ໄອແລນອຸປະຖຳໂຄງການຫລຸດຜ່ອນຄວາມທຸກຍາກຢູ່ຫວຽດນາໄລຍະ 2013-2015
13/12/2013 10:35
vovworld)- ຕອນເຊົ້າວັນທີ 13/12 ຢູ່ ຮ່າໂນ້ຍ, ທ່ານ ຢ່າງແຊວຝື, ປະທານຄະນະກຳມະການຊົນເຜົ່າ ຫວຽດນາມແລະ ທ່ານ Damien Cole, ເອກອັກຄະລັດຖະທູດ ໄອແລນ ປະຈຳຫວຽດນາມ
ພິທີລົງນາມໃນຂໍ້ຕົກລົງອຸປະຖຳຂອງລັດຖະບານ ໄອແລນ ໃຫ້ແກ່ໂຄງການ 135 ພາບ:baomoi.com (vovworld)- ຕອນເຊົ້າວັນທີ 13/12 ຢູ່ ຮ່າໂນ້ຍ, ທ່ານ ຢ່າງແຊວຝື, ປະທານຄະນະກຳມະການຊົນເຜົ່າ ຫວຽດນາມແລະ ທ່ານ Damien Cole, ເອກອັກຄະລັດຖະທູດ ໄອແລນ ປະຈຳຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງອຸປະຖຳຂອງລັດຖະບານ ໄອແລນ ໃຫ້ແກ່ໂຄງການ 135 ຢູ່ ຫວຽດນາມ ໄລຍະ 2013-2015. ຕາມຂໍ້ຕົກລົງດັ່ງກ່າວແລ້ວ, ລັດຖະບານ ໄອແລນ ໝັ້ນໝາຍຫນູນຊ່ວຍ 13,29 ລ້ານເອີໂຣ ໃຫ້ແກ່ໂຄງການ 135 ຢູ່ 8 ແຂວງຄື: ຮ່າຢາງ, ກາວບັ່ງ, ດ້ຽນບຽນ, ບັກກ້ານ, ແທນຮວາ, ກວ໋າງຫງາຍ, ກອນຕູມ ແລະ ຈາວີງ. ບ້ວງເງິນດັ່ງກ່າວແມ່ນຮັບໃຊ້ວຽກງານຫລຸດຜ່ອນຄວາມທຸກຍາກຢູ່ເຂດຊົນເຜົ່າສ່ວນຫນ້ອຍ, ປັບປຸງຊີວິດທາງດ້ານວັດທະນະທຳ, ສັງຄົມຂອງປະຊາຊົນຢູ່ບັນດາຕາແສງຢູ່ເຂດພູດອຍທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ຮັດແຄບຊ່ອງຫວ່າງ ແລະ ລະດັບຄອງຊີບລະຫວ່າງບັນດາເຂດ ແລະ ຊົນເຜົ່າສ່ວນຫນ້ອຍຢູ່ຫວຽດນາມ.
TAG
vovworld/vov/ອຸປະຖຳ/ຫລຸດຜ່ອນຄວາມທຸກຍາກ
Related






