VOV WorldVOV World
ການເຕີບໂຕຂຽວ: ກາລະໂອກາດໃຫ້ແກ່ ຫວຽດນາມ
15/02/2012 04:20
(vov) - ທ່ານ​ນາຍົກລັດຖະ​​ມົນ​ຕີ ຫງວຽນ​ເຕີນ​ຢູງ ຫາ​ກໍ​ມອບ​ໃຫ້​ກະຊວງ, ຂະ​ແຫນງ​ການ​ກ່ຽວຂ້ອງ ສ້າງ, ປະກອບ​ຄຳ​ເຫັນ​ເພື່ອ​ຮອດ​ເດືອນ 6/2012 ຕ້ອງ​ສຳ​ເລັດ​ຮ່າງ​ຍຸດ​ທະ​ສາດ​ການ​ເຕີບ​ໂຕຂຽວ ຂອງ​ຫວຽດນາມ ຮອດ​ປີ 2030 ວິ​ໄສ​ທັດຮອດ ປີ 2050
ການເຕີບໂຕຂຽວ: ກາລະໂອກາດໃຫ້ແກ່ ຫວຽດນາມ
ພະລັງງານຜະລິດຄືນໃຫມ່ ປະກອບສ່ວນສ້າງການເຕີບໂຕຂຽວ ພາບ:baoninhthuan.com.vn (vov) - ທ່ານ​ນາຍົກລັດຖະ​​ມົນ​ຕີ ຫງວຽນ​ເຕີນ​ຢູງ ຫາ​ກໍ​ມອບ​ໃຫ້​ກະຊວງ, ຂະ​ແຫນງ​ການ​ກ່ຽວຂ້ອງ ສ້າງ, ປະກອບ​ຄຳ​ເຫັນ​ເພື່ອ​ຮອດ​ເດືອນ 6/2012 ຕ້ອງ​ສຳ​ເລັດ​ຮ່າງ​ຍຸດ​ທະ​ສາດ​ການ​ເຕີບ​ໂຕຂຽວ ຂອງ​ຫວຽດນາມ ຮອດ​ປີ 2030 ວິ​ໄສ​ທັດຮອດ ປີ 2050.     ຕາ​ມການ​ກຳນົດ​ທິດ​ແລ້ວ​ ຫວຽດນາມ ຈະກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄຫມ​ໃນ​ປີ 2020,​​ໃນ​ຊຸມ​ປີ​ທີ່ຈະ​ມາ​ເຖິງ, ຄວາມ​ຕ້ອງການ​ລົງທຶນ​ຢູ່​ຫວຽດນາມ ຈະ​ໃຫຍ່​ຫລວງ​, ​ເປັນ​ຕົ້ນ​ແມ່ນໃນ​ຂົງ​ເຂດ​ອຸດສາຫະກຳ, ຄົມມະນາຄົມ​ຂົນ​ສົ່ງ, ການ​ພັດທະນາ​ເຂດ​ຕົວ​ເມືອງ. ​ເພື່ອ​ປະຕິບັດ​ຈຸດໝາຍ​ນີ້, ຫວຽດນາມ ມີ​ແຜນ​ນະ​ໂຍບາຍ​ປັບປຸງ​ຍຸດ​ທະ​ສາດການ​ເຕີບ​ໂຕ​ຂຽວ, ບໍ່ພຽງ​ແຕ່​ເພື່ອ​ເປັນການຍົກ​ສູງ​ປະສິດທິ​ຜົນ ​ແລະ ລັກສະນະ​ແກ້ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ​ເທົ່າ​ນັ້ນ ຫາກ​ຍັງ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ມີ​ປະສິດທິ​ຜົນ​ອີກ​ດ້ວຍ ພ້ອມ​ທັງ​ບັນ​ເທົາ​ມົນລະ​ພິດ​ເຮືອນ​ແກ້ວ, ​ ​ພ້ອມກັບທົ່ວໂລກ ໃນຄວາມມານະ​ພະຍາຍາມ​ ​ ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.         