ເພີ່ມການເຊື່ອມຕໍ່ - ພັດທະນາທ່າກຳປັ່ນສີຂຽວ
28/11/2023 08:53
(VOVWORLD) -ການພັດທະນາ, ການເຊື່ອມຕໍ່ຮູບແບບທ່າກຳປັ່ນສີຂຽວ ແມ່ນທ່າອ່ຽງນອນໃນລະບົບການບໍລິການ logistics ຢູ່ ຫວຽດນາມ ເຊິ່ງໄດ້ຮັບການປະຕິບັດທົດລອງນັບແຕ່ປີນີ້, ກ່ອນທີ່ຈະກາຍເປັນມາດຖານທີ່ນຳໃຊ້ແບບບັງຄັບໃນຫລັງປີ 2030. ໃນທ່າອ່ຽງນັ້ນ ບັນດາແຂວງ, ນະຄອນ ໃນເຂດທາງທິດຕາເວັນອອກພາກໃຕ້ ແມ່ນສະຖານທີ່ມີຫລາຍທ່າໄດ້ປຽບດ້ານການຂົນສົ່ງທາງທະເລ, ໄດ້ ແລະ ພວມຕັ້ງຫນ້າຜັນຂະຫຍາຍຕາມຮູບແບບດຸ່ນດ່ຽງລະຫວ່າງຄວາມຕ້ອງການການພັດທະນາເສດຖະກິດ ແລະ ປົກປັກຮັກສາສິ່ງແວດລ້ອມ.

ທ່າກຳປັ່ນສາກົນ Gemalink. ພາບ: TTXVN ທ່າກຳປັ່ນສີຂຽວ ຢູ່ ຫວຽດນາມ ໄດ້ຮັບການກໍ່ສ້າງໂດຍອີງໃສ່ 6 ໝວດມາດຖານຕົ້ນຕໍ ລວມມີ: ຄວາມຮັບຮູ້ກ່ຽວກັບທ່າກຳປັ່ນສີຂຽວ; ການນຳໃຊ້ຊັບພະຍາກອນ; ການຄຸ້ມຄອງຄຸນນະພາບສິ່ງແວດລ້ອມ; ການນຳໃຊ້ພະລັງງານ; ການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ; ການຫລຸດຜ່ອນການປ່ອຍອາຍພິດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ. ເພື່ອໃຫ້ພິຈາລະນາຮັບຮອງເອົາທ່າກຳປັ່ນສີຂຽວ, ທ່າກຳປັ່ນທະເລຕ້ອງບັນລຸໃຫ້ໄດ້ຢ່າງຫນ້ອຍສຸດ 60% ມາດຖານດັ່ງກ່າວ. ທ່າກຳປັ່ນ ເຕີນກ໋າງ - ກາດລາຍ ນະຄອນ ຖູດຶກ, ນະຄອນ ໂຮ່ຈີມິນ ແມ່ນທ່າກຳປັ່ນແຫ່ງທຳອິດຢູ່ ຫວຽດນາມ ທີ່ໄດ້ຮັບນາມມະຍົດແມ່ນ ທ່າກຳປັ່ນສີຂຽວຂອງສະພາເຄືອຂ່າຍການບໍລິການທ່າກຳປັ່ນ ອາຊີ - ປາຊີຟິກ (APEC) ໃນປີ 2018. ນີ້ແມ່ນທ່າກຳປັ່ນໃຫຍ່ ແລະ ທັນສະໄໝທີ່ສຸດຢູ່ ຫວຽດນາມ ດ້ວຍເນື້ອທີ່ເດີນ 160 ເຮັກຕາ ແລະ ຂົວທ່າກວ່າ 2.000 ແມັດ, ອຸປະກອນຈັດຊັບຊ້ອນ ແລະ ເຕັກໂນໂລຊີການຄຸ້ມຄອງທີ່ກ້າວໜ້າ, ໄດ້ຈັດອັນດັບໃນ 21 ທ່າກຳປັ່ນຄອນເທນເນີ ໃຫຍ່ ແລະ ທັນສະໄໝ ໃນໂລກ. ຢູ່ ແຂວງ ບ່າເຮ໊ຍ - ຫວູເຕົາ ປີ 2021, ທ່າກຳປັ່ນສາກົນ ເຕີນກ໋າງ - ກ່າຍເເມບ ໄດ້ຮັບລາງວັນທ່າກຳປັ່ນສີຂຽວປີ 2020 ຈາກສະພາເຄືອຂ່າຍການບໍລິການທ່າກຳປັ່ນ APEC ມອບລາງວັນນີ້, ກາຍເປັນທ່າກຳປັ່ນແຫ່ງທີ 2 ຂອງ ຫວຽດນາມ ທີ່ໄດ້ຮັບລາງວັນນີ້. ຕາມທ່ານ ບຸ່ຍວັນກູຍ, ປະທານສະຫະສະມາຄົມທ່າກຳປັ່ນອາຊີຕາເວັນອອກສ່ຽງໃຕ້ແລ້ວ, ຂະແຫນງຂົນສົ່ງທາງທະເລກວມເອົາປະມານ 3% ຂອງການປ່ອຍອາຍພິດກາກບອນທົ່ວໂລກ, ປ່ອຍ CO2 ກວ່າ 940 ລ້ານໂຕນໃນແຕ່ລະປີ. ສະນັ້ນ, ທ່າອ່ຽງພັດທະນາທ່າກຳປັ່ນຕາມມາດຖານສີຂຽວແມ່ນຄວາມຮຽກຮ້ອງຕ້ອງການ. ເຖິງຢ່າງໃດກໍຕາມ, ເລື່ອງຫັນທ່າກຳປັ່ນທະເລຢູ່ຫວຽດນາມ ເປັນສີຂຽວ ຍັງຄົງປະສົບກັບຄວາມຫຍຸ້ງຍາກ, ຍ້ອນການລົງທຶນກໍ່ສ້າງພື້ນຖານໂຄງລ່າງເພື່ອປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນ ແລະ ຮັບມືກັບບັນດາເຫດການເຄື່ອນໄຫວທາງທະເລຢູ່ທ່າກຳປັ່ນຍັງມີຄວາມຈຳກັດ, ຕ້ອງມີແຫຼ່ງທຶນຢ່າງຫຼວງຫຼາຍ. ເພື່ອແກ້ໄຂບັນຫານີ້, ທ່ານນາງ ຟ້າມທິບິກເຫ້ວ ປະທານບໍລິສັດ Western Pacific ໄດ້ວິເຄາະວ່າ: “ ທຳ ອິດແມ່ນ ການ ກຳ ນົດທິດ ການ ລົງທຶນ ພື້ນຖານ ຈາກ ລັດຖະບານ , ດຶງ ດູດ ນັກ ລົງທຶນ ເຂົ້າ ບັນດາ ໂຮງງານ ແລະ ລະບົບ ຕ່າງໆ , ເມື່ອ ມີ ແຫລ່ງ ສິນ ຄ້າ ພຽງພໍ ກໍ່ ຈະ ດຶງ ດູດ ບໍ ລິ ສັດ ກຳປັ່ນ ຂົນ ສົ່ງ ເຂົ້າ ທຽບ ທ່າ ກຳ ປັ່ນ . ກ່ຽວ ກັບ ຄວາມ ຕ້ອງການ , ທ່າ ກຳ ປັ່ນ ທະ ເລ ບໍ່ ພຽງ ແຕ່ ຮັບ ໃຊ້ ການ ນຳ ເຂົ້າ ແລະ ສົ່ງ ອອກ ສິນຄ້າ ເທົ່າ ນັ້ນ , ຫາກ ດ້ວຍ ຝັ່ງ ທະ ເລທີ່ ຍາວ ຢຽດ ຂອງ ຫວຽດນາມ , ການ ເຊື່ອມ ຕໍ່ ບັນດາ ທ້ອງ ຖິ່ນ ໃນ ເຂດ ຜ່ານ ບັນ ດາ ທ່າ ກຳ ປັ່ນ ທະ ເລ ແມ່ນ ສຳຄັນ ທີ່ ສຸດ ແລະ ເປັນ ປັດ ໄຈ ສຳຄັນ ຫລັກ ແຫລ່ງ . ສະນັ້ນ , ຂ້າພະ ເຈົ້າ ຄິດ ວ່າ ການ ລົງທຶນ ຢູ່ ບັນດາ ທ່າ ກຳ ປັ່ນ , ພື້ນຖານ ໂຄງ ລ່າງ ທ່າ ກຳ ປັ່ນ ບໍ່ ພຽງ ແຕ່ ສຸມ ໃສ່ບັນດາ ນັກ ລົງທຶນເອກະ ຊົນ , ວິ ສາ ຫະກິດເອ ກະ ຊົນ ຫລື ຕ່າງປະ ເທດ ເທົ່າ ນັ້ນ , ຫາກ ຍັງ ຕ້ອງກຳ ນົດ ທິດ ລົງທຶນ ເບື້ອງ ຕົ້ນ ຈາກ ລັດຖະບານ ເພື່ອ ສ້າງ ຄວາມ ດຶງ ດູດ ” . ປະຕູອອກເຂົ້າ ທ່າກຳປັ່ນສາກົນ ລອງອານ: ພາບ:Nguyễn