ເລື່ອງຍອດ​ວົງ​ເງິ​ນ​ການ​ສົ່ງ​ອອກ​ນຳ​ເຂົ້າ​ສິນ​ຄ້າ​ຂອງ ຫວຽດ​ນາມ ເປັນ​ຄັ້ງ​ທຳ​ອິດ ລື່ນ​ກາຍ​ລະ​ດັບ 1000 ຕື້ USD ໃນ 10 ເດືອນ​ຕົ້ນ​ປີ 2026 ບໍ່​ພຽງ​ແຕ່​ສ້າງ​ສະ​ຖ​ີ​ຕິ​ໃໝ່​ກ່ຽວ​ກັບ​ຂອບ​ຂະ​ໜາດ​ການ​ຄ້າ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ແຮງ​ຜັກ​ດັນ​ໃຫ້​ແກ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ. ໝາກ​ຜົນ​ນີ້​ຢັ້ງ​ຢືນ​ຄວາມ​ສາ​ມາດ​ການ​ຜະ​ລິດ, ເຊື່ອມ​ໂຍງ ແລະ ຄວາມ​ສາ​ມາດ​ປັບ​ຕົວ​ຂອງວິ​ສາ​ຫະ​ກິດ ຫວຽດ​ນາມ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຳ​ຮຽກ​ຮ້ອງວາງ​ອອກ​ໃນ​ປັດ​ຈຸ​ບັນ ແມ່ນ​ຕ້ອງ​ຍົກ​ສູງ​ຄຸນນະພາບ​ການ​ເຕີບ​ໂຕ, ມູນ​ຄ່າ​ເພີ່ມ​ພາຍ​ໃນ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງວິ​ສາ​ຫະ​ກິດ ພາຍ​ໃນ​ປະ​ເທດ.

ຕາມ​ຕົວ​ເລກ​ຂອງ​ກົມ​ສົ່ງ​ອອກ​ນຳ​ເຂົ້າ, ກະ​ຊວງ​ອຸ​ດ​ສາ​ຫະ​ກຳ​ການ​ຄ້າ, ໃນ 10 ເດືອນ​ຕົ້ນ​ປີ, ຍອດ​ວົງ​ເງິນ​ການ​ສົ່ງ​ອອກ​ນຳ​ເຂົ້າ​ສິນ​ຄ້າ​ຂອງ ຫວຽດ​ນາມ ຄາດ​ວ່າ​ບັນ​ລຸກວ່າ 1.010 ຕື້ USD, ເພີ່ມ​ຂຶ້ນ 32,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​. ນີ້​ແມ່ນ​ຄັ້ງ​ທຳ​ອິດ ທີ່ຫວຽດ​ນາມ ລື່ນ​ກາຍ 1.000 ຕື້ USD, ໃນ​ຂະ​ນະທີ່​ປີ 2026 ຍັງ​ເຫຼືອ​ສອງ​ເດືອນ​ຈະ​ສິ້ນ​ສຸດ​ລົງ.

ເປີດກວ້າງ​ຂອບ​ຂະ​ໜາດ​ການ​ຄ້າ, ສ້າງ​ແຮງ​ຜັກ​ດັນ​ເຕີບ​ໂຕ​ໃໝ່

ປີ 2007, ເມື່ອ ຫວຽດ​ນາມ ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ (WTO), ຍອດ​ວົງ​ເງິນ​ການ​ນຳ​ເຂົ້າ​ສົ່ງ​ອອກໃໝ່​ບັນ​ລຸ​ປະ​ມານ 100 ຕື້ USD, ພາຍຫຼັງ​ເວ​ລາ​ເກືອບ 20 ປີ, ຕົວ​ເລກ​ນີ້ ໄດ້​ເພີ່ມ​ຂຶ້ນທົບ 10 ເທົ່າ. ຈາກ​ລະ​ດັບ 500 ຕື້ USD ປີ 2019 ຂຶ້ນເປັນ 900 ຕື້ USD ໃນ​ປີ 2025 ແລະ ລື່ນ​ກາຍ 1000 ຕື້ USD ໃນ​ປີ 2026, ການ​ຄ້າ ຫວຽດ​ນາມ ນັບ​ມື້​ນັບ​ເປີດກວ້າງ, ຢັ້ງ​ຢືນ​ລະ​ດັບ​ເຊື່ອມ​ໂຍງເຂົ້າ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ​ຢ່າງ​ເລິກ​ເຊິ່ງ.

ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ, ດູນ​ການ​ຄ້າ​ພວມ​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ. ພາຍຫຼັງ​ສອງ​ເດືອນ​ທີ່​ມີ​ການ​ສົ່ງ​ອອກ​ເກີນ​ດູນ​ຢ່າງ​ຕໍ່​ເນື່ອງ, ລະ​ດັບມູນຄ່ານຳ​ເຂົ້າ​​ເກີນ​ດູນ​ໄດ້ຫຼຸດ​ລົງຈາກ​ກວ່າ20 ຕື້ USD ລົງເຫຼືອ​ປະ​ມານ 14 ຕື້ USD. ຕີ​ລາ​ຄາ​ກ່ຽວ​ກັບ​ໝາກ​ຜົນ​ນີ້, ທ່ານ ເຈິ່ນ​ຮ່​ວາງ​ເງິນ ນັກ​ຊ່ຽວ​ຊານເສດ​ຖະ​ກິດ ຖື​ວ່າ:

ພວກ​ເຮົາ​ໄດ້​ມີ​ສອງ​ເດືອນ​ຢ່າງ​ລຽນ​ຕິດ ແມ່ນ​ເດືອນ​ກັນ​ຍາ ແລະ ເດືອນ​ຕຸ​ລາ​ມີ​ການ​ສົ່ງ​ອອກ​ເກີນ​ດູນ. ຍ້ອນ​ແນວນັ້ນ, ລະ​ດັບ​ການ​ນຳເຂົ້າ​ເກີດ​ດູນ​ໄດ້ຫຼຸດ​ລົງ​ແຮງ ແລະ ນີ້​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃຫຍ່​ທີ່​ສຸດ ແລະ ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ປັບ​ປຸງ​ດູນ​ການ​ຄ້າ. ຍອດ​ວົງ​ເງິນ​ສົົ່ງ​ອອກ​ນຳ​ເຂົ້າ​ຂອງ ຫວຽດ​ນາມ ບັນ​ລຸ​ໄດ້ 1000 ຕື້ USD, ນຳ​ຫວຽດ​ນາມ ເຂົ້າ​ກຸ່ມ 20 ປະ​ເທດ​ທີ່​ມີ​ຂອບ​ຂະໜາດ​ການ​ຄ້າ​ໃຫຍ່​ທີ່​ສຸດ​ໃນ​ໂລກ. ນີ້​ແມ່ນ​ພະ​ຍານຫຼັກ​ຖານ​ຢັ້ງ​ຢືນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ຖາ​ນະ​ບົດ​ບາດ ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ ຫວຽດ​ນາມ ກໍ່​ຄື​ບົດ​ບາດ​ຂອງ ຫວຽດ​ນາມ​ໃນ​ການ​ຄ້າ​ທົ່ວ​ໂລກ.

