ຊຸກຍູ້ຕະຫລາດພາຍໃນປະເທດ- ກຳລັງຫນູນການເຕີບໂຕເສດຖະກິດປີ 2024
16/01/2024 09:00
(VOVWORLD) -ດ້ວຍຈຳນວນພົນລະເມືອງກວ່າ 100 ລ້ານຄົນ, ໃນນັ້ນ ຄົນຊັ້ນກາງກວມເອົາ 20%, ຫວຽດນາມ ແມ່ນຕະຫລາດບົ່ມຊ້ອນໃຫ້ແກ່ການບໍລິການສິນຄ້າ, ການບໍລິໂພກ, ການຂາຍຍ່ອຍ. ໃນສະພາບການເສດຖະກິດໂລກທີ່ຍັງປະສົບກັບຄວາມຫຍຸ້ງຍາກ, ການສົ່ງອອກຍັງບໍ່ທັນບັນລຸຄືດັ່ງຄວາມຫວັງ, ລັດຖະບານຫວຽດນາມ ພວມມານະພະຍາຍາມຜັນຂະຫຍາຍຫລາຍນະໂຍບາຍເພື່ອແນໃສ່ເປີດກວ້າງຊ່ອງຈຳຫນ່າຍ, ສ້າງເຄື່ອງໝາຍການຄ້າກະຕຸກຊຸກຍູ້ການບໍລິໂພກພາຍໃນປະເທດ ແລະ ຖືນີ້ແມ່ນ ໄມ້ງັດຫນູນຊ່ວຍທີ່ຕັ້ງຫນ້າໃຫ້ແກ່ການເຕີບໂຕຂອງພື້ນຖານເສດຖະກິດໃນປີ 2024.

ຕະຫລາດພາຍໃນປະເທດ - ກຳລັງຫນູນການເຕີບໂຕສຳຄັນໃນປີ 2024. ພາບ: vov.vn ຕາມຂໍ້ມູນຂອງທະນາຄານໂລກ, ການເຕີບໂຕລາຍຮັບສະເລ່ຍຕໍ່ຫົວຄົນຂອງ ຫວຽດນາມ ໃນໄລຍະ 2017-2022 ບັນລຸ 8,5%, ສູງສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ສູງເກືອບ 2 ເທົ່າຂອງລະດັບສະເລ່ຍການເຕີບໂຕຂອງໂລກ. ໃນຂະນະນັ້ນ, ຢູ່ ຫວຽດນາມ, ຈຳນວນຄົນຊັ້ນກາງ ແລະ ອັດຕາສ່ວນຜູ້ດຳລົງຊີວິດຢູ່ຕົວເມືອງກໍ່ເພີ່ມຂຶ້ນຢ່າງວ່ອງໄວໃນຊຸມປີມໍ່ໆມານີ້. ລາຍຮັບເພີ່ມຂຶ້ນຢ່າງວ່ອງໄວເຮັດໃຫ້ການບໍລິໂພກຂອງປະຊາຊົນ ຫວຽດນາມ ກໍ່ເພີ່ມຂຶ້ນໄວ. ໃນປີ 2023, ຍອດວົງເງິນການຂາຍຍ່ອຍຂອງຫວຽດນາມໄດ້ລື່ນກາຍ 180 ຕື້ USD ແລະ ຄາດວ່າຈະສືບຕໍ່ເຕີບໂຕໃນຊຸມປີຕໍ່ໄປ. ໃນປີ 2023, ຍອດມູນຄ່າການຂາຍຍ່ອຍສິນຄ້າ ແລະ ລາຍຮັບຈາກການບໍລິການບໍລິໂພກບັນລຸກວ່າ 6.200 ຕື້ດົ່ງ (ກວ່າ 7,9 ລ້ານ USD), ເພີ່ມຂຶ້ນ 9,6% ເມື່ອທຽບໃສ່ປີ 2022. ບັນດາປັດໄຈດັ່ງກ່າວ ເຮັດໃຫ້ ຫວຽດນາມ ແມ່ນສະຖານທີ່ “ບົ່ມຊ້ອນ” ໃຫ້ແກ່ບັນດາບໍລິສັດຂາຍຍ່ອຍ ພ້ອມທັງກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດສ້າງເຄື່ອງໝາຍການຄ້າ ແລະ ເປີດກວ້າງຊ່ອງຈຳໜ່າຍສິນຄ້າພາຍໃນປະເທດໃຫ້ແກ່ສິນຄ້າຫວຽດນາມທີ່ມີຄຸນນະພາບທົ່ວໂລກ, ສິນຄ້າຫວຽດນາມ ມີຄຸນນະພາບແຫ່ງຊາດ ແລະ ເຄື່ອງໝາຍແຫ່ງຊາດ, ບັນດາຜະລິດຕະພັນຫລັກຂອງທ້ອງຖິ່ນ. ທ່ານນາງ ມາຍທິຖູຍ, ປະທານສະມາຄົມແມ່ຍິງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ນະຄອນຮ່າໂນ້ຍ, ໃຫ້ຮູ້ວ່າ: ປະຈຸບັນ, ບັນດາວິສາຫະກິດ ຫວຽດນາມ ພວມຮັບຮູ້ໄດ້ສິ່ງດັ່ງກ່າວຢ່າງຈະແຈ້ງ, ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອປ່ຽນແປງໃຫມ່ ຊອກຫາ, ກຳໄດ້ທ່າອ່ຽງການບໍລິໂພກໃໝ່ຂອງຊາວຫວຽດນາມ ຢ່າງທັນການ ຈາກນັ້ນ ກໍ່ສ້າງແຜນການ-ຍຸດທະສາດທີ່ມີປະສິດທິຜົນ : ຕາມສະຖິຕິ, ການໃຊ້ຈ່າຍຂອງຜູ້ບໍລິໂພກພາຍໃນປະເທດກວມປະມານ 60%-65% GDP; ໃນນັ້ນ, ການໃຊ້ຈ່າຍຂອງຄອບຄົວແມ່ນປະມານ 50%-55% ຂອງ GDP. ດ້ວຍພົນລະເມືອງ 100 ລ້ານຄົນ, ໃນນັ້ນຄົນຊັ້ນກາງ 20 ລ້ານຄົນ, ຈະສ້າງຄວາມຕ້ອງການອັນໃຫຍ່ຫຼວງ ແລະ ຄາດຄະເນວ່າໃນປີ 2026, ຈະມີຕື່ມປະມານ 4 ລ້ານຄົນຈັດໃນຄົນຊັ້ນກາງ. ທ່ານອ່ຽງການບໍລິໂພກໃຫມ່ນີ້ຮຽກຮ້ອງໃຫ້ວິສາຫະກິດຜະລິດຕາມຄວາມຕ້ອງການຂອງຕະຫຼາດ, ຫາກບໍ່ແມ່ນຜະລິດຕະພັນສິ່ງທີ່ມີທ່າໄດ້ປຽບເທົ່ານັ້ນ. ທ່ານ ດິງຈ້ອງທິ້ງ ຜູ້ຊ່ຽວຊານດ້ານເສດຖະກິດຖືວ່າ: “ ບັນ ດາ ວິ ສາ ຫະກິດຕ້ອງ ກຳ ແຫ ນ້ນ ແລະ ຄອບຄອງຕະຫຼາດຜູ້ບໍລິໂພກພາຍໃນປະເທດ ເພາະວ່າ ດ້ວຍພົນ ລະ ເມືອງ 100 ລ້ານຄົນ ລາຍໄດ້ເພີ່ມຂຶ້ນຢ່າງໄວວາ ຄວາມຕ້ອງການສິນຄ້າກໍ່ເພີ່ມຂຶ້ນ ສູງ ຖ້າ ພວກເຮົາສາມາດຕອບສະໜອງໄດ້ ນັ້ນ ການຜະລິດດຳ ເນີນ ທຸ ລະ ກິດ ຕົວຈິງ ຂອງ ພວກ ເຮົາ ຈະ ຈະກັບຄືນມາຢູ່ໃນທ່າດີ ທີ່ ສຸດ . ນີ້ ແມ່ນ ກຳລັງ ຫ ນູນ ສຳ ຄັນ ເພື່ອ ສາ ມາດ ພັດທະນາ ແບບ ຍືນ ຍົງ ໃນ ອະນາຄົດ ” . ທ່ານ ຫງວຽນແອັງດຶກ, ປະທານ ສະຫະສະມາຄົມບໍລິສັດຂາຍຍ່ອຍ ຫວຽດນາມ. ພາບ: sggp.org.vn ເຖິງວ່າທີ່ຕັ້ງບົດບາດຂອງພວກເຮົາໄດ້ຮັບການຢັ້ງຢືນໃນໄລຍະມໍ່ໆມານີ້, ແຕ່ສິນຄ້າຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ. ມີຫລາຍປະເພດສິນຄ້ານຳເຂົ້າຈາກຕ່າງປະເທດມີທ່າອຽງຫັນໄປສູ່ການບໍລິໂພກຢູ່ຕະຫຼາດພາຍໃນປະເທດ ພາຍຫຼັງສັນຍາການຄ້າເສລີລຸ້ນໃໝ່ເຊັນ: ສັນຍາຄູ່ຮ່ວມມືທີ່ກ້າວຫນ້າທາງດ້ານເສດຖະກິດຂ້າມປາຊີຟິກ (CPTPP), ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ມີຜົນສັກສິດ. ທ່ານ ຫງວຽນແອງດຶກ, ປະທານສະມາຄົມຜູ້ຂາຍຍ່ອຍ ຫວຽດນາມ ໄດ້ສະເຫນີແນະບັນດານະໂຍບາຍໜູນຊ່ວຍຂອງລັດຖະບານໃຫ້ແກ່ວິສາຫະກິດ ຕ້ອງສ້າງກຳລັງໜູນກະຕຸ້ນຕ້ອງການທີ່ເປັນປົກກະຕິ ແລະ ຍາວນານ, ໃນນັ້ນ ສຸມໃສ່ຍູ້ແຮງບັນດານະໂຍບາຍໜູນຊ່ວຍວິສາຫະກິດໂດຍກົງ: “ ຕ້ອງຊຸກ ຍູ້ ບັນ ດາ ແພລດຟອມ ຕົວ ຢ່າງ ຄື : ວິ ທີ ການຈ່າຍເງິນ , ການ ຊຳ ລະແບບທາງ ໄກ , ບໍ່ຈ່າຍເງິນສົດ . ຕໍ່ ໄປ ແມ່ນ ການ ເຊື່ອມ ຕໍ່ , ກ່ຽວ ຂ້ອງ ເຖິງ ຂົງ ເຂດ logistics ນອກຈາກນັ້ນ , ຍັງ ມີ ຂະ ແຫນງ ການບໍລິການຂາຍຍ່ອຍທີ່ສໍາຄັນອີກອັນຫນຶ່ງແມ່ນຂະ ແຫນງຄອມພິວເຕີ , ຈາກທັດສະນະຂອງການພັດທະນາທຸລະກິດຂາຍຍ່ອຍ , ຄອມພິວຕິງ ( Cloud Computing) ຈະຊ່ວຍໃຫ້ຜູ້ບໍລິໂພກສາມາດຊື້ເຄື່ອງໄດ້ງ່າຍຂຶ້ນ , ເຕັກໂນໂລຢີ ແລະ ດິຈິຕອນກາຍເປັນມາດ ຕະ ການທີ່ໃກ້ຊິດກັບຜູ້ບໍລິໂພກ ...” ຕາມຜູ້ຊ່ຽວຊານ, ນອກຈາກເລື່ອງຈຳເປັນຕ້ອງຍົກສູງປະສິດທິຜົນຂອງບັນດານະໂຍບາຍກະຕຸ້ນຄວາມຕ້ອງການບໍລິໂພກ ແລະ ຫັນຊ່ອງຄ້າຂາຍເປັນຫລາຍຮູບແບບແລ້ວ, ພວກເຮົາຍັງຕ້ອງເອົາໃຈໃສ່ຫຼາຍເຖິງຊ່ອງການຄ້າທາງໄກ. ທ່າອ່ຽງນີ້ຈະຊ່ວຍໃຫ້ບັນດາວິສາຫະກິດປະຢັດຄ່າໃຊ້ຈ່າຍໃນການດຳເນີນທຸລະກິດ, ຮັກສາອັດຕາສ່ວນຂອງຕະຫຼາດ ແລະ ເພີ່ມລາຍຮັບເທື່ອລະກ້າວ. ໃນສະພາບການທີ່ການສົ່ງອອກຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ, ຕະຫຼາດພາຍໃນປະເທດມີບົດບາດໜູນຊ່ວຍເສດຖະກິດ. ໃນນັ້ນ ການຊຸກຍູ້ກຳລັງຊື້ຢູ່ພາຍໃນປະເທດແມ່ນໜຶ່ງໃນບັນດາມາດຕະການແກ້ໄຂຢ່າງມີປະສິດທິຜົນ ເພື່ອຊ່ວຍໃຫ້ວິສາຫະກິດຍູ້ແຮງການຜະລິດ, ດຳເນີນທຸລະກິດ, ປະກອບສ່ວນຟື້ນຟູພື້ນຖານເສດຖະກິດ./.
TAG
VOV/VOVworld/ຟື້ນຟູພື້ນຖານເສດຖະກິດ/ສັນຍາການຄ້າເສລີ/ຜູ້ບໍລິໂພກພາຍໃນປະເທດ
Related



.jpg)




