ອົງການກຳມະບານໜູນຊ່ວຍຊາວປະມົງຫາປາບົນທະເລ
30/04/2014 17:00
ການໜູນຊ່ວຍນີ້ໄດ້ເປັນກຳລັງໜູນຊຸກຍູ້ໃຫ້ຂະແໜງຂຸດຄົ້ນສິນໃນນ້ຳຢ່າງແຮງ, ປະກອບສ່ວນບໍ່ໜ້ອຍເຂົ້າໃນແຜນນະໂຍບາຍພັດທະນາເສດຖະກິດທະເລຂອງ ຫວຽດນາມ, ພ້ອມທັງຢືນຢັນບົດບາດສັງຄົມຂອງອົງການກຳມະບານ
(vovworld) - ກຳມະບານ - ອົງການຕາງໜ້າໃຫ້ແກ່ຊາວຜູ້ອອກແຮງງານ ຫວຽດນາມ ກ່ວາ 50 ລ້ານຄົນ, ໄດ້ ແລະ ພວມຜັນຂະຫຍາຍການເຄື່ອນໄຫວສັງຄົມຫຼາຍຢ່າງ, ໃນນັ້ນມີການເຄື່ອນໄຫວໜູນຊ່ວຍຊາວປະມົງຫາປາບົນທະເລ, ສ້າງຄວາມຮັ່ງມີຈາກອະຊີບການປະມົງ. ການໜູນຊ່ວຍນີ້ໄດ້ເປັນກຳລັງໜູນຊຸກຍູ້ໃຫ້ຂະແໜງຂຸດຄົ້ນສິນໃນນ້ຳຢ່າງແຮງ, ປະກອບສ່ວນບໍ່ໜ້ອຍເຂົ້າໃນແຜນນະໂຍບາຍພັດທະນາເສດຖະກິດທະເລຂອງ ຫວຽດນາມ, ພ້ອມທັງຢືນຢັນບົດບາດສັງຄົມຂອງອົງການກຳມະບານ. ເນື່ອງໃນໂອກາດວັນກຳມະກອນສາກົນ (1/5/2014), ວິທະຍຸກະຈາຍສຽງ ຫວຽດນາມ ຂໍ້ແນະນຳບົດຂຽນດ້ວຍຫົວຂໍ້ວ່າ “ອົງການກຳມະບານໜູນຊ່ວຍຊາວປະມົງຫາປາບົນທະເລ”.
TAG
vovworld/vov/ກຳມະບານ
Related



.jpg)




