ຄວາມສາມາດບົ່ມຊ້ອນການນຳເຂົ້າສົ່ງອອກຈາກຕະຫລາດ CPTPP ນັບມື້ນັບຫລາຍຂຶ້ນ
20/02/2024 10:04
(VOVWORLD) -ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊິຟີກ (CPTPP) ມີຜົນສັກສິດຢ່າງເປັນທາງການສຳລັບ ຫວຽດນາມ ເມື່ອວັນທີ 14 ມັງກອນ 2019. ໂດຍແມ່ນສັນຍາການຄ້າເສລີລຸ້ນໃຫມ່, ມີມາດຖານສູງທີ່ໄດ້ປະຕິບັດເປັນຄັ້ງທຳອິດ, ພາຍຫລັງ 5 ປີ ສັນຍາສະບັບນີ້ໄດ້ຊ່ວຍການນຳເຂົ້າສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງບັນດາປະເທດໃນພາກພື້ນ ອາຊີ ຂຶ້ນກັບກຸ່ມ CPTPP ກໍ່ຄືບັນດາຕະຫລາດທີ່ຍັງບໍ່ທັນມີສັນຍາການຄ້າເສລີກັບ ຫວຽດນາມ ໄດ້ເພີ່ມຂຶ້ນຫລາຍສົມຄວນ.

ໃນປີກາຍນີ້, ວົງເງິນສົ່ງອອກຂອງຫວຽດນາມໄປຍັງຕະຫຼາດ CPTPP ທີ່ມີພົນລະເມືອງກວ່າ 500 ລ້ານຄົນຂອງ CPTPP ບັນລຸລະດັບສູງປະມານ 100 ຕື້ USD. ພາບປະກອບ:TTXVN ພາຍຫຼັງເກືອບ 5 ປີທີ່ມີຜົນສັກສິດ, ສັນຍາ CPTPP ໄດ້ຊ່ວຍໃຫ້ບັນດາການເຄື່ອນໄຫວນຳເຂົ້າ ແລະ ສົ່ງອອກລະຫວ່າງຫວຽດນາມ ແລະ ບັນດາປະເທດໃນພາກພື້ນ ອາຊີ ປາຊີຟິກ ເຕີບໂຕຢ່າງ ແຮງ, ບໍ່ພຽງແຕ່ສຳລັບບັນດາປະເທດທີ່ ຫວຽດນາມ ຍັງບໍ່ມີສັນຍາການຄ້າເສລີ (FTA) ສອງຝ່າຍ ຫຼື ຫຼາຍຝ່າຍ, ເຊັ່ນ: ການາດາ, ເມັກຊິໂກ, ເປຣູ, ຫາກນັບທັງບັນດາຕະຫຼາດທຶນທີ່ໄດ້ຮັບຖືວ່າແມ່ນ "ເຄັ່ງຄັດ", ເຊັ່ນ: ຍີ່ປຸ່ນ, ອົດສະຕາລີ, ນິວຊີແລນ. ໃນປີກາຍນີ້, ວົງເງິນສົ່ງອອກຂອງຫວຽດນາມໄປຍັງຕະຫຼາດ CPTPP ທີ່ມີພົນລະເມືອງກວ່າ 500 ລ້ານຄົນຂອງ CPTPP ບັນລຸລະດັບສູງປະມານ 100 ຕື້ USD. ພິເສດ ຕະຫລາດ ນີ້ຍາມໃດກໍ່ ນຳມາເຊິ່ງການເກີນດຸນການຄ້າ (ການຄ້າເກີນດຸນ) ໃຫ້ແກ່ຫວຽດນາມ. ເມື່ອອະທິບາຍເຖິງຜົນສຳເລັດດັ່ງກ່າວ, ທ່ານນາງ ຫງວຽນທິທູຈາງ, ຜູ້ອຳນວຍການສູນອົງການການຄ້າໂລກ (WTO) ແລະ ເຊື່ອມໂຍງຂຶ້ນກັບສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ໃຫ້ຮູ້ວ່າ: “ ເປັນ ທີ່ ຈະ ແຈ້ງ ແລ້ວ ວ່າ ຄູ່ຮ່ວມມືຂອງ CPTPP ບໍ່ແມ່ນເລື່ອງໃໝ່ . 