ນະຄອນໂຮ່ຈີມິນຍູ້ແຮງການດຶງດູດການລົງທຶນສີຂຽວແລະພັດທະນາຕະຫລາດ Carbon Credit
05/03/2024 14:43
(VOVWORLD) -ໃນຍຸດທະສາດພັດທະນາໃນຊຸມປີຈະມາເຖິງ, ນະຄອນໂຮ່ຈິມິນໄດ້ວາງອອກບັນດາຄາດໝາຍສຳຄັນກ່ຽວກັບການເຕີບໂຕສີຂຽວ, ມຸ່ງໄປສູ່ພື້ນຖານເສດຖະກິດສີຂຽວ, ຄວາມເປັນກາງດ້ານກາກບອນ (Carbon neutral),ວາງຄາດໝາຍຫຼຸດຜ່ອນການປ່ອຍອາຍພິດໃຫ້ໄດ້ 10% ໃນປີ 2030. ເພື່ອເຮັດໄດ້ສິ່ງນັ້ນນະຄອນໂຮ່ຈີມິນກໍ່ພວມຍູ້ແຮງການດຶງດູດການລົງທຶນເຂົ້າບັນດາໂຄງການສີຂຽວ ແລະພັດທະນາຕະຫຼາດ Carbon Credit.

ທ່ານ ຟານວັນໝາຍ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ກ່າວຄຳເຫັນໂດຍຮຽກຮ້ອງການລົງທຶນເຂົ້າບັນດາໂຄງການສີຂຽວຢູ່ ນະຄອນໂຮ່ຈີມິນ. ພາບ: Lệ Hằng ເພື່ອດຶງດູດການລົງທຶນເຂົ້າບັນດາໂຄງການສີຂຽວ, ຫວ່າງແລ້ວນີ້, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ປະກາດ 28 ໂຄງການບຸລິມະສິດລົງທຶນເຂົ້າບັນດາໝວດຂະແຫນງຄື: ຄົມມະນາຄົມ, ເຕັກໂນໂລຢີສູງ, ພະລັງງານທົດແທນ, ເອເລັກໂຕນິກ, ເຄິ່ງຊັກນຳໄຟຟ້າ, ສູນຂໍ້ມູນ...ພ້ອມກັນນັ້ນ, ນະຄອນຍັງໄດ້ປັບປຸງສະພາບແວດລ້ອມດ້ານກົດໝາຍ ແລະນະໂຍບາຍ. ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນຟານວັນໝາຍໃຫ້ຮູ້ວ່າ: ນະຄອນພວມປັບປຸງກອບນະໂຍບາຍການເຕີບໂຕສີຂຽວຮອດປີ 2030 ແລະວິໄສທັດຮອດປີ 2050ໃຫ້ສຳເລັດ. “ພວກເຮົາຈະເລືອກຂົງເຂດນຳຫນ້າ. ການຫັນປ່ຽນພາຫະນະຈໍລະຈອນເພື່ອຫຼຸດຜ່ອນການປ່ອຍອາຍພິດແມ່ນ ຫນຶ່ງ ບູລິມະສິດ, ຫຼືການພັດທະນາອາຄານສີຂຽວ, ການຜະລິດໄຟຟ້າເທິງຫລັງຄາໃນບັນດາອາຄານ. ບັນຫາໃຫຍ່ກວ່າແມ່ນການຫັນປ່ຽນພະລັງງານ, ການແລກປ່ຽນ
TAG
VOV/VOVworld/ເສດຖະກິດສີຂຽວ/ນະຄອນໂຮ່ຈິມິນ/ດຶງດູດການລົງທຶນ
Related



.jpg)




