VOV WorldVOV World
ຮ່າຢາງ ເພີ່ມທະວີການລົງທຶນພື້ນຖານໂຄງລ່າງຄົມມະນາຄົມເພື່ອພັດທະນາເສດຖະກິດ
21/05/2024 09:31
(VOVWORLD) - ກໍ່ສ້າງ ແລະ ປັບປຸງຕາຫນ່າງຄົມມະນາຄົມເຊື່ອມຕໍ່ໃຫ້ສຳເລັດສົມບູນ ແມ່ນຫນຶ່ງໃນ ສາມບຸກທະລຸໂດຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ອາຍຸການ 2020 -2025 ໄດ້ກຳນົດເພື່ອຊຸກຍູ້ການພັດທະນາຂອງແຂວງ ຮ່າຢາງ. ສະນັ້ນ ທາງແຂວງ ໄດ້ ແລະ ພວມສຸມໃສ່ລະດົມທຸກແຫລ່ງກຳລັງໃຫ້ແກ່ການລົງທຶນພັດທະນາພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່. ມີຫລາຍໆໂຄງການກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມໂດຍແຂວງ ຮ່າຢາງ ໄດ້ຜັນຂະຫຍາຍໃນໄລຍະຜ່ານມາ ປະກອບສ່ວນແກ້ໄຂຈຸດອຸດຕັນກ່ຽວກັບຄົມມະນາຄົມ, ສ້າງກຳລັງຫນູນຊຸກຍູ້ການດຶງດູດການລົງທຶນ, ພັດທະນາເສດຖະກິດສັງຄົມ, ເປັນປະຖົມປັດໄຈເພື່ອໃຫ້ ຮ່າຢາງ ບືນຕົວຂຶ້ນພັດທະນາຢ່າງແຮງ.
ຮ່າຢາງ ເພີ່ມທະວີການລົງທຶນພື້ນຖານໂຄງລ່າງຄົມມະນາຄົມເພື່ອພັດທະນາເສດຖະກິດ
  ເດືອນ ຕຸລາ ປີ 2023 ໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ຕວຽນກວາງ - ຮ່າຢາງ ໄລຍະ 1 ໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການ. ພາບ: Nguyễn Tùng     ດ້ວຍບົດບາດ, ທີ່ຕັ້ງແມ່ນແຂວງຊາຍແດນ, ຈຸດເລີ່ມຕົ້ນຂອງກ້ຳເຫນືອ ໃນໄລຍະຜ່ານມາ, ແຂວງ ຮ່າຢາງ ແມ່ນທ້ອງຖິ່ນໄດ້ຮັບຄວາມເອົາໃຈໃສ່ ລົງທຶນ, ຍົກລະດັບພື້ນຖານໂຄງລ່າງສ້າງລະບົບຄົມມະນາຄົມທີ່ລຸລ່ວງ, ເພີ່ມລັກສະນະເຊື່ອມຕໍ່, ເປີດພື້ນທີ່ພັດທະນາໃຫມ່. ແຂວງໄດ້ປະກາດໃຊ້ມະຕິວ່າດ້ວຍການບຸກທະລຸການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ ໄລຍະປີ 2021 – 2025 ແລະ ຮອດປີ 2030, ໃນນັ້ນ ສຸມໃສ່ບຸລິມະສິດ, ລະດົມແຫລ່ງກຳລັງຜັນຂະຫຍາຍປະຕິບັດບັນດາໂຄງການຄົມມະນາຄົມຈຸດສຸມ, ມີລັກສະນະເຊື່ອມຕໍ່ເຂດພູສູງ. ທ່ານນາງ ຮ່າທິມິງແຫ້ງ, ຮອງປະທານ ຄະນະກຳມະການປະຊາຊົນແຂວງ ຮ່າຢາງ ໃຫ້ຮູ້ວ່າ:  “ ໂດຍ ປະ ຕິ ບັດ ແລະ ຫັນ ຫ ນ້າ ທີ່ ບຸກ ທະ ລຸ ກ່ຽວ ກັບ ການ ພັດ ທະ ນາ ລະ ບົບ ພື້ນ ຖາ ນ ໂຄງ ລ່າງ ຄົມ ມະ ນາ ຄົມ ໃຫ້ ເປັນ ລະ ອຽດ , ພວກ ຂ້າ ພະ ເຈົ້າ ໄດ້ ປະ ຕິ ບັດ ຕາມ ທັດ ສະ ນະ ແມ່ນ ເພີ່ມ ທະ ວີ ການ ລະ ດົມ ແລະ ຈັດ ແບ່ງ ນຳ ໃຊ້ ບັນ ດາ ແຫລ່ງ ກຳ ລັງ ໃຫ້ ມີ ປະ ສິດ ທິ ຜົນ ເພື່ອ ພັດ ທະ ນາ ລະ ບົບ ພື້ນ ຖານ ໂຄງ ລ່າງ ຄົມ ມະ ນາ ຄົມ ຕາມ ທິດ ຄົບ ຊຸດ , ທັນ ສະ ໄຫມ , ຮັບ ໃຊ້ ໃຫ້ ແກ່ ການ ພັດ ທະ ນາ ເສດ ຖະ ກິດ ສັງ ຄົມ ຢ່າງ ສູງ ສຸດ ແລະ ຮັບ ປະ ກັນ ການ ປ້ອງ ກັນ ຊາດ ປ້ອງ ກັນ ຄວາມ ສະ ຫງົບ ຂອງ ແຂວງ ” . ເດືອນ ຕຸລາ ປີ 2023, ໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ຕວຽນກວາງ - ຮ່າຢາງ ໄລຍະທີ 1 ໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການ. ນີ້ແມ່ນກິດຈະກຳມີລັກສະນະຕັດສິນຊີ້ຂາດການພັດທະນາເສດຖະກິດ ສັງຄົມຂອງແຂວງ ຮ່າຢາງ, ປະກອບສ່ວນສ້າງແລວພັດທະນາເສດຖະກິດຈາກນະຄອນຫລວງ ຮ່າໂນ້ຍ ແລະ ເຂດທົ່ງພຽງແມ່ນ້ຳແດງໄປຫາບັນດາແຂວງ ພູດອຍທາງພາກເຫນືອ. ທ່ານ ດ່າວງອັກຮວັນ ຫົວໜ້າຜູ້ບັນຊາການ ບ້ວງປະມູນເລກ 3 ການສ້າງຕິດຕັ້ງ, ສັງກັດບໍລິສັດໃຫຍ່ Vinaconex, ກໍ່ສ້າງໄລຍະທາງຕອນແຕ່ ຫວິງຕູຍ - ບັກກວາງ ໃຫ້ຮູ້ວ່າ:  “ ຫົ ວ ຫ ນ່ວຍ ພວກ ຂ້າ ພະ ເຈົ້າ ໄດ້ ຊອກວິ ທີ ແລະ ຜັນ ຂະ ຫ ຍາຍ ບັນ ດາ ມາດ ຕະ ການ ປະ ຕິ ບັດ ການກໍ່ ສ້າງ ໃຫ້ ດີ ທີ່ ສຸດ ເພື່ອ ດຳ ເນີນ ການກໍ່ສ້າງ ທາງ 3 ຜຽນ /ມື້ຢ່າງ ຕໍ່ ເນື່ອງ , ຮັບ ປະ ກັນ ວຽກ ງານ ຈັດ ແບ່ງວັດ ສະ ດຸ ໃນ ສາຍ ທາງນີ້ ຢ່າງ ສະ ດວກກໍ່ ຄື ຮັບ ປະ ກັນ ຄວາມ ປອດ ໄພ ຄຸນ ນະ ພາບ ແລະ ຄວາມ ຄືບ ຫ ນ້າ ໃຫ້ ແກ່ ບ້ວງ ປະ ມູນ ” . ພ້ອມກັບໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ຕວຽນກວາງ - ຮ່າຢາງ ໄລຍະທີ 1, ບັນດາໂຄງການຍົກລະດັບ 7 ສາຍທາງເຊື່ອມຕໍ່ພາຍໃນແຂວງກໍ່ເປັນການຢັ້ງຢືນໃຫ້ເຫັນຄວາມສຳຄັນຂອງແຜນນະໂຍບາຍກ່ຽວກັບການບຸກທະລຸກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມຂອງແຂວງ ຮ່າຢາງ.  ນີ້ແມ່ນບັນດາສາຍທາງສຳຄັນ ບໍ່ພຽງແຕ່ເຊື່ອມຕໍ່ຈາກນະຄອນ ຮ່າຢາງ ໄປຍັງບັນດາເມືອງເທົ່ານັ້ນ ຫາກຍັງເຊື່ອມຕໍ່ເຂດຊາຍແດນ, ຮັບໃຊ້ການຂົນສົ່ງສິນຄ້າ, ພັດທະນາການທ່ອງທ່ຽວຢ່າງສະດວກອີກດ້ວຍ. ທ່ານ ຫງວຽນກຽນເກື່ອງ, ປະທານ ຄະນະກຳມະການປະຊາຊົນ ຕາແສງ ຢູຢ່າ ເມືອງ ອຽນມິງ ແຂວງ ລາວກາຍ ໃຫ້ຮູ້ວ່າ:  “ ແຂວງ ໄດ້ ລົງ ທຶນກໍ່ ສ້າງ ທັງ ໝົດ ລະ ບົບ ຄົມ ມະ ນາ ຄົມ ຈາກ ຮ່ າ ຢາງ ໄປ ເຖິງ ດົ່ງ ວັນ, ແມ່ວ ວາກ, ອຽນ ມິງ ໃຫ້ ມີ ຄວາມ ສະ ດວກ . ບັນ ດາ ເສັ້ນ ທາງນີ້ ແມ່ນ ສວຍ ງາມ ດຶງ ດູດ ນັບ ມື້ ນັບ ມີ ນັກ ທ່ອງ ທ່ຽວ ຫລາຍໆ ຄົນ ມາ ຢ້ຽມ ຢາມ ຮ່າ ຢາງ ” . ຄຽງຄູ່ກັບ ຫໍພິພິທະພັນແຂວງ, ສະຫນາມຫລວງ 26 ມີນາ, ອ່າງເກັບປັບລະດັບນ້ຳ ແມ່ນ້ຳໂລ, ສວນສາທາລະນະຕົ້ນໄມ້ຂຽວ, ບັນດາກິດຈະກຳອື່ນໄດ້ສ້າງເປັນລະບົບຈຸດເດັ່ນຂອງຕົວເມືອງ ນຳມາເຊິ່ງໂສມຫນ້າໃຫມ່, ສີຂຽວ ມີສີສັນ ແລະ ທັນສະໄຫມໃຫ້ແກ່ ນະຄອນ ຮ່າຢາງ. ດ້ວຍທິດນຳ ລັດ ແລະ ປະຊາຊົນພ້ອມກັນເຮັດ, ສູ້ຊົນຮອດປີ 2025 ມີ 100% ບ້ານຢູ່ເຂດຊາຍແດນມີເສັ້ນທາງຄົມມະນາຄົມບັນລຸມາດຖານຊົນນະບົດໃຫມ່. ທ່ານ ຫງວຽນວັນເຊີນ ປະທານຄະນະກຳມະການປະຊາຊົນ ແຂວງ ຮ່າຢາງ ຢືນຢັນວ່າ:  “ດ້ວຍກົນໄກລັດ ແລະ ປະຊາຊົນພ້ອມກັນເຮັດ, ພວກຂ້າພະເຈົ້າໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງຄົມມະນາຄົມໃຫ້ແກ່ບັນດາຕາແສງຊາຍແດນເພື່ອໃຫ້ມີລະບົບຄົມມະນາຄົມບັນລຸມາດຖານຊົນນະບົດໃຫມ່. ດ້ວຍການພັດທະນາພື້ນຖານໂຄງລ່າງຄົມມະນາຄົມທີ່ມີຄວາມໝາຍສຳຄັນທີ່ສຸດ ເປີດເງື່ອນໄຂພັດທະນາເສດຖະກິດສັງຄົມ ຢ່າງໝັ້ນຄົງເຂັ້ມແຂງໃຫ້ແຂວງຮ່າຢາງ”. ທ່ານ ຫງວຽນວັນເຊີນ, ປະທານ ຄະນະກຳມະການ ປະຊາຊົນ ແຂວງ ຮ່າຢາງ. ພາບ:Kim Tiến ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມຢູ່ ຮ່າຢາງ ແມ່ນທິດກ້າວເດີນອັນຖືກຕ້ອງ, ບຸກທະລຸຂອງແຂວງ ຮ່າຢາງ ເພື່ອແນໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງຢ່າງສຸດຂີດ, ຮັດແຄບຊ່ອງຫວ່າງການພັດທະນາລະຫວ່າງເຂດພູດອຍ ແລະ ເຂດທົ່ງພຽງ. ພາບພົດກ່ຽວກັບເຄືອຂ່າຍຄົມມະນາຄົມຢູ່ບໍລິເວນແຂວງ ຮ່າຢາງ ໄດ້ ແລະ ພວມມີສີສັນອັນສົດໃສໃຫມ່, ຜ່ານການກໍ່ສ້າງສຳເລັດບັນດາຄາດໝາຍໂຄງການກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມຈຸດສຸມເຊື່ອມຕໍ່ຊື່ງໄດ້ວາງອອກ. ນີ້ແມ່ນພື້ນຖານ ແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ແຂວງ ຮ່າຢາງ ສືບຕໍ່ພັດທະນາຢ່າງວ່ອງໄວ, ເຂັ້ມແຂງກວ່າໃນໄລຍະຈະມາເຖິງ.
TAG
VOV/VOVworld/ຄົມມະນາຄົມ/ພື້ນຖານໂຄງລ່າງ/ກໍ່ສ້າງເສັ້ນທາງຄວາມໄວສູງ