VOV WorldVOV World
ຂະແຫນງທ່ອງທ່ຽວ ນະຄອນໂຮ່ຈີມິນ ມຸ່ງໄປເຖິງຄາດໝາຍໃຫມ່
30/01/2024 05:00
(VOVWORLD) -ນະຄອນ ໂຮ່ຈີມິນ ວາງຄາດໝາຍໃນປີນີ້ ຈະຕ້ອນຮັບແຂກທ່ອງທ່ຽວສາກົນ 6 ລ້ານເທື່ອຄົນ ແລະ ແຂກທ່ອງທ່ຽວພາຍໃນປະເທດ 38 ລ້ານເທື່ອຄົນ. ເຖິງວ່າສະພາບການເສດຖະກິດໂລກ ຄາດຄະເນວ່າຍັງຄົງສືບຕໍ່ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍຕາມ ແຕ່ດ້ວຍບັນດາຜະລິດຕະພັນໃຫມ່, ເປັນຫລາຍຮູບແບບ, ມີຄຸນນະພາບ… ຂະແຫນງທ່ອງທ່ຽວນະຄອນ ໝັ້ນໃຈວ່າຈະເຮັດສຳເລັດ ແລະ ລື່ນກາຍຄາດໝາຍຂອງປີ.
ຂະແຫນງທ່ອງທ່ຽວ ນະຄອນໂຮ່ຈີມິນ ມຸ່ງໄປເຖິງຄາດໝາຍໃຫມ່
ປະຈຸບັນ ນະຄອນ ໂຮ່ຈິມິນ ມີກວ່າ ່150 ຜະລິດຕະພັນ, tour ທ່ອງທ່ຽວໃນຕົວເມືອງ ແລະ ທາງທະເລ. ພາບ: VOV   ໃນປີຜ່ານມາ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍຕາມແຕ່ບັນດາວິສາຫະກິດທ່ອງທ່ຽວຢູ່ ນະຄອນ ໂຮ່ຈີມິນ ຍັງຄົງຮັກສາລະດັບການເຕີບໂຕເປັນບວກ, ສຳເລັດບັນດາຄາດໝາຍທີ່ໄດ້ວາງອອກ. ທ່ານ ເຈີ່ນເທຢູ໋ງ, ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນ Vietluxtour ໄດ້ແບ່ງປັນວ່າ ຕະຫລາດແຂກທ່ອງທ່ຽວສາກົນຂອງວິສາຫະກິດ ໄດ້ມີການເຕີບໂຕກວ່າ 300% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ໂດຍສືບຕໍ່ທ່າເຕີບໂຕນີ້, Vietluxtour ວາງຄາດໝາຍບັນລຸການເຕີບໂຕ 25 – 30% ໃນປີນີ້.  “ພວກຂ້າພະເຈົ້າຕັ້ງຄວາມຫວັງ ປີນີ້ ທຸກວຽກງານຈະກັບຄືນສູ່ສະພາບປົກກະຕິ ແລະມີສັນຍານດີຂຶ້ນ. ເພື່ອບັນລຸໄດ້ຄາດໝາຍເຕີບໂຕນັ້ນ, ພວກຂ້າພະເຈົ້າຄິດວ່າຕ້ອງລົງທຶນເຂົ້າວຽກງານສົ່ງເສີມ, ການໂຄສະນາທ່ອງທ່ຽວນະຄອນ ໂຮ່ຈີມິນ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ. ຄຽງຂ້າງນັ້ນ ແຕ່ລະວິສາຫະກິດທ່ອງທ່ຽວ ກໍ່ຕ້ອງມານະພະຍາຍາມເພື່ອສຳເລັດບັນດາເປົ້າໝາຍ ທີ່ໄດ້ ວາງອອກ” . ໝາກຜົນດຳເນີນທຸລະກິດທີ່ເລີ່ມມີສັນຍານດີຂຶ້ນຂອງບັນດາວິສາຫະກິດນັ້ນ ໄດ້ປະກອບສ່ວນເຂົ້າໃນການຟື້ນຟູຂອງຂະແຫນງທ່ອງທ່ຽວ ນະຄອນໂຮ່ຈີມິນ ເມື່ອນະຄອນ ສືບຕໍ່ນຳຫນ້າທົ່ວປະເທດກ່ຽວກັບລາຍຮັບ ແລະ ອັດຕາແຂກທ່ອງທ່ຽວ. ເຖິງວ່າ ຈຳນວນແຂກທ່ອງທ່ຽວມານະຄອນໃນປີນີ້ ຄາດວ່າບັນລຸພຽງ 60% ຈຳນວນແຂກທ່ອງທ່ຽວໃນປີ 2019 ກໍຕາມ ແຕ່ຍອດລາຍຮັບຈາກຂົງເຂດທ່ອງທ່ຽວແມ່ນກວ່າ 160.000 ຕື້ດົ່ງ (6,6 ຕື້ USD) (ກວມເອົາ 24% ຍອດລາຍຮັບການທ່ອງທ່ຽວຂອງທົ່ວປະເທດ) ປະຈຸບັນ ຊັບພະຍາກອນທ່ອງທ່ຽວຂອງ ນະຄອນ ໂຮ່ຈີມິນ ແມ່ນຫລາຍຮູບຫລາຍແບບ ດ້ວຍຫລາຍປັດໄຈຄື:  ປະຫວັດສາດ, ວັດທະນະທຳ, ອາຫານການກິນ, ຊີວະພາບທຳມະຊາດ... ບັນດາເມືອງ ລ້ວນແຕ່ມີບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ, ມີບັນດາເລື່ອງລາວສະເພາະ. ທ່ານນາງ ຮວິ່ງຟານເຟືອງຮ່ວາງ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດທ່ອງທ່ຽວ Vietravel ຖືວ່າ:  “ ພາຍຫລັງ ໂຄວິດ 19, ທ່າອ່ຽງທ່ອງທ່ຽວ ແມ່ນ ໄປ ຕາມແບບກຸ່ມ ຄອບຄົວ, ກຸ່ມ ນ້ອຍ ຍ່ອຍ, ບໍ່ຜ່ານບໍລິສັດທ່ອງທ່ຽວໃດ ທີ່ ພວມມີທ່າອ່ຽງເຕີບໂຕສູງ. ໄລຍະຜ່ານມາ, ພວກຂ້າພະເຈົ້າ ຕ້ອງ ສຸມໃສ່ເປົ້າໝາຍແຂກທ່ອງທ່ຽວດັ່ງກ່າວ. ພວກເຮົາຄວນສຸມໃສ່ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ, ເປັນຕົ້ນແມ່ນບຳລຸງສ້າງສະເພາະຂະແຫນງທ່ອງທ່ຽວ ແລະ ສອນພາສາຕ່າງປະເທດ” .  ນະຄອນ ໂຮ່ຈິມິນ ຈະສຸມໃສ່ຂຸດຄົ້ນ, ພັດທະນາຜະລິດຕະພັນທ່ອງທ່ຽວຕິດພັນກັບວັດທະນະທຳ, ປະຫວັດສາດ. ພາບ:VOV   ທ່ານ ເລເຈືອງຮ່ຽນຮວ່າ, ຮອງຫົວຫນ້າພະແນກທ່ອງທ່ຽວ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ບັນດາຜະລິດຕະພັນທ່ອງທ່ຽວຂອງນະຄອນຄື: ທ່ອງທ່ຽງທາງນ້ຳ, ທ່ອງທ່ຽວຊີວະພາບ, ທ່ອງທ່ຽງຈິດວິນຍານ, ທ່ອງທ່ຽວສາທາລະນະສຸກ, ທ່ອງທ່ຽວວັດທະນະທຳ, ທ່ອງທ່ຽວປະຫວັດສາດ... ພວມພັດທະນາ ແລະ ສະແດງໃຫ້ເຫັນສັນຍານດີກ່ຽວກັບການເຕີບໂຕດ້ານຈຳນວນແຂກທ່ອງທ່ຽວໃນອະນາຄົດ. ເພາະສະນັ້ນ ຂະແຫນງທ່ອງທ່ຽວນະຄອນໂຮ່ຈີມິນ ກຳນົດຫນ້າທີ່ຈຸດສຸມໃນປີນີ້ແມ່ນສ້າງໂສມຫນ້າໃຫມ່ ແລະ ປັບປຸງບັນດາຜະລິດຕະພັນທ່ອງທ່ຽວດັ່ງກ່າວໃຫ້ດີກວ່າເກົ່າ. ຕາມນັ້ນແລ້ວ, ນະຄອນກໍ່ສຸມໃສ່ຂຸດຄົ້ນ, ພັດທະນາບັນດາຜະລິດຕະພັນທ່ອງທ່ຽວຕິດພັນກັບວັດທະນະທຳ, ປະຫວັດສາດ, ບັນດາເຫດການມີລັກສະນະຂອບຂະຫນາດໂດຍອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ຮັບຮອງເອົາ, ກາຍເປັນບັນດາເຫດການດຶງດູດນັກທ່ອງທ່ຽວສາກົນຫລາຍກວ່າ. ທ່ານ ເລເຈືອງຫ່ຽນຮວ່າ ຖືວ່າ:  “ປະຈຸບັນ ນອກຈາກບັນດາເຫດການໂຄສະນາຢູ່ ນະຄອນ ແລ້ວ , ເຫດການໂຄສະນາຢູ່ຕ່າງປະເທດ ພວກຂ້າພະເຈົ້າກໍເອົາໃຈໃສ່ເປັນພິເສດ, ກຳນົດບັນດາຕະຫລາດ ທີ່ ແຕກຕ່າງກັນເພື່ອດຶງດູດແຂກທ່ອງທ່ຽວ. ຄຽງຄູ່ກັນນັ້ນ ພວກຂ້າພະເຈົ້າຈະ ເຮັດ ຜ່າ ນບັນດາແອັບຟຼີເຄຊັ່ນໃໝ່   ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ. ສຳລັບຄາດໝາຍທີ່ວາງອອກໃນຄັ້ງນີ້ ພວກຂ້າພະເຈົ້າໝັ້ນໃຈວ່າຈະບັນລຸໄດ້ ຊ້ຳບໍ່ໜຳອາດຈະສູງກວ່າ ຄາດໝາຍທີ່ວາງອອກອີກ . ເພາະວ່າ ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ໄດ້ວາງຄາດໝາຍປີນີ້ ຈະ ພະຍາຍາມຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ໄດ້ເກືອບ 20 ລ້ານເທື່ອຄົນ, ໃນຂະນະນັ້ນ ນະຄອນໂຮ່ຈີມິນ ຍົກອອກຕົວເລກ 6 ລ້ານເທື່ອຄົນແມ່ນລະດັບ ຂ້ອນຂ້າງ ຕ່ຳ” . ນະຄອນ ໂຮ່ຈີມິນ ຫາກໍ່ໄດ້ຮັບການເຊີດຊູ ແມ່ນ “ສະຖານທີ່ເຮັດທຸລະກິດທ່ອງທ່ຽວແຖວຫນ້າ ອາຊີ”, “ຈຸດນັດພົບຂອງງານບຸນ ແລະ ເຫດການແຖວຫນ້າຢູ່ ອາຊີ” ແລະ ນອນໃນ Top 100 ສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມທີ່ສຸດໃນປີ 2023. ທ່າໄດ້ປຽບນີ້ພ້ອມກັບເລື່ອງນະຄອນມີໄຫວພິບ, ປະດິດຄິດສ້າງໃນການປະຕິບັດບັນດາມາດຕະການໂຄສະນາຈະຊ່ວຍໃຫ້ຂະແຫນງທ່ອງທ່ຽວນະຄອນ ສຳເລັດຄາດໝາຍຂອງປີນີ້ ທັງຢັ້ງຢືນເຄື່ອງໝາຍການຄ້າທ່ອງທ່ຽວນະຄອນ ໂຮ່ຈີມິນ ອີກດ້ວຍ.
TAG
VOV/VOVworld/ທຸລະກິດທ່ອງທ່ຽວ/ນະຄອນ ໂຮ່ຈີມິນ