7 ໃນ ຈຳ ນວນ 10 ຄູ່ ຮ່ວມ ມື ແມ່ນ ບັນ ດາປະ ເທດ ທີ່ ຫວຽດ ນາມ ມີ ຢ່າງ ໜ້ອຍ ສຸດ ສັນ ຍາ ການ ຄ້າ ເສ ລີ (FTA) ຮ່ວມຫ ນຶ່ງ ສະ ບັບ ຫລື ຫລາ ຍ ສະ ບັບ , ຍົກ ຕົວ ຢ່າງ ສິງ ກະ ໂປ . ເຖິງ ຢ່າງ ໃດ ກໍ ຕາມ , CPTPP ແມ່ນ ສັນຍາ ການ ຄ້າ ທຳ ອິດ ທີ່ ພວກ ເຮົາ ມີ ການສົ່ງ ອອກ ຢ່າງ ແຮງ ເຂົ້າ ຕະຫຼາດ ທະ ວີບອາ ເມ ລິ ກາ . ສິ່ງ ດັ່ງກ່າວໄດ້ ສ້າງ ກາລະ ໂອກາດ ໃຫຍ່ ໃຫ້ ແກ່ຫວຽດນາມ ໃນ ການ ເຂົ້າ ເຖິງ ບັນດາ ຕະຫຼາດ ໃຫມ່ທີ່ ມີ ຫລາຍ ຄວາມ ສາ ມາດ ບົ່ມ ຊ້ອນ ” . ທ່ານ ເຈີ່ນແທງຫາຍ, ຮອງຫົວໜ້າກົມນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ບັນດາວິສາຫະກິດ ຫວຽດນາມ ນັບມື້ນັບກຳແຫນ້ນຂໍ້ມູນ ແລະ ຍາດແຍ່ງເອົາກາລະໂອກາດຈາກສັນຍາການຄ້າເສລີລຸ້ນໃໝ່ຄື: CPTPP, ໂດຍສະແດງໃຫ້ເຫັນຜ່ານ ການສົ່ງອອກໄປຍັງຕະຫຼາດໃຫມ່ເພີ່ມຂຶ້ນຢ່າງແຮງ: “ ສຳ ລັບ ພາກ ພື້ນຂອງ CPTPP, ພວກ ເຮົາ ໄດ້ ເຫັນ ຕົວ ເລກ ການ ເຕີບ ໂຕ ທີ່ ໜ້າ ປະ ທັບ ໃຈ ທີ່ ສຸດ ໃນ ໄລ ຍະ ຜ່ານ ມາ . ຕ່າງກັບ ພາກ ພື້ນ ສະຫະພາບ ເອີ ລົບ (EU) ເຊິ່ງ ແມ່ນ ຕະຫຼາດ ສົ່ງ ອອກ ແບບ ດັ້ງ ເດີມ , ພາກ ພື້ນ CPTPP, ພິ ເສດ ແມ່ນ ບັນດາ ປະ ເທດ ໃນ ທະ ວີບອາ ເມ ລິ ກາ ຄື : ກາ ນາ ດາ , ເມັກ ຊິ ໂກ , ເປຣູ ແມ່ນ ຕະຫຼາດ ສົ່ງ ອອກ ໃໝ່ ແລະ ການ ສົ່ງ ອອກ ຂອງ ຫວຽດ ນາມ ໄປ ຍັງ ພາກ ພື້ນນີ້ ໃນ ໄລຍະ ມໍ່ໆ ມານີ້ ຍັງ ຈຳ ກັດ ຢູ່ . ເຖິງ ຢ່າງ ໃດ ກໍ ຕາມ , ພາຍຫຼັງ ສັນຍາ CPTPP ໄດ້ ຮັບ ການ ລົງ ນາມ , ການ ສົ່ງ ອອກ ຂອງ ຫວຽດນາມ ໄປ ຍັງ ບັນດາ ຕະຫຼາດ ນີ້ໄດ້ ເພີ່ມ ຂຶ້ນ ຫຼາຍສົມ ຄວນ ” . ທ່ານ ເຈີນແທງຫາຍ, ຮອງຫົວຫນ້າກົມນຳເຂົ້າສົ່ງອອກ (ກະຊວງອຸດສາຫະກຳ ການຄ້າ). ພາບ: Bocongthuong ຮອດທ້າຍປີ 2022, ສັນຍາ CPTPP