ໄຂກອງປະຊຸມສະມັດ ຊາໃຫ່ຍ ABU ຄັ້ງທີ 50
28/10/2013 06:58
(vovworld)- ກອງປະຊຸມສະມັດຊາໃຫ່ຍສະຫະສະມາຄົມກະຈາຍສຽງ-ໂທ ລະພາບອາຊີ-ປາຊີຝິກ ຄັ້ງທີ 50 (ABU) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 28/10 ຢູ່ຮ່າໂນ້ຍ
ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ກ່າວຄຳເຫັນທີ່ພິທີໄຂ (ພາບ: vtv.vn) (vovworld)- ກອງປະຊຸມສະມັດຊາໃຫ່ຍສະຫະສະມາຄົມກະຈາຍສຽງ-ໂທລະພາບອາຊີ-ປາຊີຝິກ ຄັ້ງທີ 50 (ABU) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 28/10 ຢູ່ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນ 500 ທ່ານແມ່ນນັກຄຸ້ມຄອງຂັ້ນສູງຂອງກ່ວາ 200 ອົງການສະມາຊິກ ຊື່ງແມ່ນອົງການກະຈາຍສຽງ, ໂທລະພາບໃນພາກພື້ນ ແລະ ໂລກ, ບັນດາອົງການຄູ່ຮ່ວມມື ແລະ ນັກສັງເກດການຈາກກ່ວາ 50 ປະເທດ ແລະ ເຂດແຄ້ວນ ພ້ອມກັບຜູ້ແທນພາຍໃນປະເທດເກືອບ 200 ທ່ານ. ກ່າວຄຳເຫັນໄຂກອງປະຊຸມສະມັດຊາໃຫ່ຍ ABU ຄັ້ງທີ 50, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ ເນັ້ນໜັກວ່າ: ໃນຍຸກປະຈຸບັນ, ການຂະຫຍາຍຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ພິເສດແມ່ນເຕັກໂນໂລຊີດີຊີຕອນ ແລະ ສື່ສານລວມສູນພວມສ້າງເປັນສັງກາດສື່ສານໃໝ່, ຮັກແຄບບັນດາຊ່ອງວ່າງກ່ຽວກັບດ້ານກາລະເທສະ: “
TAG
vovworld/vov/ABU ຄັ້ງທີ 50
Related






