2000ຄົນຈະເຂົ້າຮ່ວມງານຊຸມນຸມມິດຕິງໃນສັບປະດາທະເລແລະໝູ່ເກາະຫວຽດນາມ
31/05/2014 09:24
(vovworld)- ຫາຍຟ່ອງ, ຊື່ງແມ່ນສະຖານທີ່ດຳເນີນບັນດາເຫດການຕົ້ນຕໍໃນສັບປະດາ ທະເລ ແລະ ໝູ່ເກາະ ຫວຽດນາມ

ພາບປະກອບ:internet (vovworld)- ຫາຍຟ່ອງ, ຊື່ງແມ່ນສະຖານທີ່ດຳເນີນບັນດາເຫດການຕົ້ນຕໍໃນສັບປະດາ ທະເລ ແລະ ໝູ່ເກາະ ຫວຽດນາມ ແຕ່ວັນທີ 1-8/6 ໄດ້ສຳເລັດບັນດາຫນ້າວຽກກະກຽມ. ຕາມນັ້ນແລ້ວ, ມີປະມານ 2000 ຄົນ ຈະເຂົ້າຮ່ວມງານຊຸມນຸມມິດຕິງ ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ ດຳເນີນໄປໃນຕອນເຊົ້າວັນທີ 7/6 ຢູ່ ເຂດທ່ອງທ່ຽວ ໂດເຊີນ. ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ ປີ 2014 ໂດຍມີການເຂົ້າຮ່ວມຂອງ 28 ແຂວງ, ນະຄອນ ມີທະເລໃນທົ່ວປະເທດ, ປະກອບສ່ວນປຸກລຸກນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈແຫ່ງຊາດ, ຄັດຄ້ານການກະທຳທີ່ຜິດພາດຂອງຈີນຢູ່ທະເລຕາເວັນອອກ, ຕັດສິນໃຈປົກປັກຮັກສາອະທິປະໄຕຂອງປະເທດຊາດ. ນີ້ກໍແມ່ນໂອກາດເພື່ອໂຄສະນາ, ຂົນຂວາຍປະຊາຊົນຍົກສູງສະຕິຮູ້ສຶກໃນການປົກປັກຮັກສາຊັບພະຍາກອນທຳມະຊາດ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າແຫລ່ງຊັບພະຍາກອນທະເລ, ປົກປັກຮັກສາສິ່ງແວດລ້ອມທະເລ, ໝູ່ເກາະ, ລະດົມກຳລັງໃຈຊາວປະມົງເພື່ອໃຫ້ເຂົາເຈົ້າອຸ່ນອ່ຽນໃຈທຳການຜະລິດ, ອອກໄກຝັ່ງຫາປາ.
TAG
vovworld/vov/ເອກອ້າງທະນົງໃຈ/ຕັດສິນໃຈປົກປັກຮັກສາ
Related






