ເພີ່ມທະວີການຮັກສາລາຄາສິນຄ້າເປັນປົກກະຕິໃນຊຸມເດືອນທ້າຍປີ
09/11/2012 08:05
ນາຍົກລັດຖະມົນຕີ ຫວຽດນາມ ຫາກໍອອກຄຳສັ່ງກ່ຽວກັບການເພີ່ມທະວີວຽກງານຄຸ້ມຄອງ, ບໍລິຫານ ແລະ ຮັກສາລາຄາສິນຄ້າເປັນປົກກະຕິໃນຊຸມເດືອນທ້າຍປີ 2012

(vovworld)- ນາຍົກລັດຖະມົນຕີ ຫວຽດນາມ ຫາກໍອອກຄຳສັ່ງກ່ຽວກັບການເພີ່ມທະວີວຽກງານຄຸ້ມຄອງ, ບໍລິຫານ ແລະ ຮັກສາລາຄາສິນຄ້າເປັນປົກກະຕິໃນຊຸມເດືອນທ້າຍປີ 2012. ຄຳສັ່ງດັ່ງກ່າວສະເຫນີຕ້ອງຮັບປະກັນການດຸນດຽງລະຫວ່າງການສະຫນອງ ແລະ ຄວາມຕ້ອງການ, ຮັກສາລາຄາສິນຄ້າ, ບໍລິການທີ່ຈຳເປັນທີ່ເປັນປົກກະຕິໃຫ້ແກ່ປະຊາຊົນ,ເປັນຕົ້ນໃນໂອກາດບຸນປີໃຫມ່ໃກ້ຈະມາເຖິງ. ນີ້ແມ່ນການກະທຳອັນຕັ້ງຫນ້າ, ເພື່ອສ້າງເງື່ອນໄຂຊຸກຍູ້ການພັດທະນາການຜະລິດດຳເນີນທຸລະກິດ, ກະຕຸ້ນການໃຊ້ສອຍເພື່ອເພີ່ມກຳລັງຊື້, ແກ້ໄຂສະພາບສິນຄ້າຄ້າງສາງ, ພັດທະນາຕະຫລາດພາຍໃນປະເທດເປັນຕົ້ນແມ່ນປະກອບສ່ວນໂຄສະນາ, ປະຕິບັດບັ້ນຂົນຂວາຍ “ຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ”ຢ່າງມີປະສິດທິຜົນ.
TAG
ຮັກສາລາຄາສິນຄ້າ
Related



.jpg)




