VOV WorldVOV World
ການ​ເສັງ startup ພ້ອມ​ກັບ Kawai ປີ 2024 ສ້າງສະໜາມ​ທີ່​ເປັນ​ປະ​ໂຫຍດ​ໃຫ້​ແກ່​ໄວ​ໜຸ່ມ
17/03/2024 05:00
(VOVWORLD) - ການເສັງ startup ພ້ອມກັບ Kawai ຄັ້ງທີ 19 ປີ 2024 ຫາກໍ່ໄດ້ຮັບການປຸກລະດົມໃນທ້າຍເດືອນກຸມພາ ຜ່ານມາຢູ່ຮ່າໂນ້ຍ. ນີ້ແມ່ນການເສັງແນວຄວາມຄິດດຳເນີນທຸລະກິດ startup ສຳລັບຊາວໜຸ່ມ ໄດ້ຈັດຂຶ້ນທຸກໆປີ ນັບແຕ່ປີ 2006 ໂດຍສະໂມສອນ ນັກທຸລະກິດໃນອະນາຄົດ - ວ່າທີ່ນັກທຸລະກິດ (ມະຫາວິທະຍາໄລການຄ້າຕ່າງປະເທດ) ແລະ ໄດ້ຮັບການອຸປະຖຳຈາກກອງທຶນການສຶກສາ Kawai ຂອງ ຍີ່ປຸ່ນ. ນັບແຕ່ປີ 2014 ເປັນຕົ້ນມາ, ການເສັງ startup ພ້ອມກັບ Kawai ໄດ້ຮັບການອຸປະຖຳຈາກສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ.
ການ​ເສັງ startup ພ້ອມ​ກັບ Kawai ປີ 2024 ສ້າງສະໜາມ​ທີ່​ເປັນ​ປະ​ໂຫຍດ​ໃຫ້​ແກ່​ໄວ​ໜຸ່ມ
ການເສັງ startup ພ້ອມກັບ Kawai ປີ 2024 ກໍມີ 3 ຮອບຄືກັນກັບການເສັງຂອງທຸກໆປີ. ແຕ່ວ່າ, ການເສັງປີນີ້ ມີຄວາມແຕກຕ່າງໜ້ອຍໜຶ່ງເມື່ອທຽບໃສ່ປີກ່ອນ. ທ່ານ ຟໍດຶກລອງ, ປະທານສະໂມສອນ ນັກທຸລະກິດໃນອະນາຄົດ ໃຫ້ຮູ້ວ່າ: “ການເສັງ startup ພ້ອມກັບ Kawai ປີ 2024 ພຽງແຕ່ຕ້ອງການ ໃຫ້ບັນດາທິມທີ່ເຂົ້າ ຮອບ top 30 ທິມ ເຂົ້າຮ່ວມ 80% ເວລາທັງໝົດຂອງລາຍການ workshop, mentor, ການໃຫ້ຄຳປຶກສາແບບ 1 – 1... ເຊິ່ງປີກ່ອນໆ ແມ່ນຈັດໃຫ້ສຳລັບ ທິມທີ່ເຂົ້າຮອບ top 15 ທິມເທົ່ານັ້ນ. ພາຍຫຼັງການເສັງຄັດເລືອກຮອບທຳອິດ, ກຸ່ມ top 10 ທິມຈະໄດ້ ລົງຕົວຈິງກ່ຽວ ກັບການເພີ່ມລະດັບຄວາມໄວການພັດທະນາ, ໄດ້ຮັບການໜູນຊ່ວຍຈາກບັນດາວິສາຫະກິດ ແລະ ຄູ່ຮ່ວມມືຕ່າງໆໃນຂົງເຂດຕ່າງໆເຊັ່ນ: marketting, ຮັບສະໝັກພະນັກງານ, ພັດທະນາຜະລິດຕະພັນທີ່ນຳມາເຊິ່ງຄຸນຄ່າດີທີ່ສຸດໃຫ້ແກ່ລູກຄ້າຂອງຕົນ. ໄປຄຽງຄູ່ຄຸນຄ່າແກ່ນສານນັ້ນ, ການເສັງ startup ພ້ອມກັບ Kawai ປີ 2024 ຍັງຍົກລະດັບວິວັດການ startup ດ້ວຍ 3 ປັດໄຈລ ົ ງ ເລິກ ສະເພາະ ເຊັ່ນ: ດ້ານຄວາມຮູ້, ບົດຮຽນ, ປະສົບການ ເພື່ອແນໃສ່ຊ່ວຍໃຫ້ບັນດາເພື່ອນໜຸ່ມພັດທະນາການ startup” .
TAG
VOV/VOVworld/startup/Kawai/ໄວ​ໜຸ່ມ