ປັບປຸງ, ສ້າງເຄື່ອງໝາຍຜະລິດຕະພັນກະເສດຫວຽດນາມພາຍຫລັງ 5 ປີເຂົ້າເປັນສະມາຊິກ WTO
17/04/2013 08:35
ໃນຊຸມປີມໍ່ໆມານີ້, ເຖິງວ່າຖືກຜົນກະທົບຈາກວິກິດການເສດຖະກິດໂລກກໍຕາມ, ແຕ່ຂະແຫນງກະສິກຳຫວຽດນາມຍັງຄົງແມ່ນຫນຶ່ງໃນບັນດາຂົງເຂດພົ້ນເດັ່ນຂອງພື້ນຖານເສດຖະກິດຫວຽດນາມ

(vovworld)-ໃນຊຸມປີມໍ່ໆມານີ້, ເຖິງວ່າຖືກຜົນກະທົບຈາກວິກິດການເສດຖະກິດໂລກກໍຕາມ, ແຕ່ຂະແຫນງກະສິກຳຫວຽດນາມຍັງຄົງແມ່ນຫນຶ່ງໃນບັນດາຂົງເຂດພົ້ນເດັ່ນຂອງພື້ນຖານເສດຖະກິດຫວຽດນາມ. ພິເສດ ບັນດາປະເພດສິນຄ້າສົ່ງອອກຄືຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳໄດ້ປະກອບສ່ວນສຳຄັນເຂົ້າໃນວົງເງິນສົ່ງອອກສິນຄ້າລວມຂອງຫວຽດນາມ. ເຖິງຢ່າງໃດກໍຕາມ, ພາຍຫລັງ 5 ປີເຂົ້າເປັນສະມາຊິກອົງການການຄ້າໂລກ(WTO), ຜະລິດຕະພັນສົ່ງອອກຫລາຍປະເພດບໍ່ທັນນຳມາເຊິ່ງມູນຄ່າສົ່ງອອກສູງ, ຕ້ອງປະເຊີນຫນ້າກັບຮົ້ວກີດຂວາງພາສີຈາກບັນດາປະເທດນຳເຂົ້າສິນຄ້າເປັນປະຈຳ. ສິ່ງດັ່ງກ່າວເປັນສິ່ງທ້າທາຍໃຫ້ແກ່ຂະແຫນງກະສິກຳ ຫວຽດນາມ ພາຍຫລັງເຂົ້າເປັນສະມາຊິກ WTO.
TAG
ຜະລິດຕະພັນກະເສດ
Related



.jpg)




