ໂດຍຮັບດຳລົງຕຳແໜ່ງບັນນາທິການຂອງ VOV Sonata-FM89 ທັງເປັນກຽດ ແລະ ກໍ່ແມ່ນສິ່ງທ້າທາຍສຳລັບນັກສິລະປິນ violoncelle ນາງ ຫງວຽນທູກຸກ, ຜູ້ທີ່ພວມເຮັດວຽກຢູ່ພະແນກວັນນະຄະດີ - ສິລະປະ - ດົນຕີ (VOV3).
"ເຮັດແນວໃດເພື່ອໃຫ້ບັນດາບັນນາທິການ ໃນທຸກລາຍການສາມາດເຊື່ອມຕໍ່ນຳກັນ ແລະ ສ້າງລາຍການເປັນເອກະພາບດ້ວຍເວລາອອກອາກາດ 24 ຊົ່ວໂມງ? ພວກຂ້າພະເຈົ້າໄດ້ສ້າງແຜນການໃນໄລຍະສັ້ນ ກໍ່ຄືໃນໄລຍະຍາວ ເພື່ອສາມາດເຊື່ອມຕໍ່ດ້ານເນື້ອໃນ ສ້າງເປັນລາຍການໃຫຍ່ຮັບໃຊ້ທ່ານດ້ວຍບັນດາເນື້ອໃນທີ່ມີຄຸນນະພາບດີທີ່ສຸດ".
VOV Sonata-FM 89 ໄດ້ຮັບການຄົ້ນຄວ້າຢ່າງລະອຽດເພື່ອຈັດດົນຕີໃຫ້ເໝາສົມກັບອາລົມຈິດຂອງຜູ້ຟັງໃນມື້ໜຶ່ງ: ຕອນເຊົ້າສົດຊືິ່ນດ້ວຍ "ສຽງຂອງດວງຕາເວັນ" ຕໍ່ຈາກນັ້ນແມ່ນ "ສຽງດົນຕີແຫ່ງເທບນິຍາຍ" ເຊີດຊູບັນດານັກປະພັນເພງທີ່ມີຊື່ສຽງ. ຕອນທ່ຽງແມ່ນຈຸດເວລາພັກຜ່ອນ, ຢ່ອນອາລົມດ້ວຍສຽງດົນຕີ "ແຫ່ງຄວາມຮູ້ສຶກ", ໃນຂະນະທີ່ຕອນທ້າຍຂອງມື້ແມ່ນສະເໜີບັນດາຜົນງານດົນຕີ Jazz. ນອກຈາກນັ້ນ, ຍັງມີການຖ່າຍທອດການສະແດງປະສານສຽງດົນຕີປະສານສຽງສົດ ຫຼື ບັນທຶກສຽງຢູ່ທີ່ "ໂຮງລະຄອນດົນຕີ" (Concert Hall), ຕອບສະໜອງຄວາມຕ້ອງການຮັບຟັງຂອງຜູ້ຟັງໄດ້ຢ່າງເຕັມທີ່. ທ່ານ ເຈິ່ນເຍິດບັ່ງ, ຮອງຫົວໜ້າພະແນກວັນນະຄະດີ - ສິລະປະ - ດົນຕີ (VOV3), ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຄັດເລືອກ ແລະ ຄົ້ນຄວ້າເນື້ອໃນ, ກອບລາຍການທັງໝົດໂດຍອີງໃສ່ ຈາກຊ່ອງຕ່າງປະເທດຕ່າງໆ, ທັງຮັບເອົາບັນດາຈຸດທີ່ເປັນເອກກະລັກສະເພາະ, ພ້ອມກັນນັ້ນກໍ່ເຮັດແນວໃດເພື່ອໃຫ້ເໝາະສົມກັບມະຫາຊົນຜູ້ທີ່ມັກຮັກດົນຕີ ຫວຽດນາມ ແລະ ວິທີການຜະລິດຂອງວິທະຍຸກະຈາຍສຽງ ຫວຽດນາມ. ໃນໄລຍະຜ່ານມາ, ບັນດານັກຊ່ຽວຊານຕ່າງປະເທດກໍ່ໄດ້ມາແລກປ່ຽນຄຳຄິດຄຳເຫັນ, ນຳເອົາບັນດາຜົນງານມໍລະດົກວັດທະນະທຳກ່ຽວກັບດົນຕີຂອງສາກົນ ກໍ່ຄືຄວາມເປັນເອກະລັກສະເພາະຂອງດົນຕີ ຫວຽດນາມ ມາສູ່ມະຫາຊົນຜູ້ທີ່ມັກຮັກດົນຕີ.”