ປະຈຸ​ບັນ ການ​ເຕີບ​ໂຕ​ຂຽວ​ພວມ​ແມ່ນ​ການ​ເລືອກ​ເຟັ້ນບຸລິມະສິດ​ໃນ​ນະ​ໂຍບາຍ​ພັດທະນາ​ຂອງ​ຫລາຍ​ປະ​ເທດ ​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ນັບ​ທີ່ມື້​ນັບ​ຮ້າຍແຮງ ​ແລະ ສົ່ງຜົນ​ສະທ້ອນ​ຢ່າງ​ຫນັກຫນ່ວງ. ສຳລັບ​ປະ​ເທດ​ພວມ​ພັດທະນາ​ຄືຫວຽດນາມ ການ​ເຕີບ​ໂຕ​ຂຽວ ຈະ​ເປ​ີດກາລະ​ໂອກາດອັນ​ໃຫຍ່​ຫຼວງໃນ​ການ​ຫັນປ່ຽນ​ອົງ​ປະກອບ​ເສດຖະກິດ, ສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່​ມລາຍ​ຮັບ​ໃຫ້​ແກ່​ປະຊາຊົນ. ຕາມ​ການ​ສະຖິຕິ​ຂອງ​ໂຄງການ​ພັດທະນາ​ສະ​ປະ​ປະຊາ​ຊາດ (UNDP) ​ແລ້ວ, ຍອດ​ລະດັບ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວຂອງ​ຫວຽດນາມໃນ ປີ 2000 ​​ແມ່ນ​ເທົ່າ​ກັບ ​ປະລິມານ cacbonnic 150 ລ້ານ​ໂຕນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ລະດັບ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ຄິດ​ໄລ່ຕາມຫົວ​ຄົນຢູ່​ຫວຽດນາມ ຍັງ​ຕ່ຳ​ກວ່າ​ຫລາຍ​ເມື່ອ​ທຽບ​ໃສ່​ກັບ​ບັນດາ​ປະ​ເທດ​ພວມ​ພັດທະນາ ​ແຕ່​ກໍ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ພ້ອມ​ກັນ​ນັ້ນ ຊັບພະຍາກອນ​ທຳ​ມະ​ຊາດ ກໍ​ຍັງບໍ່ທັນໄດ້​ຮັບ​ຖື​ວ່າ ​ແມ່ນ​ແຫ​ລ່ງກຳລັງ​ສຳຄັນຕົ້ນຕໍ ດັ່ງນັ້ນຈຶ່ງພາ​ໃຫ້ເກີດບັນຫາຕ່າງໆຄື: ​ປະສິດທິ​ຜົນ​ການ​ນຳ​​ໃຊ້​​ຍັງຕ່ຳ, ເກີດການ​ຮົ່ວ​ໄຫລ, ຟຸມ​ເຟືອຍ ແລະ ເຮັດໃຫ້ມົນ​ລະ​ພິດ​ສ່ິງ​​ແວດ​ລ້ອມ​​ເພີ່ມ​ຂຶ້ນ. ທ່ານ ຫງວຽນ​ວັນ​ຕາຍ, ຫົວຫນ້າ​ສະຖານ​ບັນ​ຍຸດ​ທະ​ສາດ​ນະ​ໂຍບາຍ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ສັງກັດ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ ​ໄດ້​ໃຫ້​ຂໍ​້ສັງ​ເກດ​ວ່າ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ ບັນດາ​ການ​ເຄື່ອນ​ໄຫວ​​ຜະລິດ ນັບ​ມື້​ນັບ​ເພີ່​ມຂຶ້ນ​ຢ່າງ​​ແຮງ ​ແລະ ຄວາມ​ຕ້ອງການນຳ​ໃຊ້​ພະລັງງານ​ຈະ​ຫລາຍທີ່​ສຸດ.​ ສະ​ນັ້ນ ການ​ເຕີ​ບ​ໂຕ​ຂຽວ ​ແມ່ນ​ວິທີ​ການ​ພັດທະນາທີ່​ເໝາະສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ​ຂຽວ ​ແລະ ການ​ສ້າງ​ໂຄງ​ປະກອບ​ພື້ນຖານເສດຖະກິດ​ຄືນ​ໃຫມ່​. ທ່ານ ຫງວຽນ​ວັນ​ຕ່າ​ຍ ​ເວົ້າ​ວ່າ​:
TAG
ການເຕີບໂຕຂຽວ