ແຂວງ ດ້ຽນບຽນ ຂຸດຄົ້ນ ທ່າໄດ້ປຽບເພື່ອພັດທະນາການທ່ອງທ່ຽວ
02/04/2024 10:56
(VOVWORLD) -ແຂວງ ດ້ຽນບຽນ ພວມມານະພະຍາຍາມພັດທະນາການທ່ອງທ່ຽວໂດຍອີງໃສ່ເສົາຄ້ຳຫລັກເຊັ່ນ: ການທ່ອງທ່ຽວປະຫວັດສາດ, ຈິດວິນຍານ; ທ່ອງທ່ຽວຊອກຮູ້ສີສັນວັດທະນະທຳຊົນເຜົ່າ, ຢ້ຽມຊົມທິວທັດທຳມະຊາດ. ແຂວງ ໄດ້ກຳນົດການພັດທະນາທ່ອງທ່ຽວໃຫ້ກາຍເປັນຂະແຫນງເສດຖະກິດປາຍແຫລມ; ສ້າງກຳລັງຫນູນໃຫ້ແກ່ການເຕີບໂຕ ແລະ ຫັນປ່ຽນອົງປະກອບເສດຖະກິດຂອງທ້ອງຖິ່ນ.

ຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ. ພາບ:VOV ຫໍພິພິທະພັນໄຊຊະນະດ້ຽນບຽນຝູ ຢູ່ ນະຄອນ ດ້ຽນບຽນຝູ ແມ່ນຈຸດນັດພົບທີ່ບໍ່ອາດຂາດໄດ້ໃນການມາທ່ຽວຊົມ ດ້ຽນບຽນ ຂອງນັກທ່ອງທ່ຽວ. ກຳລັງດຶງດູດໃຈຂອງຫໍພິພິທະພັນ ແມ່ນພາບແຕ້ມ Panorama ບັ້ນຮົບ ດ້ຽນບຽນຝູ ແມ່ນພາບແຕ້ມໃຫຍ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ກໍ່ແມ່ນຫນຶ່ງໃນພາບແຕ້ມ 3 ແຜ່ນໃຫຍ່ກວ່າໝູ່ຢູ່ໃນໂລກ. ໃນພາບແຕ້ມນີ້ ທັງໝົດຮູບພາບ, ເຫດການໄດ້ເຕົ້າໂຮມ, ເຊື່ອມຈອດຢ່າງຕໍ່ເນື່ອງຕາມການຜັນແປຂອງບັ້ນຮົບ, ສ້າງໃຫ້ຜູ້ຊົມມີການສັງເກດກ່ຽວກັບບັ້ນຮົບຢ່າງຄົບຖ້ວນ ແລະ ມີຊີວິດຊີວາຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນໄຊຊະນະດ້ຽນບຽນຝູ ກ່ອນນີ້ 70 ປີ (1954-2024). ນາງ ກ່ຽວທິຈາງ, ນັກທ່ອງທ່ຽວມາຈາກ ນະຄອນ ເຊີນລາ ແຂວງ ເຊີນລາ ແບ່ງປັນວ່າ: “ຂ້າພະເຈົ້າຮູ້ສຶກ ຕື້ນ ຕັນໃຈ ແລະ ເອກອ້າງທະນົງໃຈເມື່ອມາຢາມແຫ່ງນີ້. ບັນດາຮູບພາບຢູ່ທີ່ນີ້ໄດ້ຊ່ວຍໃຫ້ຕົນເອງມີຄວາມເຂົ້າໃຈກ່ຽວກັບຄວາມຫຍຸ້ງຍາກລຳບາກ, ການສູນເສຍອັນໃຫຍ່ຫລວງຊື່ງຄົນລຸ້ນກ່ອນໄດ້ເສຍສະຫລະເພື່ອຍາດເອົາສັນຕິພາບມາໃຫ້ພວກເຮົາຄືໃນປະຈຸບັນ; ຂ້າພະເຈົ້າປາດຖະຫນາວ່າ ຈະມີຫລາຍໂອກາດໄດ້ກັບຄືນມາແຫ່ງນີ້ເພື່ອຊອກຮູ້ຢ່າງເລິກເຊິ່ງກ່ວາກ່ຽວກັບປະຫວັດສາດອັນສະຫງ່າລາສີ ຊື່ງຄົນລຸ້ນກ່ອນໄດ້ປະໄວ້ໃຫ້” . ໂດຍແມ່ນເຂດດິນແດນທີ່ເຕັມໄປດ້ວຍສີສັນວັດທະນະທຳບັນດາເຜົ່າ ແລະ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງໃນການພັດທະນາການທ່ອງທ່ຽວຊີວະພາບ, ພັກຜ່ອນບຳລຸງສຸຂະພາບ, ທ່ອງທ່ຽວຊຸມຊົນ ສະນັ້ນ ນອກຈາກການທ່ອງທ່ຽວຊອກຮູ້ປະຫວັດສາດແລ້ວ, ແຂວງ ດ້ຽນບຽນ ຍັງໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງຕິດພັນກັບສີສັນວັດທະນະທຳທ້ອງຖິ່ນ. ພົ້ນເດັ່ນແມ່ນງານບຸນດອກບານ ຊື່ງໄດ້ຈັດຕັ້ງໃນກາງເດືອນ ມີນາ ທຸກປີ ພ້ອມກັບການເຄື່ອນໄຫວວັດທະນະທຳ ອັນໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຢາມແຂວງ ດ້ຽນບຽນ ເປັນຈຳນວນຫລວງຫລາຍ. ໂດຍມີການປ່ຽນແປງໃນວິທີເຮັດການບໍລິການທ່ອງທ່ຽວ ສະນັ້ນ ປີກາຍນີ້ ເປັນຄັ້ງທຳອິດທີ່ ແຂວງ ດ້ຽນບຽນ ຕ້ອນຮັບນັກທ່ອງທ່ຽວມາທ່ຽວຊົມ, ທັດສະນະສຶກສາ ເປັນຈຳນວນ 1 ລ້ານເທື່ອຄົນ
TAG
VOV/VOVworld/ໄຊຊະນະດ້ຽນບຽນຝູ/ຫໍພິພິທະພັນ/ພາບແຕ້ມ
Related



.jpg)




