Meey Land ລະບົບນິເວດເຕັກໂນໂລຊີ - ການເງິນ - ອະສັງຫາລິມະຊັບແຖວຫນ້າຢູ່ ຫວຽດນາມ
25/09/2023 07:09
(VOVWORLD) - ບໍລິສັດຫຸ້ນສ່ວນກຸ່ມບໍລິສັດ Meey Land ກັບຜະລິດຕະພັນລະບົບນິເວດເຕັກໂນໂລຊີ - ການເງິນ - ອະສັງຫາລິມະຊັບ Meey Land ຫາກໍ່ໄດ້ຮັບການເຊີດຊູໃນ TOP 10 ຈຳນວນວິສາຫະກິດເຕັກໂນໂລຊີດີເດັ່ນຂອງຫວຽດນາມ ປີ 2023. ນີ້ແມ່ນຈຳນວນຫນ້ອຍໃນວິສາຫະກິດເຕັກໂນໂລຊີອະສັງຫາລິມະຊັບທີ່ໄດ້ຮັບການເຊີດຊູໃນງານມອບລາງວັນທີ່ມີຊື່ສຽງນີ້ ດ້ວຍລະບົບນິເວດເຕັກໂນໂລຊີ - ການເງິນ - ອະສັງຫາລິມະຊັບ ສະເພາະທາງ ທີ່ມີຫລາຍບາດກ້າວບຸກທະລຸ.

ບາງຜະລິດຕະພັນພົ້ນເດັ່ນຂອງ ລະບົບນິເວດການເງິນ (ພາບ: vtc.vn ) ລະບົບນິເວດເຕັກໂນໂລຊີ - ການເງິນ - ອະສັງຫາລິມະຊັບ Meey Land ແມ່ນການປະສານສົມທົບບັນດາຜະລິດຕະພັນເຕັກໂນໂລຊີຫນູນຊ່ວຍເຊິ່ງກັນ ແລະ ກັນຢ່າງສົມບູນແບບ ແລະ ຕອບສະຫນອງໄດ້ຄວາມຕ້ອງການທີ່ກ່ຽວຂ້ອງເຖິງການພົວພັນຄ້າຂາຍອະສັງຫາລິມະຊັບໃນປະຈຸບັນ, ສ້າງເປັນຮູບການເຂົ້າເຖິງໃຫມ່ໃນການພົວພັນຄ້າຂາຍອະສັງຫາລິມະຊັບຢ່າງສົມບູນແບບ. ຈຸດເດັ່ນຂອງລະບົບນິເວດເຕັກໂນໂລຊີ - ການເງິນ - ອະສັງຫາລິມະຊັບ Meey Land ແມ່ນການເຊື່ອມຕໍ່ຄວາມຕ້ອງການຂອງຜູ້ນຳໃຊ້ຢ່າງວ່ອງໄວ, ງ່າຍດາຍ, ມີປະສິດທິຜົນ, ນຳມາເຊິ່ງຫລາຍປະສົບການກ່ຽວກັບການນຳໃຊ້ເຕັກໂນໂລຊີໃນການພົວພັນຄ້າຂາຍອະສັງຫາລິມະຊັບ. “App Meey Land ນອນໃນລະບົບນິເວດ ຊື່ງລວມມີບັນດາຜະລິດຕະພັນຕິດພັນນຳກັນ . ເມື່ອເຂົ້າ App ພວກເຮົາສາມາດເຫັນໄດ້ຮູບພາບຂອງຕະຫລາດອະສັງຫາລິມະຊັບໂດຍສັງເຂບ , ມີເທົ່າໃດອະສັງຫາລິມະຊັບທີ່ຈະຊື້ຂາຍ , ໃຫ້ເຊົ່າ , ໂອນ …” ມາຮອດປະຈຸບັນ ມີບາງ App Meey Land ໄດ້ເປີດຕົວ ແລະ ເບື້ອງຕົ້ນໄດ້ຮັບການຕີລາຄາສູງໃນຕະຫລາດ ເຊັ່ນ: Meey CRM, Meey Map, website meeyland.com, app Meey Land, Meey Ads)... ທ່ານ ຫງວຽນດຶກຕ່າຍ, ຜູ້ອຳນວຍການຝ່າຍການເງິນ ບໍລິສັດຫຸ້ນສ່ວນກຸ່ມບໍລິສັດ Meey Land ໃຫ້ຮູ້ວ່າ: “ ດ້ວຍລະບົບນິເວດເຕັກໂນໂລຊີ - ການເງິນ - ອະສັງຫາລິມະຊັບ ຮອບດ້ານ , ພວກຂ້າພະເຈົ້າປາດຖະຫນາຢາກນຳມາເຊິ່ງປະສົບການດີທີ່ສຸດໃຫ້ແກ່ປະຊາຊົນ . ປະຊາຊົນສາມາດເຂົ້າເຖິງບັນດາອະສັງຫາລິມະຊັບດ້ວຍລາຄາເໝາະສົມ , ບັນດາຂໍ້ມູນເພື່ອຄົ້ນຫາການວາງແຜນຜັງແມ່ນຈະແຈ້ງ , ໂປ່ງໃສ ກໍຄືການຊອກຫາລາຄາດີທີ່ສຸດກ່ຽວກັບອະສັງຫາລິມະຊັບ, ຈາກນັ້ນ ກໍ່ມີພື້ນຖານເພື່ອພົວພັນຄ້າຂາຍ , ລົງທຶນ , ຊື້ຂາຍຢ່າງວ່ອງໄວກວ່າ ” .
TAG
VOV/VOVworld/Meey Land/ເຊີດຊູ/ອະສັງຫະລິມະຊັບ
Related



.jpg)




