10 ປະເທດ ເອີຣົບ ແລະ ອີຢູ ອອກຖະແຫຼງການຮ່ວມໂດຍດ່ວນກ່ຽວກັບສະພາບການ ລີບັງ
01/04/2026 07:30
[VOVWORLD] - ລັດຖະມົນຕີການຕ່າງປະເທດຂອງ 10 ປະເທດ ເອີຣົບ ພ້ອມດ້ວຍຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີຣົບ (EU) ໄດ້ອອກຖະແຫຼງການຮ່ວມສະແດງຄວາມວິຕົກກັງວົນຕໍ່ການປະທະກັນຢູ່ ລີບັງ ແລະ ຮຽກຮ້ອງໃຫ້ມີມາດຕະການສັນຕິພາບໂດຍດ່ວນ.

ວັນທີ 31 ມີນາ, ໃນຄວາມມານະພະຍາຍາມທາງການທູດຫຼາຍຝ່າຍ, ລັດຖະມົນຕີການຕ່າງປະເທດຂອງ 10 ປະເທດ ເອີຣົບ ພ້ອມດ້ວຍຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີຣົບ (EU) ໄດ້ອອກຖະແຫຼງການຮ່ວມສະແດງຄວາມວິຕົກກັງວົນຕໍ່ການປະທະກັນຢູ່ ລີບັງ ແລະ ຮຽກຮ້ອງໃຫ້ມີມາດຕະການສັນຕິພາບໂດຍດ່ວນ. ຖະແຫຼງການດັ່ງກ່າວໄດ້ຮັບຄວາມເຫັນດີເຫັນພ້ອມໂດຍລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຝລັ່ງ, ແບນຊິກ, ໄຊປຣັດ, ກຣົວຊີ, ເກຼັກ, ອີຕາລີ, ມານຕາ, ໂຮນລັງ, ປອກຕຸຍການ, ລາຊະອານາຈັກອັງກິດ ພ້ອມດ້ວຍຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີຣົບ (EU). ບັນດາຝ່າຍທີ່ກ່ຽວຂ້ອງໄດ້ຮຽກຮ້ອງຢຸດຍິງໃນທັນທີ, ພ້ອມທັງຢຸດຕິບັນດາການເຄື່ອນໄຫວປະທະກັນ. ການທູດໄດ້ຮັບຖືວ່າແມ່ນເສັ້ນທາງໜຶ່ງດຽວເພື່ອຮັບປະກັນຄວາມໝັ້ນຄົງໃຫ້ແກ່ສາມັນຊົນ.
TAG
VOV/VOVWORLD/ລີບັງ/ຄວາມມານະພະຍາຍາມທາງການທູດ
Related