Vỹ ນອກຈາກຄວາມມານະພະຍາຍາມ “ຫັນເປັນສີຂຽວ”, ທ່າອ່ຽງເຊື່ອມຕໍ່ລະບົບທ່າກຳປັ່ນສີຂຽວກັບລະບົບການຂົນສົ່ງທາງນ້ຳຍັງຊ່ວຍຊຸກຍູ້ທ່າໄດ້ປຽບຂອງການຂົນສົ່ງສິນຄ້າຢູ່ຫວຽດນາມ. ຕົວຢ່າງ, ພາຍຫຼັງ 8 ປີທີ່ນຳເຂົ້າເຄື່ອນໄຫວ, ທ່າກຳປັ່ນສາກົນ ລອງອານ ໄດ້ມີຫລາຍບາດກ້າວບຸກທະລຸໃນການຂົນສົ່ງທາງນ້ຳ, ຢືນຢັນເປັນສູນກາງຂອງການນຳເຂົ້າ ແລະ ສົ່ງອອກສິນຄ້າເທື່ອລະກ້າວ, ປະກອບສ່ວນສ້າງປະຖົມປັດໄຈເພື່ອເປີດກວ້າງແລວທາງ logistics ທາງນ້ຳພາຍໃນ, ເຊື່ອມຈອດເສດຖະກິດຂອງບັນດາແຂວງແຄມທະເລໄປຍັງບັນດາແຂວງທາງທິດຕາເວັນຕົກພາກໃຕ້. ທ່ານ ຫວໍກວກທັງ, ປະທານສະພາບໍລິຫານກຸ່ມບໍລິສັດ ດົ່ງເຕີມ, ໃຫ້ຮູ້ວ່າ “ ໂຄງການກໍ່ສ້າງທ່າກຳ ປັ່ນ ລອງອານ ບໍ່ພຽງແຕ່ຮັບໃຊ້ໃຫ້ ແຂວງ ລອງອານ ເທົ່ານັ້ນ , ຫາກຍຸດທະສາດຂອງພວກຂ້າ ພະ ເຈົ້າແມ່ນໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງຢູ່ ພາກ ໃຕ້ອ ີກ ດ້ວຍ . ໃນ ປີ ຈະ ມາ ເຖິງ , ພວກ ຂ້າພະ ເຈົ້າ ຈະ ສືບ ຕໍ່ ຍູ້ ແຮງໂຄງການ ລະ ບົບ ຂົນ ສົ່ງ ທາງ ນ້ຳ , ຂົນ ສົ່ງ ສິນຄ້າ ຢູ່ ເຂດ ທົ່ງພຽງ ແມ່ ນ້ຳຂອງ ດ້ວຍ ບັນດາ ເສັ້ນທາງ ສາຍ ນ້ຳ ທີ່ ມີ ລາຄາ ຕ່ຳ , ແກ່ງ ແຍ້ ງກັບ ທາງບົກ , ປະກອບສ່ວນ ເພື່ອ ໃຫ້ ບັນດາ ວິ ສາ ຫະກິດ ໃນ ເຂດ ທົ່ງພຽງ ແມ່ ນ້ຳຂອງ ເສຍ ຄ່າ ລາຍ ຈ່າຍ ໃຫ້ຕ່ຳ ທີ່ ສຸດ ”. ຕາມທ່ານນາງ ໂຮ່ທິແທງຮວ່າ, ຫົວຫນ້າສະຖາບັນຄົ້ນຄວ້າ ແລະ ພັດທະນາ Logistics ຫວຽດນາມ ແລ້ວ, ເພື່ອກຳແໜ້ນກາລະໂອກາດໃນອະນາຄົດ, ບັນດາແຂວງ, ນະຄອນໃນທົ່ວປະເທດທີ່ມີທ່າກຳປັ່ນທະເລຕ້ອງຄົ້ນຄ້ວາບັນດາຮູບແບບການເຄື່ອນໄຫວບັນດາທ່າກຳປັ່ນຢູ່ໃນໂລກ, ເພີ່ມທະວີການເຊື່ອມຕໍ່ທາງທະເລ. ພິເສດແມ່ນຕ້ອງເພີ່ມທະວີການຫັນເປັນດິຈິຕອນຂອງການບໍລິການ logistics ພັດທະນາທ່າກຳປັ່ນສີຂຽວ ເພື່ອອຳນວຍຄວາມສະດວກແກ່ການເຄື່ອນໄຫວການບໍລິການໃຫ້ແກ່ລູກຄ້າ./.
TAG
VOV/VOVworld/ທ່າກຳປັ່ນ/ທ່າອ່ຽງເຊື່ອມຕໍ່/ພື້ນຖານໂຄງລ່າງ
Related



.jpg)




