ອາເມລິກາຮຽກຮ້ອງຜັນຂະຫຍາຍກຳລັງທາງບົກຢູ່ຊີຣີແລະອາຣັບເພື່ອຕ່ໍສູ້ຕ້ານIS
04/12/2015 07:30
(vovworld) - ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ໄດ້ຮຽກຮ້ອງຜັນຂະຫຍາຍບັນດາກຳລັງຕໍ່ສູ້ທາງບົກຊາວຊີຣີ ແລະ ອາຣັບ ເພື່ອຕໍ່ຕ້ານກັບອົງການລັດອິດສະລາມ IS ອ້າງຊື່ເອງ.

(ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ John Kerry) (vovworld) - ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມືເອີລົບ (OSCE) ເຊິ່ງດຳເນີນຢູ່ Belgrade (Serbia), ວັນທີ 03/12, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ໄດ້ຮຽກຮ້ອງຜັນຂະຫຍາຍບັນດາກຳລັງຕໍ່ສູ້ທາງບົກຊາວຊີຣີ ແລະ ອາຣັບ ເພື່ອຕໍ່ຕ້ານກັບອົງການລັດອິດສະລາມ IS ອ້າງຊື່ເອງ. ທ່ານ John Kerry ຖືວ່າ, ຍາກທີ່ຈະດັບສູນ IS ທັງໝົດຖ້າຫາກອີງໃສ່ພຽງແຕ່ການບຸກໂຈມຕີທາງອາກາດເທົ່ານັ້ນ. ຕາມທ່ານ John Kerry ແລ້ວ, ຕ້ອງຜັນຂະຫຍາຍບັນດາກຳລັງທາງບົກຢູ່ຊີຣີ ແລະ ອາຣັບ, ສົມທົບກັບກອງທັບອາກາດເພື່ອດັບສູນບັນດາມືປືນຂອງພວກທະຫານກະບົດນີ້. ແລະກໍໃນບົດກ່າວປາໄສ, ທ່ານ John Kerry ໄດ້ຮຽກຮ້ອງໃຫ້ບັນດາປະເທດພັນທະມິດຂອງ NATO ຍູ້ແຮງບັນດາການເຄື່ອນໄຫວຕ້ານ IS.
TAG
vovworld. vov/ຊີຣີ ແລະ ອາຣັບ
Related






