ອາເມລິກາແລະNigeriaເພີ່ມທະວີການຮ່ວມມືຕ້ານການກໍ່ການຮ້າຍ
21/07/2015 08:35
(vovworld)- ວັນທີ 20/7, ປະທານາທິບໍດີ ອາເມລິກາ B.Obama ພ້ອມກັບຄູ່ຕຳແຫນ່ງ Nigeria

ປະທານາທິບໍດີ ອາເມລິກາ B.Obama ແລະ ປະທານາທິບໍດີ Nigeria, Muhammadu Buhari ພາບ:Getty Images (vovworld)- ວັນທີ 20/7, ປະທານາທິບໍດີ ອາເມລິກາ B.Obama ພ້ອມກັບຄູ່ຕຳແຫນ່ງ Nigeria, Muhammadu Buhari ພວມຢ້ຽມຢາມ ອາເມລິກາ ໄດ້ປຶກສາຫາລືຫລາຍບັນຫາຮ່ວມມືສອງຝ່າຍ, ໃນນັ້ນ ມີບັນຫາຕ້ານການກໍ່ການຮ້າຍ. ທ່ານປະທານາທິບໍດີ ອາເມລິກາ B.Obama ຕີລາຄາສູງໂຄງການດຳເນີນງານຢ່າງຈະແຈ້ງຂອງປະທານາທິບໍດີ Nigeria ເພື່ອຕີພວກກະບົດ Boko Haram ແລະ ບັນດາກຸ່ມເປົ້າໝາຍຫົວຮຸນແຮງອື່ນຢູ່ ປະເທດນີ້ ໃຫ້ປະຊາໄຊ. ປະທານາທິບໍດີ B. Obama ຖືວ່າ: ສອງປະເທດ ມີແງ່ຫວັງເພີ່ມທະວີການຮ່ວມມືໃນບັນດາຂົງເຂດດັ່ງກ່າວກໍຄືຂົງເຂດສາທາລະນະລັດ, ການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ການນຳໃຊ້ໄຟຟ້າ.
TAG
vovworld/ຕ້ານການກໍ່ການຮ້າຍ
Related






