VOV WorldVOV World
ສ້າງເຄື່ອງໝາຍການຄ້າ ຊາ ຫວຽດນາມ.
07/12/2011 07:37
ການສ້າງ​ເຄື່ອງໝາຍ​ການ​ຄ້າ​ຊາ​ຫວຽດນາມ ​ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ ​ແລະ ຮີບ​ດ່ວນ ​ເພື່ອ​ໃຫ້​ຊາ​ຫວຽດນາມ ຢັ້ງຢືນ​ເຄື່ອງໝາຍ​ການ​ຄ້າ​ຂອງ​ຕົນໃນ​ໂລກ.
ສ້າງເຄື່ອງໝາຍການຄ້າ ຊາ ຫວຽດນາມ.
ການ​ຜະລິດ​ຊາ​ຂອງ​ຫວຽດນາມ​ຢືນ​ອັນ​ດັບ​ທີ 5 ​ໃນ​ໂລກ. ປະຈຸ​ບັນ ຊາ ຫວຽດນາມ ​ໄດ້ສົ່ງ​ອອກ​ໄປ​ຍັງ 110 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຢູ່​ຕະຫລາດ​ໂລກ, ​ເຄື່ອງໝາຍ​ການ​ຄ້າ ຊາ ຂອງ​ຫວຽດນາມ ຍັງບໍ່​ທັນ​ມີ​ຊື່​ສຽງ​ໃນ​ໂລກ​ເທື່ອ, ຍ້ອນ​  95% ປະລິມານ​ຊາ​ຫວຽດນາມສົ່ງ​ອອກ​ຍັງ​ແມ່​ນຊາດິບ. ສະ​ນັ້ນ ການສ້າງ​ເຄື່ອງໝາຍ​ການ​ຄ້າ​ຊາ​ຫວຽດນາມ ​ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ ​ແລະ ຮີບ​ດ່ວນ ​ເພື່ອ​ໃຫ້​ຊາ​ຫວຽດນາມ ຢັ້ງຢືນ​ເຄື່ອງໝາຍ​ການ​ຄ້າ​ຂອງ​ຕົນໃນ​ໂລກ.