VOV WorldVOV World
VSIP ຮູບແບບຮ່ວມທຸລະກິດຢ່າງມີປະສິດທິຜົນລະຫວ່າງຫວຽດນາມ ແລະ ສິງກະໂປ
02/10/2015 07:49
vovworld)- ໃນ​ຊຸມ​ປີ​ຜ່ານ​ມາ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ລະ​ຫວ່າງ​ຫວຽດ​ນາມ ແລະ ສິງ​ກະ​ໂປ ນັບ​ມື້​ນັບ​ພັດ​ທະ​ນາ​ອັນ​ດີ​ງາມ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ​ໃຫ້​ທັງ​ສອງ​ປະ​ເທດ.
VSIP ຮູບແບບຮ່ວມທຸລະກິດຢ່າງມີປະສິດທິຜົນລະຫວ່າງຫວຽດນາມ  ແລະ ສິງກະໂປ
(vovworld)- ໃນ​ຊຸມ​ປີ​ຜ່ານ​ມາ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ລະ​ຫວ່າງ​ຫວຽດ​ນາມ ແລະ ສິງ​ກະ​ໂປ ນັບ​ມື້​ນັບ​ພັດ​ທະ​ນາ​ອັນ​ດີ​ງາມ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ​ໃຫ້​ທັງ​ສອງ​ປະ​ເທດ. ພິ​ເສດ ຮູບ​ແບບ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ - ສິ​ງ​ກະ​ໂປ (VSIP) ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ກ່ອນນີ້ 20 ປີ ໄດ້​ຖື​ວ່າ ແມ່ນ​ຮູບ​ແບບ​ຮ່ວມ​ທຸ​ລະ​ກິ​ດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​, ບັນ​ລຸ​ຜົນ​ງານ​ຫລາຍ​ຢ່າງ. ທີ່​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ​ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ ສິງ​ກະ​ໂປ ຢູ່ ແຂວງ ເງ້​ອານ ເມື່ອ​ວັນ​ທີ 16/9/2015, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ: ຮູບ​ແບບ​ຮ່ວມ​ທຸ​ລະ​ກິດ ຫວຽດ​ນາມ ສິງ​ກະ​ໂປ ແມ່ນຈຸດ​ພົ້ນ​ເດັ່ນໃນ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ, ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ທາງ​ດ້ານ​ເສດ​ຖະ​ກິດ​ຕ່າງ​ຝ​່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ຂໍ້​ຕົກ​ລົງ​ເຊື່ອມ​ຕໍ່​ສອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ແລະ ສິງ​ກະ​ໂປ ອີກ​ດ້ວຍ.
TAG
vovworld/ເຂດ​ອຸດ​ສາ​ຫະ​ກຳ