ໃນ​ສະ​ພາບ​ການ ຫວຽດ​ນາມ ວາງ​ເປົ້າ​ໝາຍການ​ເຕີບ​ໂຕ​ເສດ​ຖະ​ກິດ​ສູງ, ການ​ສົ່ງ​ອອກ​ນຳ​ເຂົ້າ​ສືບ​ຕໍ່​ແມ່ນ​ແຮງ​ຜັກ​ດັນ​ສຳ​ຄັນ. ການ​ສົ່ງ​ອ​ອກ​ເປີດກ​ສ້າງ​ຕະຫຼາດ, ຊຸກ​ຍູ້​ການ​ຜະ​ລິດ, ສ້າ​ງວຽກ​ເຮັດ​ງານ​ທຳ ແລະ ດຶງ​ດູດ​ການ​ລົງ​ທຶນ. ໃນ​ຂະ​ນະ​ນັ້ນ, ຫວຽດ​ນາມ​ໄດ້​ນຳ​ເຂົ້າ​ເຄື່ອງ​ຈັກ, ວັດ​ຖຸ​ອຸ​ປະ​ກອນ, ເຕັກ​ໂນ​ໂລ​ຢີ ແລະ ວັດ​ຖຸ​ອຸ​ປະ​ກອນ​ສົ້ນ​ເຂົ້າ​ໃຫ້​ການ​ຜະ​ລິດ, ຊ່ວຍ​ວິ​ສາ​ຫະ​ກິດ​ຍົກ​ສູງ​ຄວາມ​ສາ​ມາດ ແລະ ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ການ​ຕະຫຼາດ.

ຍົກສູງມູນ​ຄ່າ ແລະ ກຳ​ລັງ​ແກ້ງ​ແຍ້ງ

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂອບ​ເຂດ​ວົງ​ການ​ໃຫຍ່ ບໍ່​ໝາຍ​ຄວາມ​ວ່າ​ມູນ​ຄ່າ​ເພີ່​ມ​ພາຍ​ໃນ​ປະ​ເທດ​ສູງ. ປັດ​ຈຸ​ບັນ, ຂົງເຂດ​ວິ​ສາ​ຫະ​ກິດ​ມີ​ເງິ​ນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ຍັງ​ກວມ​ເອົາ​ອັດຕາສ່ວນໃຫຍ່​ໃນ​ການ​ເຄື່ອ​ນ​ໄຫວ​ສົ່ງ​ອອກ​ນຳ​ເຂົ້າ. ເພາະ​ສະ​ນັ້ນ, ຄຳ​ຮຽກ​ຮ້ອງ​ທີ່​ວາງ​ອອກ​ແມ່ນ​ຍົກ​ສູງ​ຄວາມ​ສາ​ມາດ​ຂອງວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ, ຊ່ວ​ຍ​ວິ​ສາ​ຫະ​ກິດ ເຂົ້າ​ຮ່ວມ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ​ຢ່າງ​ເລິກ​ເຊິ່ງ. ທ່ານ ຫງວຽນ​ຮຶງ​ຮວນ, ຮອງ​ປະ​ທານ​ອົງ​ການ​ບໍ​ລິ​ຫານ​ສູນ​ກາງ​ການ​ເງິນ​ສາ​ກົນ ຫວຽດ​ນາມ ຢູ່​ນະ​ຄອນ ໂຮ່​ຈີ​ມິນ ວິ​ເຄາະ​ວ່າ:

ວົງ​ເງິນ​​ສົ່ງ​ອອກ​ໃໝ່ ບໍ່​ສ່​ອງ​ແສງ​ຄົບ​ຖ້ວນ​ຄວາມ​ສາ​ມາດ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ ແລະ ມູນ​ຄ່າ​ເຊິ່ງວິ​ສາ​ຫະ​ກິດ ຫວຽດ​ນາມ ພວມ​ດຳ​ເນີນ. ເມື່ອ​ພວກ​ເຮົາ​ຍັງ​ນຳ​ເຂົ້າ​ວັດ​ຖຸ​ດິບ, ເຄື່ອງ​ອາ​ໄຫຼ່ ແລະ ປະ​ຕິ​ບັດ​ວຽກ​ງານ​ປະກອບໂດຍ​ໄວ ​ໝາຍ​ຄວາມ​ວ່າຄວາມ​ສາ​ມາດ​ສ້າງ​ມູນ​ຄ່າເພີ່ມ​ພາຍ​ໃນ​ປະ​ເທດ​ຍັງ​ຈຳ​ກັດ. ເພາະ​ສະ​ນັ້ນ, ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ຕ້ອງ​ເຂົ້າ​ຮ່ວມ​ຂັ້ນ​ຕອນ​ຄົ້ນ​ຄ້​ວາ, ອອກ​ແບບ​ເຄື່ອງ​ອາ​ໄຫຼ່ຫຼັກ, ຊັບ​ສິນ​ທາງ​ປັນ​ຍາ​ຢ່າງ​ເລິກ​ເຊິ່ງ ແລະ ​ມີ​ການຜະ​ລິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ເພື່ອ​ຍົກ​ສູງ​ມູນ​ຄ່າ​ເພີ່ມ, ໄປ​ຄຽງ​ຄູ່​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ, ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ໜູນ​ຊ່ວຍ​ຂອງວິ​ສາ​ຫະ​ກິດ, ຕ້ອງ​ມີ​ບັນ​ດາ​ມາດ​ຕະ​ການ​ຄົບ​ຊຸດ​ຈາກ​ຝ່າຍ​ລັດ. ຢູ່​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ໃນ​ວັນ​ທີ 30 ຕຸ​ລາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ວັນ​ທັ້ງ ເນັ້ນ​ໜັກ​ວ່າ:

