VOV WorldVOV World
ຫວຽດນາມ ມານະພະຍາຍາມຟື້ນຟູຂະແຫນງທ່ອງທ່ຽວໃນປີ 2024
02/01/2024 11:23
(VOVWORLD) -ປີກາຍນີ້ ຂະແຫນງທ່ອງທ່ຽວ ຫວຽດນາມ ໄດ້ມີສັນຍານດີຂຶ້ນ. ຍອດຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸປະມານ 12,5 ລ້ານເທື່ອຄົນ, ລື່ນກາຍຫລາຍເມື່ອທຽບໃສ່ຕົວເລກທີ່ວາງອອກໃນຕົ້ນປີແມ່ນ 8 ລ້ານເທື່ອຄົນ. ນີ້ແມ່ນປະຖົມປັດໄຈເພື່ອໃຫ້ຂະແໜງການທ່ອງທ່ຽວ ຫວຽດນາມ ບຸກທະລຸໃນປີນີ້.
ຫວຽດນາມ ມານະພະຍາຍາມຟື້ນຟູຂະແຫນງທ່ອງທ່ຽວໃນປີ 2024
ນັກທ່ອງທ່ຽວສາກົນ ມາຢ້ຽມຢາມ ຮ່າຢາງ.ພາບ: TTXVN ຕາມຕົວເລກສະຖິຕິຂອງສະຫະສະມາຄົມທ່ອງທ່ຽວ ຫວຽດນາມ, ໃນປີກາຍນີ້, ຄາດວ່າ ລະບົບວິສາຫະກິດ, ຫົວໜ່ວຍທຸລະກິດທ່ອງທ່ຽວໄດ້ຮັບໃຊ້ນັກທ່ອງທ່ຽວພາຍໃນປະເທດປະມານ 105 ລ້ານເທື່ອຄົນ; ນັກທ່ອງທ່ຽວສາກົນ ແມ່ນ 12,5 ຫາ 13 ລ້ານເທື່ອຄົນ ແລະ ນັກທ່ອງທ່ຽວຫວຽດນາມ ປະມານ 5 ລ້ານເທື່ອຄົນໄປທ່ຽວຕ່າງປະເທດ. ບັນດາວິສາຫະກິດທ່ອງທ່ຽວ ຫວຽດນາມ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ, ເພື່ອຮັບໃຊ້ຄວາມຕ້ອງການຂອງນັກທ່ອງທ່ຽວ ຫວຽດນາມ ແລະ ສາກົນ. ຄຽງຂ້າງນັ້ນ, ສະຫະສະມາຄົມທ່ອງທ່ຽວຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດກໍ່ໄດ້ມານະພະຍາຍາມເສີມຂະຫຍາຍບົດບາດຂອງຕົນໃນການໜູນຊ່ວຍບັນດາວິສາຫະກິດສະມາຊິກ, ພິເສດແມ່ນຍູ້ແຮງບັນດາການເຄື່ອນໄຫວເຊື່ອມຕໍ່, ທ່ານນາງ ຈ້ຽວທິຕີ່ງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ຮ່າຢາງ, ໃຫ້ຮູ້ວ່າ: ປີກາຍນີ້, ຂະແຫນງທ່ອງທ່ຽວແຂວງ ຮ່າຢາງ ມີບາດກ້າວບຸກທະລຸ ແລະ ເຕີບໂຕເປັນຢ່າງດີ.          ແຂວງ ຮ່າຢາງ ໄດ້ຕ້ອນຮັບນັກທ່ອງທ່ຽວກວ່າ 3 ລ້ານເທື່ອຄົນ ແລະ ໄດ້ຮັບລາງວັນທ່ອງທ່ຽວສາກົນຫຼາຍລາງວັນ, ໃນນັ້ນມີລາງວັນ “ສະຖານທີ່ທ່ອງທ່ຽວທີ່ຫາກໍ່ພົ້ນເດັ່ນແຖວຫນ້າຂອງອາຊີ ປີ 2023” (Asia's Leading Emerging Tourism Destination 2023)  ແລະ ໄດ້ຈັດເຂົ້າໃນ 25 ອັນດັບສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈທີ່ສຸດໃນໂລກໃນປີ 2023 ຕາມການຈັດອັນດັບຂອງໜັງສືພິມ New York Times (ອາເມລິກາ).
TAG
VOV/VOVworld/ແຂກທ່ອງທ່ຽວສາກົນ/ປົກປັກຮັກສາສິ່ງແວດລ້ອມ