VOV WorldVOV World
ລອງອານ ເປີດຊ່ອງທາງໃຫ້ໝາກນາວ ສົ່ງອອກໂດຍກົງໄປຍັງ ຕາເວັນອອກກາງ
16/07/2024 07:53
(VOVWORLD) - ໄລຍະຜ່ານມາ ແຂວງ ລອງອານ ໄດ້ສົ່ງອອກໝາກນາວໄປຍັງຕະຫລາດ ຕາເວັນອອກກາງ ຜ່ານບັນດາວິສາຫະກິດໃຫຍ່. ເພື່ອຫັນກຳໄລໃຫ້ໄດ້ສູງສຸດ ແລະ ເຂົ້າເຖິງຕະຫລາດບົ່ມຊ້ອນນີ້ໃຫ້ດີກວ່າ, ບັນດາສະຫະກອນຂອງທ້ອງຖິ່ນ ໄດ້ກ້າແກ່ນໄປຍັງຕາເວັນອອກກາງ ເພື່ອຊອກຮູ້ຕະຫລາດຂາຍສົ່ງ, ເປີດຫ້ອງການ ແລະ ເຊັນສັນຍາການຄ້າໂດຍກົງເພື່ອສະຫນອງໝາກນາວໃຫ້ຫລາຍປະເທດໃນພາກພື້ນນີ້. ສິ່ງດັ່ງກ່າວໄດ້ສ້າງຄວາມເປັນປົກກະຕິ, ນຳມາເຊິ່ງມູນຄ່າສູງໃຫ້ແກ່ປະເພດສິນຄ້າຜະລິດຕະພັນກະເສດນີ້.
ລອງອານ ເປີດຊ່ອງທາງໃຫ້ໝາກນາວ ສົ່ງອອກໂດຍກົງໄປຍັງ ຕາເວັນອອກກາງ
ຜະລິດຕະພັນໝາກນາວ ຂອງລອງອານ ສົ່ງໄປຂາຍຢູ່ ຕະຫລາດສາກົນຫລາຍແຫ່ງ. ພາບ: Quang Anh   ພາຍຫລັງ 1 ປີທີ່ແຊກຊຶມເຂົ້າຕະຫລາດ ຕາເວັນອອກກາງ, ມາຮອດປະຈຸບັນ ຫ້ອງການຕິດຕໍ່ຄ້າຂາຍຂອງສະຫະກອນບໍລິການກະສິກຳ ເບນລຶກ, ລອງອານ ຢູ່ ຕະຫລາດຂາຍສົ່ງ ດູບາຍ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນ. ຕະຫລາດແຫ່ງນີ້ແມ່ນບ່ອນເຕົ້າໂຮມຜະລິດຕະພັນກະເສດນຳເຂົ້າເປັນສ່ວນຫລາຍ, ໃນນັ້ນ ມີໝາກນາວທີ່ສົ່ງມາຈາກບັນດາປະເທດເພື່ອສົ່ງຕໍ່ໄປຍັງທ້ອງຖິ່ນອື່ນໆຢູ່  UAE ແລະ ປະເທດໃກ້ຄຽງ. ອ້າຍ ຟານແທງລຽມ ໂດຍແມ່ນສະຫະກອນ ສົ່ງໄປເຮັດວຽກຢູ່ ດູບາຍ (ສະຫະລັດ ອາຣັບ ເອມີເລດ) ເພື່ອຮັບຜິດຊອບວຽກງານຫ້ອງການຜູ້ຕາງຫນ້ານີ້. ວຽກງານຕົ້ນຕໍຂອງອ້າຍ ແມ່ນ ທຸກເຊົ້າມີຫນ້າຢູ່ຕະຫລາດຂາຍສົ່ງ ດູບາຍ ເພື່ອສຳຫລວດຄວາມຕ້ອງການການບໍລິໂພກຜະລິດຕະພັນກະເສດ, ເຄື່ອງເທດຂອງ ຕາເວັນອອກກາງ.
TAG
VOV/VOVworld/ໝາກນາວ/ຂາຍ​ສົ່ງ​/ຕາ​ເວັນ​ອອກ​ກາງ/ລອງ​ອານ