ປັດ​ຈຸ​ບັນ, ລັດ​ຖະ​ບານ​ພວມ​ສຸມ​ໃສ່​ຕິດ​ຕາມຢ່າງໃກ້ຊິດບັນດາກໍ​ລະ​ນີ​ເພື່ອ​ຊີ້​ນຳ, ແກ້​ໄຂ​ບັນ​ດາ​ຂໍ້​ຕັດ​ຂັດ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ; ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ​ເຂົ້າ​ດຳ​ເນີນ​ງານ​ທຳ​ການ​ຜະ​ລິດ​, ດຳ​ເນີນ​ທຸ​ລະ​ກິດ​ໂດຍ​ໄວ; ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ຮັກ​ສາ ແລະ ຫັນ​ຕະຫຼາ​ດ​ເປັນຫຼາຍ​ຮູບ​ແບບ, ເປີດກວ້າງ​ໃບ​ສັ່ງ​ຊື້​ສິນ​ຄ້າ ແລະ ຍົກ​ສູງ​ມູນ​ຄ່າ​ເພີ່ມ.

ການ​ລື່ນ​ກາຍ​ລະ​ດັ​ບ 1000 ຕື້ USD ແມ່ນ​ຂີດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ​ຂອງ ຫວຽດ​ນາມ. ແຕ່​ຄວາມ​ໝາຍ​ຍິ່ງ​ໃຫຍ່ກວ່າ​ຂອງ​ຂີດ​ໝາຍ​ນີ້ນອນ​ໃນ​ຄວາມ​ສາ​ມາ​ດ​ຫັນ​ປ່ຽນ​ຂອບ​ຂະ​ໜາດ​ກາ​ນ​ຄ້າ​ກາຍ​ເປັນ​ຄວາມ​ສາ​ມາດ​ຜະ​ລິດ, ມູນ​ຄ່າ​ເພີ່ມ ແລະ ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ຈາກ​ການ​ເປີດກວ້າງວົງ​ເງິນ​ຕະຫຼອດ​ຮອດ​ຄວາມ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ, ຈາກ​ການ​ເຂົ້າ​ຮ່ວມ ຕະຫຼອດ​ຮອດ​ການ​ຍົກ​ສູງ​ທີ່​ຕັ້ງ​ໃນ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ, ນັ້ນ​ແມ່ນທິດ​ກ້າວ​ເດີນ​ ເພື່ອ​ໃຫ້​ການ​ສົ່ງ​ອອກ​ນຳ​ເຂົ້າ​ກາຍ​ເປັນ​ແຮງ​ຜັກ​ດັນ​ໃຫ້​ແກ່​ເປົ້າ​ໝາຍ​ການ​ເຕີບ​ໂຕ​ໂດຍ​ໄວ ແລະ ຍືນ​ຍົງ​ຂອງ ຫວຽດ​ນາມ.