ໄຂກອງປະຊຸມໃຫຍ່ຊາວຫນຸ່ມ ທົ່ວປະເທດ
12/12/2012 09:05
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 10 ຂອງຄະນະຊາວຫນຸ່ມກອມມູນິດໂຮ່ຈິມິນ ພາຍໃຕ້ຫົວຂໍ້ວ່າ: “ຄວາມມຸ່ງຫວັງຂອງໄວຫນຸ່ມໃນການສ້າງສາປະເທດຊາດ”

ບັນດາຜູ້ນຳພັກ, ລັດ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 10 ຂອງຄະນະຊາວຫນຸ່ມກອມມູນິດໂຮ່ຈິມິນ ພາບ: thanhnien.com.vn (vovworld) - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 10 ຂອງຄະນະຊາວຫນຸ່ມກອມມູນິດໂຮ່ຈິມິນ ພາຍໃຕ້ຫົວຂໍ້ວ່າ: “ຄວາມມຸ່ງຫວັງຂອງໄວຫນຸ່ມໃນການສ້າງສາປະເທດຊາດ” ແລະ ຄຳຂວັນແຫ່ງການກະທຳທີ່ວ່າ:“ ໄວຫນຸ່ມຫວຽດນາມ ສ້າງຄວາມໄຝ່ຝັນ, ຝືກຝົນຫລໍ່ຫລອມ, ສາມັກຄີ, ມີຫົວຄິດປະດິດສ້າງ, ປະຈັນບານໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 12/12 ຢູ່ ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມໃຫຍ່ ມີທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ, ທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ, ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ພ້ອມກັບຜູ້ແທນກວ່າ 1.200 ທ່ານ ຊຶ່ງແມ່ນການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ແລະ ຜູ້ແທນມາຈາກອົງການຈັດຕັ້ງອື່ນເຂົ້າຮ່ວມ. ໃນສູນທອນພົດໄຂກອງປະຊຸມໃຫຍ່, ທ່ານ ຫງວຽນດັກວີງ ເລຂາທີຫນຶ່ງ ສູນກາງຄະນະຊາວຫນຸ່ມກອມມູນິດ ໂຮ່ຈິມິນ ຊຸດທີ 9 ໄດ້ເນ້ັນຫນັກວ່າ: ກອງປະຊຸມໃຫຍ່ແມ່ນເຫດການການເມືອງສຳຄັນຂອງໄວຫນຸ່ມ ຫວຽດນາມ, ເປັນຂີດໝາຍແຫ່ງບາດກ້າວພັດທະນາໃຫມ່ຂອງອົງການຈັດຕັ້ງຊາວຫນຸ່ມ ແລະ ຂະບວນການຊາວຫນຸ່ມເຍົາວະຊົນ. ທ່ານ ຫງວຽນດັກວີງ ຊີ້ແຈງວ່າ:
TAG
ຊາວຫນຸ່ມ
Related






