ອາເມລິກາຈັດວາງຄຳສັ່ງປັບໄຫມລົງໂທດລັດເຊຍ
30/07/2014 11:13
(vovworld)- ກ່າວຄຳເຫັນທີ່ທຳນຽບຂາວໃນຕອນເຊົ້າວັນທີ 30/7 ຕາມເວລາຫວຽດນາມ, ປະທານາທິບໍດີ ອາເມລິກາ Barack Obama ໃຫ້ຮູ້ວ່າ

ປະທານາທິບໍດີ ອາເມລິກາ Barack Obama photo:nguoiduatin.vn (vovworld)- ກ່າວຄຳເຫັນທີ່ທຳນຽບຂາວໃນຕອນເຊົ້າວັນທີ 30/7 ຕາມເວລາຫວຽດນາມ, ປະທານາທິບໍດີ ອາເມລິກາ Barack Obama ໃຫ້ຮູ້ວ່າ: ອາເມລິກາ ຈະຢຸດຕິການສົ່ງອອກຜະລິດຕະພັນ ແລະ ເຕັກໂນໂລຊີພະລັງງານຈຳນວນຫນຶ່ງໄປຍັງ ລັດເຊຍ ພ້ອມທັງປິດລ້ອມບັນດາບ້ວງສິນເຊື່ອສົ່ງເສີມການສົ່ງອອກໄປຍັງລັດເຊຍ ກໍຄືສະຫນອງການເງິນໃຫ້ແກ່ບັນດາໂຄງການພັດທະນາເສດຖະກິດຢູ່ລັດເຊຍ. ຕາມບັນດາມາດຕະການປັບໄຫມລົງໂທດ ຊື່ງ ທ່ານ Obama ຫາກໍປະກາດແລ້ວ, ບັນດາບໍລິສັດ ແລະ ພົນລະເມືອງ ອາເມລິກາ ບໍ່ໄດ້ອະນຸຍາດສະຫນອງການເງິນໃຫ້ແກ່ທະນາຄານໃຫຍ່ 3 ແຫ່ງຂອງລັດເຊຍ ນັ້ນແມ່ນທະນາຄານ ມົດສະກູ, ທະນາຄານກະສິກຳລັດເຊຍ ແລະ ທະນາຄານ VTB. ບັນດາມາດຕະການປັບໄຫມລົງໂທດ ແນໃສ່ບໍລິສັດໃຫຍ່ຕໍ່ກຳປັ່ນ United, ຊື່ງແມ່ນບໍລິສັດເຕັກໂນໂລຊີປ້ອງກັນຊາດຂອງລັດເຊຍ. ນີ້ໄດ້ຮັບຖືວ່າແມ່ນມາດຕະການປັບໄຫມລົງໂທດຢ່າງແຂງແຮງທີ່ສຸດຂອງອາເມລິກາ ນັບແຕ່ເມື່ອ ວິກິດການ ຢູແກຼນ ເກີດຂຶ້ນມາຮອດປະຈຸບັນ. ທ່ານປະທານາທິບໍດີ Barak Obama ໃຫ້ຮູ້ວ່າ:
TAG
vovworld/ປັບໄຫມລົງໂທດ
Related






