VOV WorldVOV World
ຍູ້ແຮງການສົ່ງອອກອາຫານປຸງແຕ່ງໄປຍັງຕະຫລາດເອີລົບ
03/10/2013 09:54
(vovworld)-ຫວຽດ​ນາມ ໄດ້​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​, ອາ​ຫານ​ປຸງ​ຫລາຍປະ​ເພດ ເຂົ້າ​ຕະ​ຫລາດ​ໂລກ​ສຳ​ເລັດ​ຜົນ
ຍູ້ແຮງການສົ່ງອອກອາຫານປຸງແຕ່ງໄປຍັງຕະຫລາດເອີລົບ
(vovworld)-ຊື່ງ​ແມ່ນ​ປະ​ເທດ​ມີ​ແຫລ່ງວັດ​ຖ​ຸ​ດິບ​ຜະ​ລິດ​ຕະ​ພັນ​ກະ​ເສດ, ອາ​ຫານ, ສົດ ແລະ ​ອຸ​ດົມ​ສົມ​ບູນຕະ​ຫລອດ​ປີ, ຫວຽດ​ນາມ ໄດ້​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​, ອາ​ຫານ​ປຸງ​ຫລາຍປະ​ເພດ ເຂົ້າ​ຕະ​ຫລາດ​ໂລກ​ສຳ​ເລັດ​ຜົນ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ, ມີ​ຜະ​ລິດ​ຕະ​ພັນ​ຂອງ​ຫວຽດ​ນາມ​ຫລາຍ​ປະ​ເພດ​ພວມ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ເປັນ​ຕົ້ນ​ແມ່ນຕ​ະ​ຫລາດ​ເອີ​ລົບ(EU), ຊື່ງ​ແມ່ນ​ຕະ​ຫລາດຍາມ​ໃດ​ກໍ​ມີ​ຄວາມຮຽກ​ຮ​ອ້ງ​ຕ້ອງ​ການ​ສູງ. ເພື່ອ​ສ້າງ​ເງື່ອນ​ໄຂ​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ແຊກຊືມ​ເຂົ້າ​ຕະ​ຫລາດ​ເອີ​ລົບ​ຢ່າງ​ໝັ້ນ​ຄົງ, ກົມ​ສົ່ງ​ເສີມ​ການ​ຄ້າ ສັງ​ກັດ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ຫາ​ກໍ​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ສົ່ງ​ເສີມ​ການ​ສົ່ງ​ອອກ​ອາ​ຫານ​ປຸງ​ແຕ່ງ​ຂອງ​ຫວຽດ​ນາມ​ໄປ​ຍັງ​ຕະ​ຫລາດ​ເອີ​ລົບ(2013-2016).
TAG
vovworld/vov/ສົ່ງອອກອາຫານ