VOV WorldVOV World
ຍູ້​ແຮງການ​​ສົ່ງ​ເສີມດ້ານ​ການ​ຄ້າ​ສູ້​ຊົນ​ເພື່ອ​ໃຫ້ການ​ສົ່ງ​ອອກ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ 12% ໃນ​ປີ​ນີ້
23/09/2025 09:19
(VOVWORLD) - ແຕ່ດົນນານມາແລ້ວ, ການສົ່ງອອກແມ່ນກຳລັງໜູນເຕີບໂຕສຳຄັນຂອງເສດຖະກິດ ຫວຽດນາມ, ປະກອບສ່ວນຮັກສາລະດັບພັດທະນາສູງ, ຮັກສາດຸນການຄ້າໃຫ້ມີຄວາມ ໝັ້ນທ່ຽງແລະ ສ້າງວຽກເຮັດງານທຳໃຫ້ແກ່ແຮງງານນັບລ້ານຄົນ. ປີ 2025 ນີ້, ລັດຖະບານ ຫວຽດນາມ ໄດ້ວາງອອກຄາດໝາຍສົ່ງອອກໃຫ້ບັນລຸລະດັບເຕີບໂຕ 12%, ເທົ່າກັບວົງເງິນປະມານ 450 – 451 ຕື້ USD, ພ້ອມກັບການສົ່ງອອກເກີນດຸນ 30 ຕື້ USD. ໃນ8 ເດືອນຕົ້ນປີ, ການສົ່ງອອກໄດ້ເພີ່ມຂຶ້ນກວ່າ 13%, ລື່ນກາຍຄາດໝາຍທີ່ໄດ້ວາງອອກ, ເປີດແງ່ຫວັງທີ່ມີຄວາມສາມາດເປັນໄປໄດ້. ເຖິງຢ່າງໃດກໍຕາມ, ເພື່ອຮັກສາທ່າອ່ຽງເຕີບໂຕໃນສະພາບການເສດຖະກິດທົ່ວໂລກຍັງມີການຜັນແປຫຼາຍຢ່າງນັ້ນ, ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການຍຸດທະສາດຢ່າງຄົບຊຸດ.
ຍູ້​ແຮງການ​​ສົ່ງ​ເສີມດ້ານ​ການ​ຄ້າ​ສູ້​ຊົນ​ເພື່ອ​ໃຫ້ການ​ສົ່ງ​ອອກ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ 12% ໃນ​ປີ​ນີ້
ການເປີດກວ້າງ ແລະ ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ ແມ່ນໜຶ່ງໃນບັນດາມາດຕະການເຊິ່ງ ຫວຽດນາມ ພວມຕັ້ງໝັ້ນປະຕິບັດ. ໂດຍອີງໃສ່ບັນດາສັນຍາການຄ້າເສລີ (FTA) ລຸ້ນໃໝ່ ເຊັ່ນ: CPTPP, EVFTA, RCEP, ຫວຽດນາມ ພວມຍູ້ແຮງການສົ່ງເສີມດ້ານການຄ້າຢູ່ບັນດາພາກພື້ນທີ່ມີຄວາມສາມາດບົ່ມຊ້ອນຄື ຕາເວັນອອກກາງ, ອາຟະລິກາ, ອາຊີໃຕ້ ເພື່ອແນໃສ່ຫຼຸດຜ່ອນການຂຶ້ນກັບຕະຫຼາດທີ່ມີຢູ່ແລ້ວຈຳນວນໜຶ່ງ, ເປີດກວ້າງຊ່ອງຈຳໜ່າຍ. ກ່ຽວກັບສິ່ງດັ່ງກ່າວ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ເນັ້ນໜັກໃນກອງປະຊຸມກັບບັນດາສະຫະສະມາຄົມ, ຂະແໜງສິນຄ້າຫວ່າງມໍ່ໆມານີ້ວ່າ: “ບັນດາສະຫະສະມາຄົມ, ຂະແໜງສິນຄ້າຕ້ອງສ້າງແຜນການສົ່ງເສີມ ດ້ານ ການຄ້າ ໃຫ້ ສອດຄ່ອງກັບສະພາບຕົວຈິງ ແລະ ກຳລັງຄວາມສາມາດຂອງວິສາຫະກິດ, ບູລິມະສິດບັນດາຕະຫຼາດທີ່ມີສັນຍາການຄ້າເສລີ ເຊິ່ງພວມ ຂຸດຄົ້ນ ຢ່າງມີປະສິດທິຜົນ, ກ້າເປີດກວ້າງ ຕະຫຼາດ ໄປຍັງບັນດາພາກພື້ນທີ່ມີ ຄວາມສາມາດ ບົ່ມຊ້ອນຄື: ເອີຣົບຕາເວັນອອກ, ອາຟະລິກາ, ອາຊີໃຕ້ ເພື່ອຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ ແລະ ຫຼີກລ້ຽງການ ຂຶ້ນກັບ ບັນດາຕະຫຼາດ ດ ທີ່ມີຢູ່ແລ້ວ . ທີສອງແມ່ນ, ສືບຕໍ່ຕິດຕາມ, ວິເຄາະ ແລະ ແບ່ງປັນຂໍ້ມູນກ່ຽວກັບຕະຫຼາດ, ນະໂຍບາຍການຄ້າ, ພາສີອາກອນ, ມາດຕະຖານດ້ານເຕັກນິກຢູ່ບັນດາຕະຫຼາດສົ່ງອອກຈຸດສຸມປະຈຳ ໄລຍະ , ພິເສດແມ່ນບັນດາຕະຫຼາດທີ່ມີ FTA ຂອງ ຫວຽດນາມ ເພື່ອ ແນໃສ່ສະໜອງ ສົ້ນ ເຂົ້າ ໃຫ້ ແກ່ ການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດຢ່າງທັນການ”.
TAG
VOV/VOVworld/ການ​ສົ່ງ​ອອກ/ເຕີບ​ໂຕ/ຮົ້ວ​ປອດ​ພາ​ສີ​ອາ​ກອນ