ໄດ້ມີຜົນສັກສິດສຳລັບບັນດາສະມາຊິກທີ່ເຂົ້າຮ່ວມເກືອບທັງໝົດ. ພ້ອມກັນນັ້ນ, ອັງກິດ ຍັງໄດ້ເຂົ້າເປັນສະມາຊິກໃໝ່ຂອງ CPTPP ຢ່າງເປັນທາງການນັບແຕ່ເດືອນກໍລະກົດ ປີກາຍນີ້, ພ້ອມນັ້ນຍັງມີຫຼາຍພື້ນຖານເສດຖະກິດອື່ນກໍ່ສະແດງຄວາມສົນໃຈຢາກເຂົ້າຮ່ວມສັນຍານີ້. ຄວາມຈິງນີ້ໄດ້ນຳມາເຊິ່ງກາລະໂອກາດຫຼາຍຢ່າງ, ແຕ່ກໍ່ມີສິ່ງທ້າທາຍຫລາຍຂຶ້ນ. ທ່ານ ເລືອງຮວ່າງທາຍ, ຫົວໜ້າກົມນະໂຍບາຍການຄ້າຫຼາຍຝ່າຍ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຄຳເຫັນວ່າ: “ ສັນຍາ CPTPP ດຶງ ດູດ ຄວາມ ສົນ ໃຈ ຂອງ ຫຼາຍ ຄູ່ ຮ່ວມ ມື . ຫຼາຍ ຄູ່ ຮ່ວມ ມື ໄດ້ ສົ່ງ ຈົດໝາຍ ສະ ແດງ ຄວາມ ປາດ ຖະໜາ ຢາກ ເຂົ້າ ຮ່ວມ CPTPP, ໃນ ນັ້ນ ມີ ຫຼາຍ ພື້ນຖານ ເສດຖະກິດ ໃນ ພາກ ພື້ນ , ເຊັ່ນ ຈີນ , ແລະ ຊ້ຳ ບໍ່ ຫ ນຳ ຍັງ ມີ ບາງ ປະ ເທດ ອາຊີ ຕາ ເວັນ ອອກສຽງ ໃຕ້ ( ອາ ຊຽນ ), ເຊັ່ນ : ຟີ ລິບ ປິນ ແລະ ໄທ ກໍ່ ໄດ້ ມີ ການ ພົວພັນເພື່ອສະແດງຄວາມສົນໃຈ . ເປັນ ທີ່ ຈະ ແຈ້ງ ແລ້ວ ວ່າ ດ້ວຍ ຄວາມ ສ ົນ ໃຈ ດັ່ງກ່າວ , ສັນຍາ CPTPP ຈະ ກາຍ ເປັນ ສັນຍາ ທີ່ ມີ ທີ່ ຕັ້ງ ໃຫຍ່ ກວ່າ ຫລາຍ ເມື່ອປຽບ ທຽບ ກັບ ຊ່ວງ ເວ ລາ ທີ່ ຫວຽດນາມ ລົງ ນາມ ແລະ ໃຫ້ ສັດຕະຍາບັນ ເຂົ້າ ຮ່ວມ , ແຕ່ ກົງກັນຂ້າມ , ການ ແຂ່ງຂັນ ຈາກ ບັນດາ ຄູ່ ຮ່ວມ ມື ກໍ່ ຈະ ມີ ຫຼາຍ ກວ່າ ” . ຕາມທ່ານ ເລືອງຮວ່າງທາຍ ແລ້ວ, ເພື່ອຍົກສູງຄວາມສາມາດແກ່ງແຍ້ງພາຍໃນ CPTPP, ໃນໄລຍະຈະມາເຖິງ, ປະຊາຄົມວິສາຫະກິດ ຫວຽດນາມ ຕ້ອງເອົາໃຈໃສ່ເພີ່ມມູນຄ່າໃຫ້ແກ່ຜະລິດຕະພັນຜ່ານການປັບປຸງຄຸນນະພາບຜະລິດຕະພັນ, ສອດຄ່ອງກັບມາດຖານ, ຄວາມນິຍົມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ພິເສດແມ່ນຕ້ອງມຸ່ງໄປເຖິງການພັດທະນາຜະລິດຕະພັນສີຂຽວ; ການພັດທະນາແບບຍືນຍົງ, ແລະ ເປັນມິດກັບສິ່ງແວດລ້ອມ./.
TAG
VOV/VOVworld/ສັນຍາ CPTPP/ນຳເຂົ້າ-ສົ່ງອອກ
Related



.jpg)




