VOV WorldVOV World
ຮ່າໂນ້ຍ ໝູນໃຊ້ທ່າໄດ້ປຽບ, ພັດທະນາຜະລິດຕະພັນທ່ອງທ່ຽວຍາມກາງຄືນ
05/12/2023 09:55
(VOVWORLD) -ໄລ່ຮອດໝົດເດືອນ ພະຈິກ, ນະຄອນຫລວງຮ່າໂນ້ຍ ໄດ້ຕ້ອນຮັບນັກທ່ອງທ່ຽວ 22,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 32,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ລວມຍອດລາຍຮັບຈາກນັກທ່ອງທ່ຽວຄາດວ່າບັນລຸປະມານ 84.250 ຕື້ດົ່ງ (ກວ່າ 3.46 ຕື້ USD), ເພີ່ມຂຶ້ນ 58.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເພື່ອສືບຕໍ່ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາ ຮ່າໂນ້ຍ ໃນໄລຍະຈະມາເຖິງ, ຂະແຫນງທ່ອງທ່ຽວຂອງນະຄອນໄດ້ ແລະ ພວມຜັນຂະຫຍາຍບັນດາຜະລິດຕະພັນທ່ອງທ່ຽວຍາມກາງຄືນ. ນອກຈາກນຳເອົາການບໍລິການທີ່ຫຼາກຫຼາຍ, ເປັນເອກະລັກ ແລະ ມີຄຸນນະພາບມາໃຫ້ນັກທ່ອງທ່ຽວແລ້ວ, ການພັດທະນາການທ່ອງທ່ຽວກາງຄືນຍັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງ.
ຮ່າໂນ້ຍ ໝູນໃຊ້ທ່າໄດ້ປຽບ, ພັດທະນາຜະລິດຕະພັນທ່ອງທ່ຽວຍາມກາງຄືນ
ລາຍການສະແດງສິລະປະ ກ່ຽວກັບສິ່ງຍອດຢ້ຽມຂອງວັດທະນະທຳ ພາກເຫນືອ ໄດ້ດຶງດູດແຂກມາຊົມເປັນຈຳນວນຫລວງຫລາຍ. ພາບ: qdnd.vn     ໃນເດືອນກໍລະກົດ ປີ 2020, ທ່ານ ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຂໍ້ຕົກລົງເລກທີ 1129/ຕລ-ນຍ ຮັບຮອງເອົາແຜນຮ່າງພັດທະນາເສດຖະກິດກາງຄືນຢູ່ ຫວຽດນາມ, ໃນນັ້ນ ໄລຍະທຳອິດແມ່ນສຸມໃສ່ພັດທະນາການທ່ອງທ່ຽວ. ຮ່າໂນ້ຍ ໄດ້ຮັບການຄັດເລືອກເປັນໜຶ່ງໃນບັນດາທ້ອງຖິ່ນປະຕິບັດທົດລອງ. ເມື່ອທຽບໃສ່ກັບບັນດາທ້ອງຖິ່ນອື່ນ, ຮ່າໂນ້ຍ ມີທ່າໄດ້ປຽບຫຼາຍຢ່າງໃນການພັດທະນາການທ່ອງທ່ຽວຍາມກາງຄືນ, ຄື: ລະບົບມໍລະດົກ, ປູຊະນີຍະສະຖານທີ່ໃຫຍ່ໂຕ, ພ້ອມກັບລະບົບບັນດາຄຸນຄ່າວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະ. ນອກນັ້ນ, ຮ່າໂນ້ຍ ຍັງມີລະບົບພື້ນຖານດ້ານວັດຖຸສະດວກ ເພື່ອຮັບໃຊ້ຄວາມຕ້ອງການດ້ານການບັນເທິງ, ອາຫານການກິນ, ໄປຊື້ເຄື່ອງຂອງ, ພັກຜ່ອນ; ພື້ນຖານໂຄງລ່າງເຊື່ອມຕໍ່ບັນດາສະຖານທີ່ທ່ອງທ່ຽວ, ສະຖານທີ່ຢ້ຽມຊົມຫລາຍແຫ່ງ ແລະ ບັນດາການເຄື່ອນໄຫວເສດຖະກິດກາງຄືນ ກໍ່ມີຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ. ຮ່າໂນ້ຍ ຍັງມີຫຼາຍບ່ອນເພື່ອພັດທະນາການທ່ອງທ່ຽວໃນຕອນກາງຄືນ, ນັບທັງພື້ນທີ່ຊຸມຊົນພາຍໃນເຂດຕົວເມືອງ ແລະ ຊານເມືອງ ແລະກຸ່ມສະຖານທີ່ລະຫລິ້ນ ບັນເທີງຢູ່ຕ່າງຫາກ. ທ່ານ ຮອງ ສາດ ສະ ດາ ຈານ , ປອ ບຸ່ຍ ຮ ວ່າຍ ເຊີນ , ກຳ ມະ ການ ຜູ້ ປະ ຈຳ ການ ກຳ ມາ ທິ ການ ວັດ ທະ ນະ ທຳ , ການ ສຶກ ສາ ຂອງ ສະ ພາ ແຫ່ງ ຊາດ ຫວຽດນາມ ຖື ວ່າ : “ ເສດຖະກິດກາງຄືນມີບົດບາດສໍາຄັນຫຼາຍໃນການພັດທະນາການທ່ອງທ່ຽວ . ສະ ນັ້ນ , ຖ້າ ແກ້ ໄຂບັນດາ ບັນຫາ ທີ່ ຕິດ ຂັດກ່ຽວ ຂ້ອງເຖິງດ້ານເສດຖະກິດ ກາງຄືນ ໄດ້ , ກໍ່ ຈະ ສ້າງ ເປັນ ການ ຍູ້ ແຮງ ແລະ ກຳລັງ ແຮງ ໃໝ່ ໃຫ້ ແກ່ ການ ພັດທະນາ ການທ່ອງທ່ຽວ ໃນ ທົ່ວ ປະ ເທດ ເວົ້າ ລວມ , ພິ ເສດ ແມ່ນ ນະຄອນ ຮ່າ ໂນ້ຍ ເມື່ອ ຮ່າ ໂນ້ຍ ກາຍ ເປັນ ນະ ຄອນ ປະ ດິດ ສ້າງໃນ ເຄືອ ຂ່າຍ ນະຄອນ ປະ ດິດ ສ້າງຂອງ UNESCO. ຮ່າ ໂນ້ຍ ກໍ່ ວາງ ຈຸດ ສຸມ ໃນ ການ ໂຄ ສະ ນາ ຄຸນ ຄ່າ ວັດ ທະ ນະ ທຳ . ຍ້ອນ ເຫດ ນັ້ນ , ໄລ ຍະ ຜ່ານ ມາ , ຮ່າ ໂນ້ຍ ໄດ້ ມີ ຄວາມມານະ ພະຍາຍາມ ຫຼາຍ ຢ່າງ ໃນ ການ ພັດທະນາ ເສດຖະກິດ ກາງຄືນ , ຜ່ານ ນັ້ນ ກໍ່ໄດ້ ສ້າງ ທ່າ ໄດ້ ປຽບ ໃຫ້ ແກ່ ການ ພັດທະນາ ຂອງ ນະຄອນຫຼວງ ຈາກ ຄວາມ ສາມາດ ບົ່ມ ຊ້ອນ ຂອງ ເສດຖະກິດ ກາງຄືນ ” . ການປະຕິບັດການທ່ອງທ່ຽວໃນຍາມກາງຄືນຢູ່ ຮ່າໂນ້ຍ ໃນໄລຍະຜ່ານມາ ໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນໃນເບື້ອງຕົ້ນ. ຢູ່ບັນດາຖະໜົນ ໃນຍາມກາງຄືນທີ່ມີຊື່ສຽງຂອງຮ່າໂນ້ຍ... ໄດ້ ແລະ ພວມດຶງດູດນັກທ່ອງທ່ຽວມາສຳຜັດກັບຊີວິດໃນຍາມກາງຄືນທີ່ຟົດຟື້ນ. ຕໍ່ຈາກຜົນສຳເລັດນັ້ນ, ເດືອນ ພະຈິກ ຜ່ານມາ, ພະແນກ ທ່ອງທ່ຽວຮ່າໂນ້ຍ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ຮວ່ານກຽມ ຈັດຕັ້ງພິທີເປີດຕົວ 15 ຜະລິດຕະພັນການທ່ອງທ່ຽວກາງຄືນ ຮ່າໂນ້ຍ. ສິ່ງທີ່ພິເສດແມ່ນບັນດາຜະລິດຕະພັນທ່ອງທ່ຽວຍາມກາງຄືນແມ່ນສຸມໃສ່ຂຸດຄົ້ນບັນດາມໍລະດົກອະລິຍະທຳນັບພັນປີ ທັງລອງ - ຮ່າໂນ້ຍ. ທ່ານນາງ ດັ້ງເຮືອງຢາງ, ຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ ໃຫ້ຮູ້ວ່າ: “ ພວກ ຂ້າພະ ເຈົ້າ ຢາກ ໃຫ້ ນັກ ທ່ອງ ທ່ຽວ ຮູ້ສຶກ ໄດ້ ເຖິງ ຕອນ ຄ່ຳ ຢູ່ ຮ່າ ໂນ້ຍ ແມ່ນສວຍ ງາມ ແນວ ໃດ , ຢາກ ໃຫ້ ນັກ ທ່ອງ ທ່ຽວ ຢູ່ ທຸກ ແຖບ ຖິ່ນ ຂອງ ປະ ເທດ ແລະ ນັກ ທ່ອງ ທ່ຽວ ສາກົນ ມາ ຮ່າ ໂນ້ຍ ມີຄວາມ ຮັກ ແພງ ຕໍ່ ຮ່າ ໂນ້ຍ ຫລາຍ ກວ່າ ເກົ່າ ແລະ ຮູ້ສຶກ ເຖິງ ບັນຍາກາດ ຍາມ ກາງຄືນ ຂອງ ຮ່າ ໂນ້ຍ , ມັນແຕກ ຕ່າງ ກັບ ຕອນ ກາງ ເວັນ . ໃນ ຍາມ ກາງ ເວັນ , ຮ່າ ໂນ້ຍ ແມ່ນ ສະຖານ ທີ່ ທີ່ ຄຶກ ຄື້ນ , ເປັນ ນະ ຄອນ ທີ່ ມີ ປູ ຊະ ນີ ຍະ ສະ ຖານ , ມໍລະດົກຫລາຍ ແຫ່ງ ແລະ ມີ ວັດທະນະທຳ ທີ່ ອຸດົມສົມບູນ . ໃນຕອນກາງຄືນ , ພວກເຮົາຈະເຫັນພື້ນທີ່ທີ່ແຕກຕ່າງກັນ , ເປັນບ່ອນສະຫງົບງຽບ , ແຕ່ກໍ່ມີສະຖານທີ່ຟົດ ຟື້ນ ທີ່ ສຸດ ” . ເຂດຄຸ້ມຖະຫນົນເກົ່າ ແລະ ອ້ອມໜອງ ຮວ່ານກ໋ຽມ ໄດ້ຮັບຖືວ່າແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວສາກົນເປັນຈຳນວນຫຼວງຫຼາຍໃນໄລຍະຜ່ານມາ. ພາບ: hanoimoi.vn ຕາມການຕີລາຄາຂອງ ພະແນກທ່ອງທ່ຽວ ຮ່າໂນ້ຍ, ເຂດຄຸ້ມຖະຫນົນເກົ່າ ແລະ ອ້ອມໜອງ ຮວ່ານກ໋ຽມ ໄດ້ຮັບຖືວ່າແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວສາກົນເປັນຈຳນວນຫຼວງຫຼາຍໃນໄລຍະຜ່ານມາ. ເຂດນີ້ເຕົ້າໂຮມຫລາຍຮ້ານອາຫານ, ໂຮງແຮມ, ການບໍລິການຊື້ເຄື່ອງຂອງ, ສະຖານທີ່ບັນເທິງໃນຍາມກາງຄືນ ແລະ ທ້າຍອາທິດ, ໄດ້ປະກອບສ່ວນເພີ່ມທະວີຄວາມດຶງດູດໃຫ້ແກ່ການທ່ອງທ່ຽວຢູ່ນະຄອນຫຼວງ ຮ່າໂນ້ຍ. ທ່ານ ຟ້າມຕວນລອງ, ປະທານຄະນະກຳມະການປະຊາຊົນເມືອງ ຮວ່ານກ໋ຽມ ໃຫ້ຮູ້ວ່າ: “ ນັກ ທ່ອງ ທ່ຽວ ຕ່າງ ປະ ເທດ ມັກ ຂຶ້ນ ແຜນພັກຢູ່ບໍລິເວນ ເມືອງ ຮວ່ານ ກຽມ ໃນ ໄລ ຍະ ດຳ ເນີນ ກິດ ຈະ ກຳ ຢູ່ ຖະໜົນ ຄົນ ຍ່າງ . ນີ້ ກໍ່ ແມ່ນ ໜຶ່ງ ໃນ ບັນດາ ການ ເຄື່ອນ ໄຫວ ຊຸກຍູ້ ຄວາມ ຕ້ອງການ ດ້າຍ ການທ່ອງທ່ຽວ . ບົດບາດ ແລະ ການ ປະກອບສ່ວນ ຂອງ ບັນດາ ຮູບ ແບບ ຢູ່ຖະໜົນ ຄົນຍ່າງ ເມືອງ ຮວ່ານກ໋ຽມ ສຳ ລັບ ການ ທ່ອງ ທ່ຽວ ນະຄອນຫຼວງ ແມ່ນ ໃຫຍ່ ຫຼວງ . ໄດ້ ມີ ຫຼາຍ ຮູບ ແບບ , ການ ພົບ ປະ ແລກ ປ່ຽນ ວັດ ທະ ນະ ທຳ ແລະ ກິດ ຈະ ກຳ ໄດ້ຈັດ ຂຶ້ນ ຢູ່ ສະ ຖານ ທີ່ ເຫຼົ່າ ນີ້ ” . ຮ່າໂນ້ຍ ວາງຄາດໝາຍຕ້ອນຮັບນັກທ່ອງທ່ຽວປະມານ 25,5 ລ້ານເທື່ອຄົນໃນປີຫນ້າ, ເພີ່ມຂຶ້ນ 13,3% ເມື່ອທຽບໃສ່ປີນີ້. ເພື່ອບັນລຸໃຫ້ໄດ້ສິ່ງນັ້ນ, ການພັດທະນາເສດຖະກິດໃນຍາມກາງຄືນແມ່ນມາດຕະການທີ່ສໍາຄັນ. ການສ້າງເຂດວັດທະນະທຳ ແລະ ການອອກແບບບັນດາລາຍການທ່ອງທ່ຽວໃໝ່ຈາກບັນດາຜະລິດຕະພັນທ່ອງທ່ຽວຍາມກາງຄືນບໍ່ພຽງແຕ່ສ້າງຄວາມມ່ວນຊື່ນ ບັນເທິງເທົ່ານັ້ນ ຫາກຍັງສ້າງຜະລິດຕະພັນໃຫມ່ອ່ຽມທີ່ແຕກຕ່າງເມື່ອທຽບໃສ່ການທ່ອງທ່ຽວແບບດັ້ງເດີມ, ຜ່ານນັ້ນ ກໍ່ປະກອບສ່ວນສ້າງປະສິດທິຜົນສູງໃນຍຸດທະສາດພັດທະນາເສດຖະກິດກາງຄືນຂອງ ຮ່າໂນ້ຍ.
TAG
VOV/VOVworld/ນັກທ່ອງທ່ຽວ/ຍາມກາງຄືນ/ທ່ອງທ່ຽວ ຮ່າໂນ້ຍ