ຕາມທ່ານ ຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ, ໃນໄລຍະເວລາກວ່າ 80 ປີທີ່ຮ່ວມເດີນທາງພ້ອມກັບປະເທດຊາດ, ດົນຕີຍາມໃດກໍ່ແມ່ນສ່ວນໜຶ່ງທີ່ສຳຄັນໃນສີສັນທີ່ເປັນເອກະລັກສະເພາະຂອງວິທະຍຸກະຈາຍສຽງ ຫວຽດນາມ. ສະນັ້ນ, VOV Sonata-FM89 ຈຶ່ງຖືກສ້າງຂຶ້ນມາເພື່ອສືບທອດມູນເຊື້ອ ທັງມີຈິດໃຈຂອງຍຸກສະໄໝໃໝ່: ເປັນມືອາຊີບໃນການຜະລິດ, ເຕັກໂນໂລຢີທີ່ທັນສະໄໝກວ່າ, ເປີດກວ້າງການຮ່ວມມືໃຫ້ຫຼາຍກວ່າ ແລະ ມີຫົວຄິດປະດິດສ້າງກວ່າໃນວິທີເຂົ້າເຖິງມະຫາຊົນ
“ເປົ້າໝາຍຂອງຊ່ອງດັ່ງກ່າວແມ່ນຮັບໃຊ້ຈຸດປະສົງຄວາມຕ້ອງການ ດ້ານດົນຕີຂອງມະຫາຊົນ ຫວຽດນາມ ກໍ່ຄືປະກອບສ່ວນຮັບໃຊ້ເປົ້າໝາຍສ້າງພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂຸ້ມໄປດ້ວຍສີສັນຂອງຊາດ ຕາມເນື້ອໃນຈິດໃຈມະຕິເລກທີ 80 ຂອງກົມການເມືອງ. ໃນໄລຍະປະມານສາມເດືອນ, ພວກຂ້າພະເຈົ້າໄດ້ຮີບເຮັ່ງປຶກສາຫາລືກັບນັກຊ່ຽວຊານສາກົນເພື່ອສ້າງກອບລາຍການ, ເຊີນບັນດານັກຊ່ຽວຊານສາກົນມາບຳລຸງສ້າງໃຫ້ຖັນແຖວນັກຂ່າວ, ບັນນາທິການ, ຊອກຫາແຫຼ່ງກ່ຽວກັບລິຂະສິດດົນຕີທັງຢູ່ພາຍໃນ ແລະ ຕ່າງປະເທດ…”
ໃນອະນາຄົດ, VOV Sonata-FM89 ຍັງມຸ່ງໄປເຖິງການຮ່ວມມືກັບບັນດາຫົວໜ່ວຍສິລະປະຈັດບັນດາລະບົບດົນຕີ, ງານມະໂຫລານດົນຕີຢູ່ພາຍໃນ ແລະ ຕ່າງປະເທດ, ຜ່ານນັ້ນ, ກໍ່ຫຼໍ່ລ້ຽງຄວາມ ຕ້ອງການຮັບຟັງດົນຕີຄລາສສິກ, ຍົກສູງຊີວິດທາງດ້ານຈິດໃຈຂອງມະຫາຊົນ ຫວຽດນາມ./.








