ທຽນເກີ່ມ: ເມື່ອເສດຖະກິດທະເລພັດທະນາຈາກການທ່ອງທ່ຽວ
30/09/2025 05:00
(VOVWORLD) - ເມື່ອກ່ອນນີ້, ປະຊາຊົນຢູ່ທະເລ ທຽນເກີ່ມ (ຂຶ້ນກັບແຂວງ ຮ່າຕິງ) ດຳລົງຊີວິດດ້ວຍອາຊີບຫາປາເປັນສ່ວນຫຼາຍ. ເຖິງຢ່າງໃດກໍຕາມ, ໃນຊຸມປີມໍ່ໆມານີ້, ຫາດຊາຍທະເລ ທຽນເກີ່ມ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວເປັນທີ່ຮູ້ຈັກຂອງແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ ເຊິ່ງໄດ້ສ້າງໂອກາດທີ່ດີເພື່ອໃຫ້ປະຊາຊົນປ່ຽນແປງຈິນຕະນາການຈາກເສດຖະກິດທະເລແບບເກົ່າໄປສູ່ການຂຸດຄົ້ນເສດຖະກິດທ່ອງທ່ຽວທະເລ.

ຕາມຕົວເລກສະຖິຕິຂອງພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ຮ່າຕິງ, 6 ເດືອນຕົ້ນປີ 2025, ຮ່າຕິງ ໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມ, ພັກຜ່ອນຕາກອາກາດ ກວ່າ 3,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 8,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ຕົວເລກສະຖິຕິດັ່ງກ່າວຊີ້ໃຫ້ເຫັນວ່າ, ຮ່າຕິງ ເສີມຂະຫຍາຍໄດ້ບົດບາດຂອງຊຸມຊົນໃນການພັດທະນາການທ່ອງທ່ຽວ, ສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ, ມີຄຸນນະພາບສູງ ແລະ ຍືນຍົງ, ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍ.
TAG
VOV/VOVworld/ຫາດຊາຍທະເລທຽນເກີ່ມ/ຮ່າຕິງ/ຈັບຫາປາ/ເສດຖະກິດການທ່ອງທ່ຽວ
Related



.jpg)




