ວິສາຫະກິດຈັບເອົາກາລະໂອກາດຫັນປ່ຽນສີຂຽວ
07/05/2024 09:25
(VOVWORLD) - ໃນສະພາບການໂລກພວມມີການປ່ຽນແປງຫລາຍຢ່າງ ແລະ ຜັນແປຢ່າງສັບສົນ, ເລື່ອງປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງຫລາຍປະເທດ, ໃນນັ້ນ ມີ ຫວຽດນາມ, ພື້ນຖານເສດຖະກິດມີລະດັບເປີດສູງທີ່ສຸດນັ້ນພວມປະສົບກັບສິ່ງທ້າຍທາຍບໍ່ແມ່ນຫນ້ອຍ. ປະຊາຄົມວິສາຫະກິດ ຫວຽດນາມ ພວມມານະພະຍາຍາມຈັບເອົາກາລະໂອກາດ ແລະ ຜ່ານຜ່າສິ່ງທ້າທາຍໃນວິວັດການຫັນເປັນດິຈີຕອນ, ຫັນປ່ຽນສີຂຽວ. ການຫນູນຊ່ວຍກ່ຽວກັບກົນໄກ, ນະໂຍບາຍໃຫ້ແກ່ວິສາຫະກິດຈາກບັນດາອົງການຄຸ້ມຄອງລັດແມ່ນມີຄວາມສຳຄັນທີ່ສຸດໃນວິວັດການນີ້.

ລະບົບພະລັງງານທົດແທນຂອງກຸ່ມບໍລິສັດຈູງນາມ ຢູ່ ເມືອງ ທ້ວນບັກ (ນິງທ້ວນ). ພາບປະກອບ:TTXVN ຍຸດທະສາດພັດທະນາເສດຖະກິດ -ສັງຄົມ ໄລຍະ 10 ປີຄື ແຕ່ປີ 2021 – 2030 ໄດ້ວາງອອກ ດ້ວຍຄາດໝາຍເປັນເຈົ້າການໃນການຈັບເອົາກາລະໂອກາດຢ່າງທັນການ, ຍາດແຍ່ງປະສິດທິຜົນການປະຕິວັດອຸດສາຫະກຳ 4.0 ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ ເພື່ອສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ພັດທະນາເສດຖະກິດສີຂຽວ, ເສດຖະກິດດິຈີຕອນ, ສັງຄົມດິຈີຕອນ. ໂດຍຮັບຮູ້ໄດ້ເຖິງຄວາມສຳຄັນຂອງການຫັນປ່ຽນສີຂຽວ, ມີວິສາຫະກິດພາຍໃນປະເທດຫລາຍແຫ່ງ ໄດ້ມີຄວາມເປັນເຈົ້າການໃນການປ່ຽນແປງໃຫມ່, ຍູ້ແຮງການຫັນປ່ຽນຮູບແບບຕາມທິດລວງເລິກ, ຕິດພັນກັບການພັດທະນາແບບຍືນຍົງ, ເປັນມິດກັບສິ່ງແວດລ້ອມ. ທ່ານ ຫງວຽນດວ່ານເກັດ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນດອກໄຟ ຟິກນ້ຳຮ້ອນ ຣ້າງດົງ ໃຫ້ຮູ້ວ່າ: ໃນວິວັດທະນາການພັດທະນາ, ວິສາຫະກິດ ຍາມໃດກໍ່ເອົາໃຈໃສ່ລົງທຶນກົນຈັກ, ອຸປະກອນທັນສະໄຫມເພື່ອພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ປະຈຸບັນ ຣ້າງດົງ ໄດ້ມີ 72% ຕ່ອງໂສ້ອັດຕະໂນມັດຄົບວົງຈອນ. “ ເຕົາໄຟຟ້າ ຂອງພວກຂ້າພະເຈົ້າແມ່ນ ເຕົາແບບປິດ, ບໍ່ມີຂີ້ຝຸ່ນ, ບໍ່ມີທໍ່ຄວັນ , ບໍ່ປ່ອຍອາຍພິດ CO2, SO2 , ພະລັງງານໄດ້ນຳໃຊ້ຢ່າງມີປະສິດທິຜົນ . ນີ້ແມ່ນບັນດາປັດໄຈຍ້ອນໄດ້ໝູນໃຊ້ເຕັກໂນໂລຊີດິຈີຕອນ , ພວກຂ້າພະເຈົ້າຈຶ່ງ ສາມາດ ຫັນລະບົບອຸປະກອນຂອງຕົນເປັນສີຂຽວ ໄດ້ . ລະບົບ Robot ຂອງ ຣ້າງດົງ ແມ່ນພິເສດ ທີ່ສຸດ ” . ເຖິງວ່າບັນລຸໄດ້ບັນດາໝາກຜົນໃນເບື້ອງຕົ້ນ ແຕ່ດ້ວຍການຍູ້ແຮງການພັດທະນາເສດຖະກິດສີຂຽວຂອງ ຫວຽດນາມ ຍັງມີຫລາຍບັນຫາທີ່ວາງອອກ, ໃນນັ້ນ ຄວາມຫຍຸ້ງຍາກໃຫຍ່ສຸດແມ່ນແຫລ່ງກຳລັງຍັງຈຳກັດຢູ່. ທ່ານ ປອ ດັ້ງເທແອງ, ຮອງຫົວຫນ້າສະຖາບັນຄົ້ນຄ້ວາການຄຸ້ມຄອງເສດຖະກິດສູນກາງ ຖືວ່າ ຄວນມີຕື່ມອີກຫລາຍມາດຕະການ, ກົນໄກ, ນະໂຍບາຍເພື່ອສົ່ງເສີມບັນດາວິສາຫະກິດລົງທຶນໃຫ້ການຫັນປ່ຽນສີຂຽວ ແລະ ພັດທະນາແບບຍືນຍົງ. “ ພວກຂ້າພະເຈົ້າຢາກເນັ້ນຫນັກເຖິງປັດໄຈທຳອິດແມ່ນສະຖຽນລະພາບພື້ນຖານເສດຖະກິດ ແລະ ການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ , ລົບລ້າງ ບັນດາຮົ້ວກີດຂວາງ ທາງ ທຸລະກິດໃນບັນດາຂົງເຂດ . ນັ້ນແມ່ນປັດໄຈຫລັກແຫລ່ງ , ຫລັງຈາກນັ້ນ ຈຶ່ງມີບັນດາມາດຕະການຫນູນຊ່ວຍທີ່ມີລັກສະນະຄັດເລືອກສຳລັບບາງຂະແຫນງການ , ບາງຂົງເຂດ ” . ດ້ວຍຄາດໝາຍກາຍເປັນປະເທດພວມພັດທະນາ, ອຸດສາຫະກຳທັນສະໄຫມ, ມີລາຍຮັບສະເລ່ຍສູງໃນປີ 2030 ແລະ ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045, ຫວຽດນາມ ຄວນສືບຕໍ່ຮັກສາການເຕີບໂຕຢູ່ໃນລະດັບສູງ ແລະ ຕໍ່ເນື່ອງໃນຊຸມທົດສະວັດຈະມາເຖິງ. ທ່ານ ຈື໋ດຶກຮວ່າງ, ຫົວຫນ້າຫ້ອງການກອງທຶນປ່ຽນໃຫມ່ເຕັກໂນໂລຊີແຫ່ງຊາດ, ຂຶ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຖືວ່າ: “ ພວກເຮົາຄວນລົງທຶນດ້ານວິທະຍາສາດເຕັກໂນໂລຊີ , ພິເສດ ແມ່ນຕ້ອງປ່ຽນໃຫມ່ເຕັກໂນໂລຊີ ເພື່ອບໍ່ພຽງແຕ່ຊ່ວຍ ໃຫ້ ນະໂຍບາຍໄດ້ຮັບການຜັນຂະຫ ຍາຍຢ່າງເໝາະສົມກັບສະພາບຕົວຈິງເທົ່ານັ້ນ ຫາກຍັງສ້າງເງື່ອນໄຂໃຫ້ແກ່ວິສາຫະກິດມີຄວາມເປັນເຈົ້າການໃນການປ່ຽນໃຫມ່ເຕັກໂນໂລຊີ . ວິສາຫະກິດອາດຈະແມ່ນທີ່ຕັ້ງໃຈກາງ ແຕ່ຄຽງຄູ່ກັບວິສາຫະກິດ ຄວນໄດ້ຮັບການຫນູນຊ່ວຍຈາກປະຊາຄົມ , ບັນດາສະຖາບັນຄົ້ນຄ້ວາ ແລະ ມະຫາວິທະຍາໄລ , ບັນດານັກສ້າງນະໂຍບາຍ ແລະ ແຫລ່ງທຶນເພື່ອຫນູນຊ່ວຍ ” . ໃນວິວັດການຫັນປ່ຽນນັ້ນ, ຄວາມມານະພະຍາຍາມຂອງວິສາຫະກິດແມ່ນມີຄວາມສຳຄັນ ແຕ່ນະໂຍບາຍຫນູນຊ່ວຍວິສາຫະກິດ ຄວນມີຄວາມໂປ່ງໃສ, ຈະແຈ້ງ ແລະ ຕ້ອງຖືວິສາຫະກິດແມ່ນໃຈກາງ. ເລື່ອງຫນູນຊ່ວຍວິສາຫະກິດທີ່ແທດຈິງ ແລະ ມີປະສິດທິຜົນ ຈະປະກອບສ່ວນສ້າງໂຄງປະກອບເສດຖະກິດຄືນໃຫມ່, ຍົກສູງກຳລັງຄວາມສາມາດແກ້ງແຍ່ງຂອງພື້ນຖານເສດຖະກິດ ແລະ ຊ່ວຍ ຫວຽດນາມ “ຈັບເອົາກາລະໂອກາດຢ່າງທັນການ, ພັດທະນາທັດທຽມ ແລະ ກ້າວຂຶ້ນ” ພ້ອມກັບບັນດາປະເທດໃນພາກພື້ນ. ທ່ານ ຮອງສາດສະດາຈານ ປອ ຫງວຽນດີ່ງເທາະ, ຫົວຫນ້າສະຖາບັນຍຸດທະສາດ, ນະໂຍບາຍຊັບພະຍາກອນ ແລະ ສິ່ງແວດລ້ອມ ຍົກມາດຕະການວ່າ: “ ມາດຖານຈັດແບ່ງປະເພດສີຂຽວຂອງຫວຽດນາມ ປະຈຸບັນ ໄດ້ຮັບການກໍ່ສ້າງຢ່າງກົມກຽວກັບມາດຖານຂອງ ເອີລົບ ແລະ ກົມກຽວກັບຂໍ້ກຳນົດຂອງທະນາຄານໂລກ ກໍ່ຄື AFC ແລະ ບັນດາອົງການການເງິນ ກ່ຽວກັບ ອາກາດອື່ນ . ສະນັ້ນ ຖ້າຫາກວິສາຫະກິດ ຕອບສະຫນອງໄດ້ບັນດາມາດຖານສີຂຽວຂອງ ຫວຽດນາມ ກໍ່ຈະຕອບສະຫນອງໄດ້ມາດຖານສີຂຽວຂອງບັນດາອົງການການເງິນໃນໂລກ . ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດເຂົ້າເຖິງແຫລ່ງການເງິນສີຂຽວທົ່ວໂລກ ” . ທ່ານ ຫງວຽນດວ່ານເກັດ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນດອກໄຟ ຟິກນ້ຳຮ້ອນ ຣ້າງດົງ.ພາບ:VOV ເສດຖະກິດດິຈີຕອນ ແລະ ເສດຖະກິດສີຂຽວ ຈະຊ່ວຍຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045. ເພື່ອຈັບເອົາກາລະໂອກາດພວມເປີດອອກໃນທາງຫນ້ານັ້ນ ຈຳເປັນຕ້ອງມີຍຸດທະສາດແຫ່ງຊາດກ່ຽວກັບການຫັນປ່ຽນສີຂຽວກັບບັນດາເປົ້າໝາຍ, ວິວັດການລະອຽດ ແລະ ຄົບຊຸດ. ໃນສະພາບການເຊື່ອມໂຍງເຂົ້າກັບເສດຖະກິດທົ່ວໂລກ, ບັນດາວິສາຫະກິດ ຫວຽດນາມ ກໍ່ພວມມານະພະຍາຍາມປ່ຽນແປງໃຫມ່ຈິນຕະນາການ, ລົງທຶນເຕັກໂນໂລຊີເຂົ້າໃນການຜະລິດ, ດຳເນີນທຸລະກິດເພື່ອຍົກສູງກຳລັງຄວາມສາມາດແກ່ງແຍ່ງ.
TAG
VOV/VOVworld/ຫັນປ່ຽນສີຂຽວ/ເສດຖະກິດດິຈີຕອນ/ອຸດສາຫະກຳທັນສະໄຫມ
Related



.jpg)




