ຂະແຫນງປາຈາ ເຂດທົ່ງພຽງແມ່ນ້ຳຂອງ ມຸ່ງໄປເຖິງເສດຖະກິດໝູນວຽນ, ຫລຸດຜ່ອນການປ່ອຍສິ່ງເສດເຫຼືອ
07/11/2023 13:18
(VOVWORLD) -ປະຈຸບັນ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມມີເນື້ອທີ່ລ້ຽງປາປາຈາປະມານ 6. 000 ເຮັກຕາ, ດ້ວຍປະລິມານການຜະລິດກ່ວາ 1,5 ລ້ານໂຕນ. ນີ້ແມ່ນໜຶ່ງໃນບັນດາຂະແໜງສິນຄ້າປະເພດສິນໃນນ້ຳຫລັກແຫລ່ງຮັບໃຊ້ການສົ່ງອອກຂອງຫວຽດນາມ. ປີກາຍນີ້, ປາຈາຂອງຫວຽດນາມໄດ້ມີຫນ້າ ຢູ່ 140 ຕະຫຼາດໃນໂລກແລະຍອດມູນຄ່າການສົ່ງອອກບັນລຸກວ່າ 2,4 ຕື້ USD. ເພື່ອປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ແລະຫຼຸດຜ່ອນການປ່ອຍສິ່ງເສດເຫຼືອອອກ, ຂະແຫນງສິນຄ້າປະເພດປາຈາຢູ່ເຂດທົ່ງພຽງແມ່ນ້ຳຂອງພວມມຸ່ງໄປເຖິງການຜະລິດຕາມຮູບແບບເສດຖະກິດໝູນວຽນ, ໝູນໃຊ້ຄວາມກ້າວໜ້າດ້ານເຕັກນິກໃນການປຸງແຕ່ງ, ເກັບຮັກສາ ແລະຂົນສົ່ງ ເພື່ອຍົກສູງມູນຄ່າເສດຖະກິດແບບຍືນຍົງ.

ປາຈາ ສ່ວນຫລາຍແມ່ນໄດ້ລ້ຽງຢູ່ບາງແຂວງ, ນະຄອນ ຢູ່ ເຂດທົ່ງພຽງແມ່ນ້ຳຂອງພາກໃຕ້ຫວຽດນາມ. ພາບ:VOV ປາຈາພວມໄດ້ຮັບການລ້ຽງເປັນຕົ້ນຕໍຢູ່ບາງແຂວງ, ນະຄອນໃນເຂດທົ່ງພຽງແມ່ນ້ຳຂອງ, ເຊັ່ນ: ອານຢາງ, ດົ່ງທາບ, ແຄ໋ງຮ່ວາ, ຫວິງລອງ, ເບັນແຈ. ປະຈຸບັນ, ບັນດາທ້ອງຖິ່ນພວມຍູ້ແຮງການກໍ່ສ້າງເຂດລ້ຽງແບບລວມສູນ, ນຳໃຊ້ບັນດາມາດຕະຖານເພື່ອສ້າງແຫລ່ງວັດຖຸດິບທີ່ມີຄຸນນະພາບ ຮັບໃຊ້ຄວາມຕ້ອງການຜູ້ບໍລິໂພກ ແລະສົ່ງອອກ. ຢູ່ນະຄອນ ເກີນເທີ, ປະຈຸບັນ, ເນື້ອທີ່ລ້ຽງປາຈາມີປະມານ 700 ເຮັກຕາ, ສະມັດຕະພາບການຜະລິດບັນລຸປະມານ 180.000 ໂຕນ. ຕາມທ່ານນາງຫງວຽນທິເລະຮວາ, ຮອງຫົວໜ້າກົມສິນໃນນ້ຳ ສາຂາ ເກີນເທີ ແລ້ວ, ການພັດທະນາເສດຖະກິດໝູນວຽນຈະເພີ່ມທະວີປະສິດທິຜົນດ້ານເສດຖະກິດ, ຜະລິດຕະພັນທີ່ມີການແກ້ງແຍ່ງສູງ ແລະມີລັກສະນະຍືນຍົງໃນໄລຍະຍາວ; ສາມາດແກ້ໄຂຄວາມຂາດແຄນຊັບພະຍາກອນ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. “ ນຳ ໃຊ້ ຜະ ລິດ ຕະ ພັນ , ເສດ ໃນ ການ ປຸງ ແຕ່ງ ປາ ຈານັ້ນ ແມ່ນ ຫນຶ່ງ ໃນບັນ ດາ ຄວາມ ມາ ນະພະ ຍາ ຍາມ ເພື່ອ ເພີ່ມ ມູນ ຄ່າ ຜະ ລິດ ຕະ ພັນ ປາ ຈ າ , ຊ່ວຍ ໃຫ້ ຜູ້ ລ້ຽງແລະ ຜູ້ ປຸງ ແຕ່ງ ມີ ລາຍ ໄດ້ ເພີ່ມ ຂຶ້ນ . ສິ່ງນີ້ຍັງຊ່ວຍຫຼຸດຜ່ອນ ການ ສົ່ງ ມົນ ລະ ພິດ ຕໍ່ສິ່ງແວດລ້ອມຈາກອຸດສາຫະກໍາປຸງແຕ່ງປາຈາ . ການນໍາໃຊ້ ແປ້ງປາແທນໃຫ້ປາທະເລໃນການ ລ້ຽງປູກຈະປະກອບສ່ວນຊ່ວຍໃຫ້ ຜູ້ ລ້ຽງ ປູກ ຫຼຸດຜ່ອນຄວາມກົດດັນດ້ານຄ່າໃຊ້ຈ່າຍແລະຫົວອາຫານ , ເພີ່ມ ທະ ວີ ຕົວແບບເສດຖະກິດໝູນ ວຽນໃນຂົງເຂດ ປູກ ລ້ຽງແລະປຸງແຕ່ງອາຫານ ” . ປາຈາຂອງຫວຽດນາມໄດ້ຮັບການລ້ຽງໃນໜອງດິນ, ນຳໃຊ້ຫົວອາຫານ, ຂັ້ນຕອນການລ້ຽງແລະຄຸ້ມຄອງແມ່ນຖືກຄວບຄຸມຢ່າງເຄັ່ງຄັດຕາມບັນດາຂໍ້ກຳນົດແລະມາດຕະຖານການສົ່ງອອກ. ບັນດາຮາກຖານລ້ຽງປາລ້ວນແຕ່ໄດ້ຮັບການປະກອບເຄື່ອງຈັກ, ອຸປະກອນ ແລະ ເຕັກໂນໂລຢີທີ່ທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະມາດຕະຖານຂອງຕະຫຼາດສົ່ງອອກ. ທ່ານນາງຟ້າມທິທູຮົ່ງ, ຮອງເລຂາທິການສະມາຄົມປາຈາຫວຽດນາມ ໃຫ້ຮູ້ວ່າ: “ ຂະ ແຫນງອຸດສາຫະກໍາປາ ຈາຂອງພວກເຮົາຕ້ອງມີຍຸດທະສາດການວາງແຜນແບບຍືນຍົງ . ໃນ ນັ້ນເອົາໃຈໃສ່ເຖິງບັນຫາການປົກປັກຮັກສາສິ່ງແວດລ້ອມໂດຍສະເພາະແມ່ນ ຍົກ ອອກການຄົ້ນຄວ້າແລະວິທີແກ້ໄຂທີ່ເໝາະສົມ , ມີ ລັກ ສະ ນະ ຕົວ ຈິງສູງເພື່ອຫຼຸດຜ່ອນການປ່ອຍສິ່ງ ເສດເຫຼືອ ອອກສູ່ສິ່ງແວດລ້ອມໃຫ້ໜ້ອຍທີ່ສຸດ ” . ບັນດາຮາກຖານປຸງແຕ່ງສິນໃນນ້ຳລ້ວນແຕ່ໄດ້ຮັບການປະກອບເຄື່ອງຈັກ ອຸປະກອນ ແລະ ເຕັກໂນໂລຊີທັນສະໄຫມ. ພາບ: VOV ຕາມທ່ານປອຮວີ່ງວັນຮ່ຽນ, ໂຮງຮຽນສິນໃນນ້ຳ - ມະຫາວິທະຍາໄລ ເກີນເທີແລ້ວ, ການຫຼຸດຜ່ອນການປ່ອຍອາຍພິດກາກບອນແມ່ນເປົ້າໝາຍທົ່ວໂລກເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສະນັ້ນການຜະລິດປາຈາຕ້ອງຄວນສຸມໃສ່ຄຸນນະພາບພັນລ້ຽງ, ຂອດລ້ຽງແລະຂັ້ນຕອນການປຸງແຕ່ງເພື່ອຫຼຸດຜ່ອນລາຍຈ່າຍໃນຮູບແບບໝູນວຽນ, ຜະລິດຕະພັນເປັນມິດຕໍ່ສິ່ງແວດລ້ອມ. “ ບັນຫາການຜະລິດມີໜ້າທີ່ແລະມຸ່ ງ ໄປສູ່ລະບົບການສະຫນອງທົ່ວໂລກແມ່ນບັນ ຫາ ທີ່ພວກເຮົາໄດ້ເອົາ ໃຈ ໃສ່ ແລ້ວ . ປະຈຸ ບັນ , ຫວຽດນາມພວມ ສ້າງ ແຜນ ນຳ ໃຊ້ ເສດຖະກິດ ໝູນ ວຽນ ແລະ ພວມເຂົ້າ ຮ່ວມ ເຂົ້າ ໃນ ວິ ວັດການ ຜະລິດ ຢ່າງ ມີ ຄວາມ ຮັບຜິດຊອບ , ຫຼຸດຜ່ອນ ການ ປ່ອຍ ສິ່ງ ເສດເຫຼືອ ໃນ ຂະບວນ ການ ຜະລິດ ” . ຕາມທ່ານເຈີ່ນດິ່ງລວນ, ຫົວໜ້າກົມສິນໃນນ້ຳ, ກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມແລ້ວ, ເພື່ອພັດທະນາລະບົບປາຈາແບບຍືນຍົງຕາມທິດຊຸກຍູ້ເສດຖະກິດໝູນວຽນ, ການພົວພັນຄູ່ຮ່ວມມືພາກລັດ - ເອກະຊົນແມ່ນວິທີເຂົ້າເຖິງທີ່ດີ.ທ່ານເຈີ່ນດິ່ງລວນຖືວ່າ: “ ໂດຍຜ່ານຮູບການຮ່ວມມືລະຫວ່າງພາກລັດແລະເອກະຊົນ , ບັນ ດາການຄົ້ນຄວ້າວິທະຍາສາດ ພວມສຸມໃສ່ເຂົ້າ ໃນການ ປ່ຽນ ແປງໃຫມ່ວິທະຍາສາດ , ເຕັກໂນໂລຊີເພື່ອຊ່ວຍໃຫ້ພວກເຮົາເພີ່ມສະ ມັດ ຕະ ພາບ , ປະສິດທິພາບ , ຫຼຸດຜ່ອນຜົນເສຍຫາຍ . ນອກ ນີ້ , ພວກ ເຮົາ ໄດ້ດັດ ປັບ ຂັ້ນ ຕອນ ຫລັກ ໃນການ ເພາະ ພັນ , ການ ລ້ຽງ , ການ ເກັບ ຊື້ , ການ ປຸງ ແຕ່ງ ... ການ ຂຸດ ຄົ້ນ ເສດຈາກການຜະລິດປາຈາ ຢ່າງ ມີ ປະ ສິ ດ ທິ ຜົນ ດ້ວຍ ເຕັກ ໂນ ໂລ ຊີ ທີ່ ເໝາະ ສົມ ໄດ້ ເປັນ ການຊ່ວຍຫຼາຍຢ່າງໃນການ ຫຼຸດ ການ ປ່ອຍ ສິ່ງເສດເຫຼືອ ” . ໃນສະພາບທີ່ຫວຽດນາມພວມມານະພະຍາຍາມສົມທົບກັບປະຊາຄົມສາກົນປະຕິບັດບັນດາຄຳໝັ້ນສັນຍາ ແລະທ່າອ່ຽງໃນທົ່ວໂລກ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເລື່ອງຍົກສູງກຳລັງແກ່ງແຍ້ງຂອງບັນດາຂະແໜງການປາຈາຕິດພັນກັບການຫລຸດຜ່ອນການ ປ່ອຍ ສິ່ງເສດເຫຼືອອອກພວມໄດ້ຮັບການຍູ້ແຮງ. ຫວຽດນາມກໍ່ພວມເພີ່ມທະວີການຮ່ວມມືພາກລັດ - ເອກະຊົນ ເພື່ອແນໃສ່ເສີມຂະຫຍາຍບັນດາຂໍ້ລິເລີ່ມ ແລະ ວິທີເຮັດທີ່ດີ; ຍູ້ແຮງການຄົ້ນຄວ້າໝູນໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອປັບປຸງຂັ້ນຕອນຂອງການເພາະພັນ, ການລ້ຽງ, ການເກັບຊື້ ແລະປຸງແຕ່ງ, ເພື່ອແນໃສ່ເພີ່ມທະວີການຜະລິດ ແລະນຳໃຊ້ເສດຈາກການຜະລິດປາຈາເພື່ອສ້າງມູນຄ່າເພີ່ມ ແລະຫຼຸດຜ່ອນການປ່ອຍ ສິ່ງເສດເຫຼືອໃນລະບົບຂະແໜງປາຈາ./.
TAG
VOV/VOVworld/ສິນໃນນ້ຳ/ປາຈາ/ສິ່ງເສດເຫຼືອ
Related



.jpg)




