VOV WorldVOV World
ເສດຖະກິດຫວຽດນາມໃນ 6 ເດືອນ ຕົ້ນປີ 2015: ມຸ່ງໄປເຖິງການພັດທະນາເປັນ ປົກກະຕິ
17/07/2015 08:28
(vovworld)- ພື້ນ​ຖານເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫນ້າ​ໃນ 6 ເດືອນ​ຕົ້ນ​ປີ 2015
ເສດຖະກິດຫວຽດນາມໃນ 6 ເດືອນ ຕົ້ນປີ 2015: ມຸ່ງໄປເຖິງການພັດທະນາເປັນ ປົກກະຕິ
(vovworld)- ພື້ນ​ຖານເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫນ້າ​ໃນ 6 ເດືອນ​ຕົ້ນ​ປີ 2015. ໃນ​ນັ້ນ,  GDP ເພີ່ມ​ຂຶ້ນ​ເກືອບ 6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ ແລະ ແມ່ນ​ລະ​ດັບ​ເພີ່ມ​ຂຶ້ນ​ສູງ​ສຸດ​ນັບ​ແຕ່​ປີ 2011 ມາ​ຮອດ​ປະ​ຈຸ​ບັນ. ຕາມ​ການ​ຄາດ​ຄະ​ເນ​ຊຸມ​ເດືອນ​ທ້າຍ​ປີ​ແລ້ວ, ຫວຽດ​ນາມ ຈະ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ແຕ່​ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ນັ້ນ ຈະ​ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ສູ້​ຊົນ​ເພື່ອ​ດຳ​ເນີ​ນ​ທຸ​ລະ​ກິດ​ປີ 2015​ສຳ​ເລັດ​ຜົນ​. ພາບ​ປະ​ກອບ:internet         3 ຂົງ​ເຂດ​ທີ່ປະ​ກອບ​ສ່ວນ​ໃຫ້​ການ​ເຕີບ​ໂຕ​ຂອງ​ພື້ນ​ຖາ​ນ​ເສດ​ຖະ​ກິດ​ໃນ 6 ເດືອນ​ຜ່ານ​ມາ ​ລ້ວນ​ແຕ່​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໃນ​ນັ້ນ ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ກໍ່​ສ້າງ​ແມ່ນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ສູງ ດ້ວຍລະ​ດັບ ກວ່າ 9%, ການ​ບໍ​ລິ​ການ​ເພີ່ມ​ຂຶ້ນ ກວ່າ 5% ກະ​ສິ​ກຳ, ປ່າ​ໄມ້ ແລະ ສິນ​ໃນ​ນ້ຳ ເພີ່ມ​ຂຶ້ນ​ເກືອບ 2,4%. ດັດ​ຊະ​ນີ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ໃນ​ທົ່ວ​ປະ​ເທດ​ເພີ່ມ​ຂຶ້ນ 9,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສູງກວ່າ​ຫລາຍ​ເມື່ອ​ທຽບ​ໃສ່​ລະ​ດັບ​ເພີ່ມ​ຂຶ້ນ​ຂອງ​ໄລ​ຍະ​ດຽວ​ກັນ​ໃນ 2 ປີ​ມານີ້. ການ​ເຄື່ອນ​ໄຫວ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ໃນ 6 ເດືອນ​ຕົ້ນ​ປີ​ກໍ​ມີ​ສັນ​ຍານ​ຕັ້ງ​ຫນ້າ, ດ້ວຍຈຳ​ນວນ​ວິ​ສາ​ຫະ​ກິດ 45.000 ແຫ່ງຈົດ​ທະ​ບຽນ​ສ້າງ​ຕັ້ງ​, ໃຫມ່ (ເພີ່ມ​ຂຶ້ນ​ນັບ​ທັງ​ຈຳ​ນວນ ແລະ ທຶນ​ຈົດ​ທະ​ບຽນ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັ​ນ​ຂອງ​ປີ​ກາຍ), ປະ​ກອ​ບສ່ວນກວ່າ 60%ໃຫ້​ແກ່ GDP. ນີ້​ແມ່ນ​ສັນ​ຍານ​ດີ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ສະ​ແດງ​ໃຫ້​ເຫັນ​ກາ​ລະ​ໂອ​ກາດ​ການ​ລົງ​ທຶນ, ດຳ​ເນີນທຸ​ລະ​ກິດຂອງວິ​ສາ​ຫະ​ກິດ​ພວມ​ມີ​ການ​ຫັນ​ປ່ຽນ​ຕາມ​ທິດ​ຕັ້ງ​ຫນ້າ. ທ່ານ ຫວູ​ຕຽນ​ໂລກ, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ໃຫ້​ຮູ້​ວ່າ:
TAG
vovworld/ນະ​ໂຍ​ບາຍ​ໄຫວ​ພິບ​