VOV WorldVOV World
Festival ເຫ້ວ ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ
11/06/2024 08:00
(VOVWORLD) - ຜ່ານ 24 ປີທີ່ຈັດຕັ້ງ, Festival ເຫ້ວແມ່ນງານບຸນວັດທະນະທຳສິລະປະທີ່ມີຂອບຂະຫນາດລະດັບຊາດແລະ ສາກົນ, ປະກອບສ່ວນແນະນຳສິ່ງຍອດຢ້ຽມດ້ານວັດທະນະທຳຂອງເຫ້ວ, ໂຄສະນາສະຖານທີ່ທ່ອງທ່ຽວສວຍງາມ, ປອດໄພ, ໄມຕີຈິດຂອງກຸງເກົ່າເຫ້ວຫວຽດນາມ, ສ້າງກຳລັງຫນູນພັດທະນາເສດຖະກິດ - ສັງຄົມຂອງແຂວງເທື່ອທຽນ - ເຫ້ວ. ຜ່ານແຕ່ລະໄລຍະ, Festivalເຫ້ວນັບມື້ນັບດຶງດູດນັກທ່ອງທ່ຽວຢູ່ພາຍໃນແລະຕ່າງປະເທດມາເຂົ້າຮ່ວມເປັນຈຳນວນຫລວງຫລາຍ.
Festival ເຫ້ວ ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ການພັດທະນາເສດຖະກິດ -  ສັງຄົມຂອງທ້ອງຖິ່ນ
ພິທີໄຂ Festival ເຫ້ວ ປີ  2024. ພາບ: VOV Festivalເຫ້ວ ຈັດຕັ້ງໃນຊ່ວງເວລາຈຸດສຸມຂອງການທ່ອງທ່ຽວລະດູແລ້ງ ແມ່ນໂອກາດທີ່ດີເພື່ອໃຫ້ເຫ້ວ ດຶງດູດນັກທ່ອງທ່ຽວ, ຍົກສູງເຄື່ອງໝາຍການຄ້າ ແລະ ພັດທະນາການທ່ອງທ່ຽວຂອງທ້ອງຖິ່ນ, ຜ່ານນັ້ນ ກໍ່ປະກອບສ່ວນຫລາຍສົມຄວນເຂົ້າໃນໝາກຜົນລວມຂອງຂະແຫນງທ່ອງທ່ຽວທົ່ວແຂວງ. ທ່ານ ຫງວຽນວັນເຟືອງ, ປະທານ ຄະນະກຳມະການປະຊາຊົນ ແຂວງ ເທື່ອທຽນ - ເຫ້ວ ໃຫ້ຮູ້ວ່າ: “ ດ້ວຍບັນດາຕົວເລກສະຖິຕິ ພິເສດແມ່ນການເພີ່ມຂຶ້ນຂອງຈຳນວນນັກທ່ອງທ່ຽວທີ່ມາຢາມ ເຫ້ວ , ອາດເຫັນໄດ້ວ່າ ຜົນໄດ້ຮັບຈາກ Festival ຄັ້ງຕ່າງໆນັ້ນ ໄດ້ປະກອບສ່ວນສ້າງເຄື່ອງໝາຍການຄ້າໃຫ້ ເຫ້ວ. ມາຮອດປັດຈຸບັນ, Festival ຍັງແມ່ນຂົວຕໍ່ການລົງທຶນ. ໂດຍຜ່ານບັນດາຜະ ລິດຕະພັນການທ່ອງທ່ຽວ , ນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ມາຢ້ຽມຢາມ ເຫ້ວ ກໍ່ໄດ້ສ້າງສາຍທ່ອງທ່ຽວກັບບັນດາທ້ອງຖິ່ນໃກ້ຄຽງ . ບັນດາການເຄື່ອນໄຫວຊຸມຊົນ , ບໍລິການຕ່າງໆ ຈະນຳມາຊຶ່ງວຽກເຮັດງານທຳໃຫ້ແກ່ປະຊາຊົນ . ນີ້ແມ່ນໝາກຜົນດ້ານເສດຖະກິດ ຊື່ງພວກຂ້າພະເຈົ້າເຫັນໄດ້ຢ່າງຈະແຈ້ງທີ່ສຸດ ” .   