸ້ນໄປດ້ວຍສີສັນໄປເຖິງເພື່ອນມິດສາກົນ ຜ່ານວິວັດການເດີນທາງຄົ້ນຫາເຂດມໍລະດົກກຸງເກົ່າ ເຫ້ວ.
Tag: