ອາຣັບບີຊາອຸດີກ່າວເຕືອນນະໂຍບາຍຂອງອິດສະຣາແອນທຳລາຍການເຈລະຈາກັບປາແລດສະຕີນ
09/01/2014 08:04
vovworld)- ວັນທີ 8/1, ທ່ານ Saud al Faisal, ລັດຖະມົນຕີການຕ່າງປະເທດ ອາຣັບບີ ຊາອຸດີ ກ່າວເຕືອນວ່າ

ທ່ານ Saud al-Faisal ລັດຖະມົນຕີການຕ່າງປະເທດ ອາຣັບບີ ຊາອຸດີ (photo: Reuters) (vovworld)- ວັນທີ 8/1, ທ່ານ Saud al Faisal, ລັດຖະມົນຕີການຕ່າງປະເທດ ອາຣັບບີ ຊາອຸດີ ກ່າວເຕືອນວ່າ: ບັນດານະໂຍບາຍຂອງ ອິດສະຣາແອນ ກ່ຽວກັບບັນດາເຂດຕັ້ງຖິ່ນຖານຄົງທີ່ ແລະ Jerusalem ອາດຈະທຳລາຍບັນດາການເຈລະຈາສັນຕິພາບກັບ ປາແລດສະຕີນ ພ້ອມທັງຊີ້ແຈ້ງວ່າ ຜົນສຳເລັດຂອງບັນດາການເຈລະຈາ“ອີງໃສ່ຄວາມເປັນເອກະພາບຂອງ ອິດສະຣາແອນ ກັບບັນດາຫລັກການສັນຕິພາບ”. ສຳນັກຂ່າວສານ SPA ຂອງ ອາຣັບບີ ຊາອຸດີ ໄດ້ຄັດຄຳເວົ້າຂອງທ່ານ Faisal ຢືນຢັນວ່າ: ເລື່ອງ ອິດສະຣາແອນ ສືບຕໍ່ບັນດານະໂຍບາຍພຽງຝ່າຍດຽວ ແລະ ເກາະຜິດຢູ່ Jerusalem ແລະ ບັນດາເຂດຕັ້ງຖິ່ນຖານຄົງທີ່ອາດຈະທຳລາຍການເຈລະຈາ ແລະ ກໍ່ໃຫ້ເກີດຄວາມສົງໃສກ່ຽວກັບຄວາມສາມາດສຳເລັດການເຈລະຈາໃນໄລຍະ 9 ເດືອນ.
TAG
vovworld/vov/ເຈລະຈາ/ສັນຕິພາບ
Related






