VOV WorldVOV World
ເຊື່ອມຕໍ່ການສະຫນອງໃຫ້ແກ່ຜະລິດຕະພັນກະເສດເຂດພູດອຍແຂວງເທື່ອທຽນເຫ້ວ
21/11/2023 09:00
(VOVWORLD) -ໃນຊຸມປີມໍ່ໆມານີ້, 2 ເມືອງ ພູດອຍຄື ນາມດົງ ແລະ ອາເລືອຍ, ແຂວງ ເທື່ອທຽນເຫ້ວ ໄດ້ຮັກສາບັນດາຕະຫຼາດນັດຢູ່ເຂດພູສູງເປັນປະຈຳໃນທ້າຍອາທິດ ແລະ ທ້າຍເດືອນ. ບັນດາຕະຫຼາດນັດດັ່ງກ່າວ ໄດ້ຊ່ວຍເຊື່ອມຕໍ່ການບໍລິໂພກຜະລິດຕະພັນກະເສດເຂດພູສູງ, ປະກອບສ່ວນອະນຸລັກຮັກສາອາຫານການກິນທີ່ເປັນເອກະລັກສະເພາະຂອງຊາວເຜົ່າສ່ວນໜ້ອຍ ແລະ ຊຸກຍູ້ການທ່ອງທ່ຽວວັດທະນະທຳພື້ນເມືອງຂອງທ້ອງຖິ່ນ.
ເຊື່ອມຕໍ່ການສະຫນອງໃຫ້ແກ່ຜະລິດຕະພັນກະເສດເຂດພູດອຍແຂວງເທື່ອທຽນເຫ້ວ
ຕະຫຼາດນັດຢູ່ເຂດພູສູງ ກາຍເປັນບ່ອນພົບປະຂອງປະຊາຊົນ ແລະ ນັກທ່ອງທ່ຽວ.ພາບ:VOV ໂດຍເດືອນລະ 2 ຄັ້ງ, ເອື້ອຍ ໂຮ່ທິເຮືອງ ຢູ່ຕາແສງ ເຮືອງຝູ, ເມືອງນາມດົງ, ແຂວງເທື່ອທຽນເຫ້ວ ໄດ້ນຳຜັກ ແລະ ໝາກກ້ຽງປອດສານພິດຈາກສວນຂອງຕົນໄປຕະຫຼາດນັດ ນາມດົງ ເພື່ອຂາຍ. ຕະຫຼາດນັດນາມດົງຖືກຈັດຂຶ້ນຢູ່ສູນວັດທະນະທຳເມືອງ, ປະຈຸບັນໄດ້ກາຍເປັນບ່ອນພົບປະຂອງປະຊາຊົນ ແລະ ນັກທ່ອງທ່ຽວ. ເອື້ອຍເຮືອງ ມີຟາມເຮືອນແກ້ວສະເພາະເພື່ອຮັບໃຊ້ການປູກພືດຜັກດ້ວຍນ້ຳ, ພືດຜັກປອດສານພິດເຊັ່ນ: ໝາກໂມ, ໝາກສາລີ້ ແລະ ຜະລິດຕະພັນກະເສດປອດສານພິດ. ທຸກວັນ ເອື້ອຍເຮືອງ ໄດ້ໂຄສະນາຜະລິດຕະພັນກະເສດຜ່ານ Zalo ແລະ Facebook, ແຕ່ຜ່ານຕະຫຼາດນັດ, ນັກທ່ອງທ່ຽວສາມາດຮູ້ໂດຍກົງກ່ຽວກັບຜະລິດຕະພັນຂອງຄອບຄົວ, ເປີດໂອກາດເພື່ອເຊື່ອມຕໍ່ກັບລູກຄ້າທີ່ດີກວ່າ. ເອື້ອຍ ໂຮ່ທິເຮືອງ ແບ່ງປັນວ່າ: “ ຂ້າ ພະ ເຈົ້າຂາຍໝາກໂມ , ຜັກປອດ ສາ ນ ພິດ , ໝາກກ້ວຍ ... ເວົ້າ ລວມ ແລ້ວ ແມ່ນຜະລິດຕະພັນກະເສດ . ມີຕະຫຼາດ ນັດ ນີ້ ລູກຄ້າກໍ່ຫຼາຍຂຶ້ນ . ເຂົ້າຮ່ວມຕະຫຼາດແມ່ນໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດເພາະວ່າຜະລິດຕະພັນກະເສດທີ່ປະຊາຊົນຜະລິດມາໄດ້ແມ່ນປອດ ສານ ພິດ .  