ສ້າງໂຄງປະກອບລັດວິສາຫະກິດຄືນໃຫມ່ ເພື່ອພັດທະນາແບບຍືນຍົງ.
11/01/2012 09:18
ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ ເພື່ອຍົກສູງປະສິດທິຜົນການພັດທະນາເສດຖະກິດ

ບັນຫາສຳຄັນໃນປີ 2011 ໂດຍໄດ້ຮັບຄວາມເອົາໃຈໃສ່ທີ່ສຸດຈາກລັດຖະບານຫວຽດນາມນັ້ນແມ່ນ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ ເພື່ອຍົກສູງປະສິດທິຜົນການພັດທະນາເສດຖະກິດ. ລັດຖະບານໄດ້ສຸມໃສ່ເຂົ້າໃນ 3 ຂົງເຂດສຳຄັນ: ນັ້ນແມ່ນສ້າງໂຄງປະກອບການລົງທຶນດ້ວຍຈຸດໃຈກາງແມ່ນການລົງທຶນຂອງລັດ, ສ້າງໂຄງປະກອບຕະຫລາດການເງິນຄືນໃຫມ່ ດ້ວຍຈຸດໃຈກາງແມ່ນສ້າງໂຄງປະກອບລະບົບທະນາຄານ ແລະ ບັນດາອົງການການເງິນ ແລະ ສ້າງໂຄງປະກອບລັດວິສາຫະກິດ ຊຶ່ງຈຸດໃຈກາງແມ່ນບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ແຫ່ງລັດ. ເປັນອັນວ່າ ການສ້າງໂຄງປະກອບລັດວິສາຫະກິດ ແມ່ນຫນຶ່ງໃນ 3 ຫນ້າທີ່ຈຸດສຸມຂອງລັດຖະບານ, ພ້ອມທັງແມ່ນມາດຕະການທັງຮີບດ່ວນ ທັງມີລັກສະນະຍາວນານ ເພື່ອໃຫ້ເສດຖະກິດຫວຽດນາມ ພັດທະນາແບບຍືນຍົງ.
Related



.jpg)




