ເພື່ອຈຸດໝາຍບັນລຸວົງເງິນສົ່ງອອກ100 ຕຶ້ USD ໃນປີ 2012.
09/05/2012 10:53
ຍອດວົງເງິນສົ່ງອອກຂອງ ຫວຽດນາມ ໃນໄຕມາດ 1/2012 ຄາດວ່າບັນລຸ 24,5 ຕື້ USD, ເພີ່ມຂຶ້ນເກືອບ 24% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

(vovworld)- ຍອດວົງເງິນສົ່ງອອກຂອງ ຫວຽດນາມ ໃນໄຕມາດ 1/2012 ຄາດວ່າບັນລຸ 24,5 ຕື້ USD, ເພີ່ມຂຶ້ນເກືອບ 24% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ໄດ້ຮັບຖືວ່າ ແມ່ນສັນຍານອັນຕັ້ງຫນ້າ ແລະເປັນຫນ້າຊ່ືນຊົມຂອງພື້ນຖານເສດຖະກິດນັບແຕ່ຕົ້ນປີມາຮອດປະຈຸບັນ. ຄາດໝາຍວາງອອກໃຫ້ແກ່ວົງເງິນສົ່ງອອກຂອງທັງປີ 2012 ແມ່ນບັນລຸ 108,8 ຕຶ້ USD, ຊຶ່ງແມ່ນລະດັບສູງສູດນັບແຕ່ກ່ອນມາຮອດປະຈຸບັນນັ້ນ ພວມມີກາລະໂອກາດ ແລະ ສິ່ງທ້າທາຍຫລາຍຢ່າງ, ໃນສະພາບເສດຖະກິດໂລກກໍຄືຢູ່ພາຍໃນປະເທດພວມປະສົບກັບຄວາມຫຍຸ້ງຍາກ, ການສົ່ງອອກຂອງວິສາຫະກິດພາຍໃນປະເທດພວມມີທ່າອ່ຽງຊັກຊ້າລົງ.
TAG
ສົ່ງອອກສິນຄ້າ
Related



.jpg)




