ອາເມລິກາ ຖອນທະຫານໜູນຊ່ວຍທັງໝົດ ອອກຈາກ ອາບການິສະຖານ
21/09/2012 13:25
ວັນທີ 21/9 ຈຳນວນພົນທະຫານທັງໝົດ 33.000 ຄົນ ຂອງອາເມລິກາທີ່ປະຈຳການຢູ່ອາບການິສະຖານ ໄດ້ຖອນອອກຈາກປະເທດນີ້ແລ້ວ

Vovworld- ຕາມແຫຼ່ງຂ່າວຈາກກະຊວງປ້ອງກັນປະເທດອາເມລິກາ, ວັນທີ 21/9 ຈຳນວນພົນທະຫານທັງໝົດ 33.000 ຄົນ ທີ່ໄດ້ຮັບຄຳສັ່ງ ຈາກປະທານາ ທິບໍດີ Barac Obama ກ່ຽວກັບການເພີ່ມຈຳນວນພົນ ໃຫ້ແກ່ກຳລັງທະຫານປະສົມປະຈຳການຢູ່ອາບການິສະຖານ ເມືອ່ປີ 2009 ໄດ້ຖອນອອກຈາກປະເທດນີ້ແລ້ວ. ການ ເພີ່ມຈຳນວນພົນຄັ້ງສຸດທ້າຍນີ້ ແມ່ນເພື່ອແນໃສ່ຍູ້ຖອຍກຳລັງ ຕາລີບານ ແລະ ສ້າງເງື່ອນໄຂໃຫ້ແກ່ກຳລັງ NaTo ຊ່ວຍອາບການິສະຖານຟຶກແອບການທະຫານຈົນເຖິງຂັ້ນສາມາດຮັບປະກັນຄວາມປອດໄພພາຍຫຼັງທີ່ກຳລັງປະສົມຖອນອອກຈາກປະເທດນີ້. ປະທານາ ທິບໍດີ Barac Obama ໄດ້ຖະແຫຼງຢຸດຕິການສູ້ຮົບຢູ່ ອີຣັກ ແລະ ຄ່ອຍຫຼຸດຜ່ອນການຮ່ວມຮົບຢູ່ອາບການິສະຖານ ຂະນະທີ່ທ່ານພວມຊອກຫາວິທີຫາສຽງເລືອກຕັ້ງຄືນໃໝ່ໃນການເລືອກຕັ້ງ ປະທານາທິບໍດີອາເມລິກາເມືອ່ວັນທີ 6/11 ທີ່ຈະມາເຖິງ.
Related






