VOV WorldVOV World
ຫຼາຍການ Start – up ເຕັກໂນໂລຊີ ດຶງດູດໄດ້ແຫຼ່ງການເງິນສີຂຽວ
19/12/2023 11:00
(VOVWORLD) -ດ້ວຍແນວຄວາມຄິດສີຂຽວ, ຫຼາຍຜູ້ປະກອບການທຸລະກິດ Start – up ຢູ່ ນະຄອນ ໂຮ່ຈີມິນ ໄດ້ລະດົມທຶນສຳເລັດຕັ້ງແຕ່ຮອບອອກແນວຄິດໄອເດຍ. ສິ່ງນີ້ໄດ້ຊ່ວຍໃຫ້ວິສາຫະກິດ Start – up ໃໝ່ ຫັນບັນດາໂຄງການສີຂຽວໃຫ້ປະກົດຜົນເປັນຈິງ, ພັດທະນາວິສາຫະກິດ ແລະ ປະກອບສ່ວນຢ່າງແທດຈິງໃຫ້ແກ່ຊຸມຊົນ.
ຫຼາຍການ Start – up ເຕັກໂນໂລຊີ ດຶງດູດໄດ້ແຫຼ່ງການເງິນສີຂຽວ
  ແບັດເຕີຣີຊາຍ (sand battery) ໄດ້ຫັນເປັນການຄ້າ, ເຊິ່ງຈະໃຫ້ຮັບໃຊ້ໃນການເຮັດຄວາມອຸ່ນ, ເຮັດຄວາມເຢັນ ຫຼື ອົບແຫ້ງຊາ, ເຂົ້າ, ກາເຟ…ພາບ: VOV  ດ້ວຍແນວຄວາມຄິດເກັບສະສົມແຫຼ່ງພະລັງງານແສງຕາເວັນ, ພະລັງງານແຮງລົມ ເພື່ອຮັບໃຊ້ການຜະລິດກະສິກຳ ແລະ ດຳລົງຊີວິດ, ອ້າຍ ໂຮ່ຫວຽດຫາຍ ແລະ ໝູ່ອີກ 2 ຄົນໄດ້ຮ່ວມກັນກໍ່ຕັ້ງບໍລິສັດ Alternō, ເຊິ່ງເປັນການ Start – up ທີ່ມີເຕັກໂນໂລຊີເກັບສະສົມພະລັງງານໃຫມ່ພຽງແຕ່ແບັດເຕີຣີຊາຍ (sand battery). ບໍລິສັດໄດ້ເຮັດການການທົດລອງແບັດເຕີຣີຊາຍ ຕັ້ງແຕ່ຕົ້ນປີນີ້ເປັນຕົ້ນມາ.
TAG
VOV/VOVworld/ເຕັກໂນໂລຊີສີຂຽວ/ກຳລັງບົ່ມຊ້ອນ Start – up