ຢູ່ ເຫ້ວ, 85% ຜະລິດຕະພັນທ່ອງທ່ຽວ ເຫ້ວ ແມ່ນທ່ອງທ່ຽວວັດທະນະທຳມໍລະດົກ, Festivalມີບົດບາດສຳຄັນພິເສດໃນການພັດທະນາເສດຖະກິດ - ສັງຄົມ, ລະອຽດແມ່ນສຳລັບຂົງເຂດທ່ອງທ່ຽວ, ການບໍລິການ. ນັກທ່ອງທ່ຽວມາຢ້ຽມຢາມ ເຫ້ວ ບໍ່ພຽງແຕ່ມາຢ້ຽມຊົມ ກຸງເກົ່າເຫ້ວ ຫາກຍັງຮູ້ໄດ້ຈັກເຖິງບັນດາຜະລິດຕະພັນທ່ອງທ່ຽວທີ່ຫລາກຫລາຍຮູບແບບຂອງທ້ອງຖິ່ນອີກ ຜ່ານການເຄື່ອນໄຫວຕ່າງໆຂອງ Festival ເຫ້ວ. ທ່ານ ຮວ່າງຫວຽດຈູງ, ຜູ້ອຳນວຍການ ສູນ ອະນຸລັກຮັກສາປູຊະນີຍະສະຖານ ກຸງເກົ່າ ເຫ້ວ  ໃຫ້ຮູ້ວ່າ:       “ ພວກຂ້າພະເຈົ້າ ຍາມໃດກໍ່ມານະພະຍາຍາມໃນວຽກງານບູລະນະປະຕິສັງຂອນ ເພື່ອສ້າງຄວາມດູດດຶ່ມສະເພາະໃຫ້ແກ່ບັນດາສະຖານທີ່ທ່ອງທ່ຽວດ້ານວັດທະນະທຳຢູ່ ເຫ້ວເພື່ອດຶງດູດນັກທ່ອງທ່ຽວ . ປະຈຸບັນ ຈຳນວນນັກທ່ອງທ່ຽວ ມາຢ້ຽມຢາມ ເຫ້ວ ກໍ່ຄືຜົນໄດ້ຮັບຈາກ Festival ເຫ້ວໄດ້ດຶງດູດນັກທ່ອງທ່ຽວມາ ເຫ້ວ ແມ່ນຫລວງຫລາຍຄືກັນກັບໄລຍະກ່ອນເກີດໂລກລະບາດໂຄວິດ 19. ພິເສດແມ່ນນັກທ່ອງທ່ຽວຕ່າງປະເທດ . ບັນດາຮູບການທ່ອງທ່ຽວໃຫມ່ທີ່ຕິດພັນກັບ Festival ໄດ້ປະກອບສ່ວນຍູ້ແຮງການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ ” . ໃນຕົວຈິງຜ່ານFestival ຄັ້ງຕ່າງໆສະແດງໃຫ້ເຫັນວ່າໃນຊຸມປີຜ່ານມາ, Festivalເຫ້ວໄດ້ປະກອບສ່ວນຢ່າງຕັ້ງຫນ້າໃນການຊຸກຍູ້ເສດຖະກິດ - ສັງຄົມ, ເພື່ອໃຫ້ແຂວງເທື່ອທຽນ - ເຫ້ວສົມກັບເປັນຫນຶ່ງໃນສູນໃຫຍ່,ເປັນເອກະລັກສະເພາະຂອງທົ່ວປະເທດ, ພາກພື້ນອາຊີຕາເວັນອອກສ່ຽງໃຕ້ກ່ຽວກັບດ້ານວັດທະນະທຳ, ການທ່ອງທ່ຽວ. ທ່ານນາງຫງວຽນມິງຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຖືວ່າ: “ Festival ແມ່ນ ເຫດ ການ ສຳ ຄັນ ເພື່ອ ສ້າງ ບັນ ດາ ກຳ ລັງ ຫ ນູນ ໃຫມ່ , ຊຸກ ຍູ້ ການ ການ ອະ ນຸ ລັກ ຮັກ ສາ , ເສີມ ຂະ ຫ ຍາຍ ບັນ ດາ ຄຸນ ຄ່າ ວັດ ທະ ນະ ທຳ ມໍ ລະ ດົກ , ພ້ອມ ທັງຊຸກ ຍູ້ ການ ພັດ ທະ ນາກ ານ ທ່ອງ ທ່ຽວ , ເສດ ຖະ ກິດ - ສັງ ຄົມຂອງ ເທື່ອ ທຽນ - ເຫ້ວກໍ່ ຄື ບັນ ດາ ແຂວງ ແຄມ ທະ ເລ ພາກ ກາງ . Festival ແມ່ນ ໂອ ກາດ ທີ່ ມີ ຄວາມ ໝາຍ ສຳ ລັບເຫ້ວເພື່ອ ສືບ ຕໍ່ ຊຸກ ຍູ້ ໃຫ້ເຫ້ວສົມ ກັບ ເປັນ ສູນ ວັດ ທະ ນະ ທຳການ ທ່ອງ ທ່ຽວ ທີ່ ເປັນ ເອ ກະ ລັກ ສະ ເພາະ ຂອງຫວຽດ ນາມ . ເຫດ ການນີ້ກໍ່ ເໝາະ ສົມ ທີ່ ສຸດ ເພື່ອ ຜັນ ຂະ ຫ ຍາຍ ບັນ ດາ ການ ກຳ ນົດ ທິດ ບຸ ລິ ມະ ສິດ ພັດ ທະ ນາ ແຂວງເທື່ອ ທຽນ - ເຫ້ວໃນ ໄລ ຍະ ຈະ ມາ ເຖິງ ” . ສຳລັບ Festival ປີ 2024,ຊ່ວງເວລາຈັດພິທີໄຂສັບປະດາ Festival ເຫ້ວ ສິລະປະສາກົນ ເຫ້ວປີ 2024 (7 ມິຖຸນາ ) ໃກ້ກັບຈຸດເວລາໄຂງານບຸນຍິງບັ້ງໄຟດອກສາກົນ ດາຫນັງ ປີ 2024 (8 ມິຖຸນາ ), ສະນັ້ນ ລະຫວ່າງບັນດາທ້ອງຖິ່ນ , ບັນດາວິສາຫະກິດ ໄດ້ມີການຮ່ວມສຳພັນເພື່ອສ້າງການບໍລິການທ່ອງທ່ຽວອີກຫລາຍຢ່າງໃຫ້ແກ່ນັກທ່ອງທ່ຽວຢູ່ບັນດາທ້ອງຖິ່ນ , ເປັນຕົ້ນແມ່ນ ເມື່ອນັກທ່ອງທ່ຽວຢາກໄປທ່ຽວເທື່ອຫນຶ່ງແຕ່ໄດ້ເຂົ້າເຖິງຫລາຍການບໍລິການ, ຫລາຍການເຄື່ອນໄຫວທີ່ມີຄວາມຈັບໃຈຢູ່ຫລາຍສະຖານທີ່ທ່ອງທ່ຽວ . ທ່ານ ຫງວຽນວັນເຟືອງ, ປະທານ ຄະນະກຳມະການປະຊາຊົນ ແຂວງ ເທື່ອທຽນ - ເຫ້ວ. ພາບ:TTXVN ບໍ່ພຽງແຕ່ແມ່ນເຂດດິນທີ່ເຂັ້ມຂົ້ນໄປດ້ວຍຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຊາວຕາເວັນອອກ, ເທື່ອທຽນ - ເຫ້ວ ຍັງແມ່ນເຂດດິນແດນທີ່ມີແຫລ່ງກຳລັງ ແລະ ຄວາມສາມາດບົ່ມຊ້ອນຫລາຍຢ່າງ ເພື່ອດຶງດູດການລົງທຶນພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ. ຕົວເມືອງເຫ້ວ ພວມຢັ້ງຢືນແມ່ນນະຄອນທ່ອງທ່ຽວ, ນະຄອນແຫ່ງ Festival ທີ່ເປັນເອກະລັກຂອງຫວຽດນາມເທື່ອລະກ້າວ.
TAG
VOV/VOVworld/Festival ເຫ້ວ/ພັດທະນາເສດຖະກິດ/ເທື່ອທຽນ - ເຫ້ວ