ການສົ່ງອອກປີ 2023: ຜ່ານຜ່າຄວາມຫຍຸ້ງຍາກເພື່ອບືນຕົວຂຶ້ນ
26/12/2023 11:16
(VOVWORLD) -ການສົ່ງອອກສິນຄ້າພວມຢູ່ໃນໄລຍະຈຸດສຸມໃນຊຸມມື້ທ້າຍປີ 2023 ດ້ວຍຫລາຍໃບສັ່ງຊື້ ຮັບໃຊ້ຄວາມຕ້ອງການຕ້ອນຮັບປີໃຫມ່ຂອງບັນດາຕະຫລາດໃນທົ່ວໂລກ. ທັງໝົດເຫລົ່ານັ້ນລ້ວນແຕ່ໝັ້ນໝາຍຈະນຳມາເຊິ່ງໝາກຜົນສູງສຸດໃນການເຄື່ອນໄຫວການຄ້າສາກົນຂອງ ຫວຽດນາມ ໃນໄລຍະ 2023. ຕາມການຄາດຄະເນແລ້ວ, ວົງເງິນການສົ່ງອອກຂອງ ຫວຽດນາມ ອາດຈະບັນລຸກວ່າ 350 ຕື້ USD ໃນປີ 2023.

ໂຮງງານຕັດຫຍິບສົ່ງອອກ ຂອງບໍລິສັດຕັດຫຍິບ Dony ຈຳກັດ, ຢູ່ ນະຄອນໂຮ່ຈິມີນ. ພາບ:Hồng Đạt/TTXVN ການສົ່ງອອກບັນລຸການເຕີບໂຕເປັນລົບດ້ວຍສອງຕົວເລກນັບຕັ້ງແຕ່ໄຕມາດທໍາອິດຂອງປີ 2023 - ຫຼຸດລົງເຖິງ 11.9% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ຕົວເລກນີ້ສະແດງໃຫ້ເຫັນເຖິງສະພາບການທີ່ຫຍຸ້ງຍາກຂອງພື້ນຖານການຜະລິດພາຍໃນປະເທດ - ເມື່ອອຸດສາຫະກຳປຸງແຕ່ງ, ອຸດສາຫະກຳການຜະລິດກວມເອົາ 85 ຫາກວ່າ 90% ຍອດວົງເງິນສົ່ງອອກສິນຄ້າຂອງຫວຽດນາມ. ໃນສະພາບການສົ່ງອອກບັນດາປະເພດສິນຄ້າຫລັກແຫລ່ງແມ່ນອີງໃສ່ຕະຫຼາດໃຫຍ່ຄື: ອາເມລິກາ, ອີຢູ ນັ້ນ, ຫວຽດນາມ ໄດ້ຍູ້ແຮງການສົ່ງເສີມການຄ້າ, ຮ່ວມສຳພັນກັບບັນດາອົງການການຄ້າ ຫວຽດນາມ ແລະ ທູດການຄ້າຢູ່ຕ່າງປະເທດ ເພື່ອຊອກໂຄສະນາບັນດາຜະລິດຕະພັນທີ່ຫວຽດນາມ ມີທ່າແຮງ, ມີຄຸນນະພາບສູງເຂົ້າໃນບັນດາຕະຫຼາດໃຫມ່; ຍາດແຍ່ງກາລະໂອກາດຈາກສັນຍາການຄ້າເສລີສອງຝ່າຍ ແລະ ຫຼາຍຝ່າຍທີ່ໄດ້ລົງນາມເພື່ອຍູ້ແຮງການສົ່ງອອກ... ທ່ານ ເຈີ່ນແທງຫາຍ, ຮອງຫົວໜ້າກົມນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຢືນຢັນວ່າ: “ ໃນ ສະ ພາບ ການ ສົ່ງ ອອກ , ພວກ ເຮົາ ເຫັນ ວ່າ ການ ສົ່ງ ອອກ ຜັກ ໝາກ ໄມ້ ແລະ ການ ສົ່ງ ອອກ ເຂົ້າສານ ແມ່ນ ຈຸດ ເດັ່ນ . ນີ້ແມ່ນໝາກຜົນ ຕັ້ງ ຫ ນ້າ ສະແດງໃຫ້ເຫັນເຖິງການຟື້ນຕົວທີ່ເຂັ້ມແຂງກໍ່ ຄື ການ ເປີດກວ້າງຕະຫຼາດ . ໃນ ຄວາມ ຫຍຸ້ງ ຍາກ ລວມ ປັດ ຈຸ ບັນ , ມີ ຈຸດ ດີ ນັ້ນ ກໍ່ ແມ່ນ ກໍາ ລັງ ການ ຜະ ລິດ ຍັງ ຄົງ ຮັກ ສາໄດ້ ດີ . ພວກ ຂ້າພະ ເຈົ້າ ພວມ ເສີມ ຂະ ຫ ຍາຍ ກາ ນ ຍາດ ແຍ່ງບັນ ດາ ສັນຍາ ການ ຄ້າ ເສລີ (FTA) ເພື່ອ ຮັກສາ ການ ສົ່ງ ອອກ ໄປ ຍັງ ຕະຫຼາດ ຕົ້ນຕໍ ”.
TAG
VOV/VOVworld/ການສົ່ງອອກ-ນຳເຂົ້າ/ປະເພດສິນຄ້າຫລັກ/ຜະລິດຕະພັນ
Related



.jpg)




