VOV WorldVOV World
ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD
16/09/2025 13:56
(VOVWORLD) - ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.
ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD
ການສົ່ງອອກຂອງຂະແໜງເອເລັກໂຕນິກຂອງ ຫວຽດນາມ ໃນປີ 2024 ບັນລຸໄດ້ເກືອບ 126,5 ຕື້ USD, ເພີ່ມຂຶ້ນ 17 ຕື້ USD ເມື່ອທຽບໃສ່ປີ 2023. ໃນ 8 ເດືອນຂອງປີ 2025, ໝວດສິນຄ້າຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ແລະ ເຄື່ອງອາໄຫຼ່ ແມ່ນປະເພດສິນຄ້າສົ່ງອອກຫຼາຍທີ່ສຸດ, ບັນລຸປະມານ 70 ຕື້ USD. ນີ້ແມ່ນໝວດສິນຄ້າທີ່ມີວົງເງິນສູງສຸດໃນຍອດວົງເງິນສົ່ງອອກຂອງທັງປະເທດ.
TAG
VOV/VOVworld/​ເຄື່ອງເອ​ເລັກ​ໂຕ​ນິກ/VNPT Technology