ນັກ ທ່ອງ ທ່ຽວ ມາຊື້ ແລະ ຊິມ ກໍ່ ລ້ວນ ແຕ່ ເວົ້າ ວ່າ ແຊບ . ມີຕະຫຼາດນັດ , ກໍ່ ມີນັກທ່ອງທ່ຽວ ມາຫຼາຍຂຶ້ນ ແລະ ນັກທ່ອງທ່ຽວກໍ່ມັກກັບຄືນມາທ່ຽວຫລາຍຂຶ້ນ ” . ຢູ່ຕະຫຼາດນັດ, ບັນດາປະເພດສິນຄ້າທີ່ໄດ້ວາງຂາຍ ແລະ ແນະນຳແມ່ນບັນດາຜະລິດຕະພັນທີ່ເປັນເອກະລັກຂອງທ້ອງຖິ່ນ  ນັບແຕ່ເຄື່ອງຫັດຖະກຳສິລະປະກຳຕະຫລອດຮອດບັນດາຜະລິດຕະພັນພື້ນເມືອງ, ອາຫານຕ່າງໆທີ່ແຂກທ່ອງທ່ຽວນິຍົມ. ເອື້ອຍ ເຈີ່ນທິຫງໍ້, ຢູ່ຕາແສງ ກວາງດ່ຽນ, ແຂວງ ເທື່ອທຽນເຫ້ວ, ໃຫ້ຮູ້ວ່າ: ເມື່ອໄປຕະຫຼາດເຂດພູສູງ, ເມືອງ ນາມດົງ  ກໍ່ຮູ້ສຶກອຸ່ນອ່ຽນໃຈທີ່ສຸດ, ເພາະວ່າບັນດາຜະລິດຕະພັນແມ່ນປະຊາຊົນຜະລິດເອງ, ສະນັ້ນແມ່ນປອດໄພທີ່ສຸດ: ຕາມທ່ານ ຫງວຽນທາຍຮ່າ, ປະທານສະມາຄົມຊາວກະສິກອນເມືອງ ນາມດົງ ແລ້ວ, ເພື່ອຍົກສູງຄຸນນະພາບ, ມູນຄ່າຂອງຜະລິດຕະພັນ ແລະ ສ້າງເປັນການທຳມາຫາກິນທີ່ໝັ້ນຄົງໃຫ້ແກ່ປະຊາຊົນ, ໃນຊຸມປີມໍ່ໆມານີ້, ສະມາຄົມຊາວກະສິກອນເມືອງ ໄດ້ຕັ້ງຫນ້າຂົນຂວາຍບັນດາຄອບຄົວຊາວກະສິກອນຢູ່ບໍລິເວນຜະລິດບັນດາຜະລິດຕະພັນຫລັກຂອງທ້ອງຖິ່ນເຊັ່ນ: ຫມາກກ້ຽງ, ຫມາກກ້ວຍ ແລະ ຫມາກສີດາ ຕາມວິທີການປອດສານພິດ, organic. ທ່ານ ຫງວຽນທາຍຮ່າ ໃຫ້ຮູ້ວ່າ:  “ ເພື່ອ ຮ່ວມ ເດີນ ທາງພ້ອມກັບປະຊາຊົນ , ສະມາຄົມຊາວກະສິກອນເມືອງ ໄດ້ ຕັ້ງ ຫ ນ້າສົມທົບກັບບັນດາຂະແໜງ ເພື່ອໜູນຊ່ວຍການເຊື່ອມຕໍ່ການ ຈຳ ຫ ນ່າຍຜະລິດຕະພັນໃຫ້ແກ່ປະຊາຊົນ . ນັ້ນ ແມ່ນ ຜ່ານ ການ ເຂົ້າ ຮ່ວມ ຕະຫຼາດ ນັດ , ງານ ວາງສະ ແດງ , ແນະນຳ , ໂຄສະນາ ຜະລິດ ຕະພັນ ກະ ເສດ ຢູ່ ບັນດາ ຕະຫຼາດ ນັດ ຂັ້ນ ແຂວງ ແລະ ຕະ ຫລາດ ນັດ ນາມ ດົງ . ຕະຫຼາດນັດ ອາເລືອຍ ຍັງເປັນສະຖານທີ່ສະແດງສິລະປະຂອງຊາວຊົນເຜົ່າສ່ວນຫນ້ອຍ. ພາບ: VOV ກໍ່ເຊັ່ນດຽວກັນກັບຕະຫຼາດ ນາມດົງ, ຕະຫຼາດນັດ ອາເລືອຍ ໄດ້ຈັດຕັ້ງຄືນໃໝ່ບົນພື້ນທີ່ຕະຫຼາດກາງຄືນ ກ່ອນນີ້, ປະຈຸບັນຈັດຂຶ້ນໃນວັນທ້າຍອາທິດຂອງທຸກໆເດືອນ. ນອກຈາກບັນດາຜະລິດຕະພັນກະເສດແລ້ວ, ຕະຫຼາດ ອາເລືອຍ ຍັງມີບັນດາສິນຄ້າທີ່ມີລາຄາແພງຄື: ເຫັດລິ້ນຈື່ໄມ້ກະຈະ, ແຜ່ນແພພື້ນເມືອງ, ນ້ຳເຜິ້ງປ່າ... ລ້ວນແຕ່ແມ່ນຊາວທ້ອງຖິ່ນເຮັດ ແລະ ເກັບມາເອງ, ຮັບປະກັນຄວາມປອດໄພ ແລະ ຫຼັກອະນາໄມດ້ານອາຫານ, ເປັນທີ່ນິຍົມຈາກນັກທ່ອງທ່ຽວ. ຕາມທ່ານ ຫງວຽນວັນຫາຍ, ຮອງປະທານຄະນະກຳມະການປະຊາຊົນເມືອງ ອາເລືອຍ ແລ້ວ, ຜ່ານການຈັດຕັ້ງເປັນຫຼາຍຄັ້ງ, ຕະຫຼາດນັດບໍ່ພຽງແຕ່ຊ່ວຍໂຄສະນາບັນດາຜະລິດຕະພັນກະເສດ, ສິນຄ້າຫລັກຂອງຊົນເຜົ່າສ່ວນໜ້ອຍເທົ່ານັ້ນ, ຫາກຍັງເປີດກວ້າງຕະຫຼາດຈຳຫນ່າຍຜະລິດຕະພັນຂອງປະຊາຊົນອີກດ້ວຍ.  “ ເມືອງ ອາ ເລືອຍ ເຕົ້າ ໂຮມ ວັດທະນະ ທຳ ຂອງ ບັນດາ ຊົນ ເຜົ່າ ທີ່ ດຳລົງ ຊີວິດ ຢູ່ ເຂດ ນີ້ ເພື່ອ ຈັດ ຕັ້ງ ຕະຫຼາດ ນັດ ເຂດ ພູສູງ . ນີ້ ກໍ່ ແມ່ນ ສະຖານ ທີ່ ໂຄສະນາ ບັນດາ ຜະລິດ ຕະພັນ ກະ ເສດ , ສິ ນ ຄ້າ ຫລັກ ຂອງ ປະຊາ ຄົມ ບັນດາ ເຜົ່າ ສ່ວນ ຫ ນ້ອຍ ແລະ ບັນດາ ເຍື່ອງ ອາ ຫານ ພື້ນ ເມືອງ ຂອງ ຊາວ ຊົນ ເຜົ່າ ສ່ວນ ຫ ນ້ອຍ ເພື່ອ ແຜ່ ກະ ຈາຍ ສູ່ ນັກ ທ່ອງ ທ່ຽວ , ຜ່ານນັ້ ນ ກໍ່ຳໄດ້ ສ້າງ ຈຸດ ທີ່ ເປັນ ເອ ກະ ລັກ ສະ ເພາະໃຫ້ ແກ່ ບັນດາ ເຜົ່າ ຢູ່ ບໍ ລິ ເວນ ”. ຕາມທ່ານ ເລຊວນຫາຍ, ຮອງຫົວໜ້າພະແນກຊົນເຜົ່າແຂວງ ເທື່ອທຽນເຫ້ວ ແລ້ວ, ເລື່ອງຈັດຕັ້ງການເຄື່ອນໄຫວຕະຫຼາດນັດແມ່ນໜຶ່ງໃນບັນດາເນື້ອໃນສຳຄັນຂອງໂຄງການເປົ້າໝາຍແຫ່ງຊາດທີ່ແຂວງພວມຜັນຂະຫຍາຍໃນຊຸມປີຜ່ານມາ, ຜ່ານນັ້ນ ກໍ່ຊຸກຍູ້ການດຳເນີນທຸລະກິດ, startup ແລະ ດຶງດູດການລົງທຶນເຂົ້າເຂດຊາວຊົນເຜົ່າຢູ່ເຂດພູດອຍ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ./.
TAG
VOV/VOVworld/ຕະຫຼາດ​ນັດ/ຜະລິດ​ຕະພັນ​ກະ​ເສດ